ແມວເປັນສັດຮັກສັນໂດດ ເລີຍເຮັດໃຫ້ຫຼາຍຄົນລວມເຖິງເຈົ້າຂອງແມວຄິດວ່າ ເຮົາບໍ່ສາມາດປ່ຽນນິດໄສຂອງແມວໄດ້, ແຕ່ມີງານວິໄຈອອກມາບອກວ່າບຸກຄະລິກກະພາບ ແລະ ນິດໄສຂອງເຈົ້າຂອງສາມາດສົ່ງຜົນກະທົບຕໍ່ພຶດຕິກຳແມວໄດ້. Dr. Lauren Finka, ຄະນະຂອງ University of Lincoln ແລະ Nottingham Trent University ໄດ້ເຮັດການວິໄຈເລື່ອງຄວາມສຳພັນຂອງຄົນລ້ຽງ ແລະ ແມວ ໂດຍອິງໃສ່ຄວາມສຳພັນແບບຄອບຄົວ ເນື່ອງຈາກການເບິ່ງແຍງຂອງຜູ້ປົກຄອງຈະສົ່ງຜົນຕໍ່ນິດໄສຂອງລູກ, ດັ່ງນັ້ນຄົນທີ່ລ້ຽງແມວແບບເປັນໜຶ່ງໃນສະມາຊິກຄອບຄົວກໍອາດຈະສົ່ງຜົນຕໍ່ນິດໄສແມວໄດ້ເຊັ່ນກັນ....