ແພຣວາ ມິຊາໂຕະ ພິລາພັນເດຊ ຫຼື ແພຣ ອາຍຸ 19 ປີ ແພຣວາເປັນນັກກີລາຢິມນາສຕິກຄົນທຳອິດຂອງທີມຊາດລາວ. ປັດຈຸບັນໄດ້ເຝິກຊ້ອມ ແລະ ຮຽນຢູ່ມະຫາວິທະຍາໄລແຫ່ງໜຶ່ງ ທີ່ ປະເທດຍີ່ປຸ່ນ. ຮູ້ສຶກແນວໃດກັບການໄດ້ເປັນຕົວແທນປະເພດກີລາຢິມນາສຕິກຄົນທຳອິດຂອງລາວ ທີ່ ໄດ້ໄປແຂ່ງໂອລິມປິກ 2024 ແພຣວາ: ຮູ້ສຶກພູມໃຈ ແລະ ກໍຕື່ນເຕັ້ນຫຼາຍ, ໃນຕອນທຳອິດທີ່ຮູ້ວ່າໄດ້ໄປແຂ່ງແມ່ນຮູ້ສຶກກົດດັນ,...