ໜ້າຫຼັກ ມ່ວນຊວນຟັງ

ມ່ວນຊວນຟັງ

80 ບົດຄວາມ
Muan Listen - ມ່ວນຊວນຟັງ

“ໃຈຫັ້ນນາ” ບໍ່ໄດ້ເລີຍ ໝູ່ມາທ້າທາຍກັນແບບນີ້ບໍ່ໄດ້ແລ້ວ ຟັງເພງໃໝ່ຈັງຫວະມ່ວນຊື່ນຈາກ TAIY AKARD ft BIGYAI

"ໃຈຫັ້ນນາ" ບໍ່ໄດ້ເລີຍ ໝູ່ມາຢາມແບບນີ້ບໍ່ໄດ້ແລ້ວ ຟັງເພງໃໝ່ຈັງຫວະມ່ວນຊື່ນຈາກ TAIY AKARD ft BIGYAI

Muan Listen - ມ່ວນຊວນຟັງ

ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom

ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ TikTok ພາກັນນິຍົມໃຊ້ແຜນສຽງກັນທົ່ວບ້ານທົ່ວເມືອງ. ທີ່ຈິງແລ້ວເພງນີ້ໄດ້ຖືກປ່ອຍຄັ້ງທຳອິດເມື່ອ 8 ເດືອນທີ່ແລ້ວ  ເດີມທີ່ຈະເປັນເວີຊັ້ນ Mixtape ຊຶ່ງເພງດັ້ງເດີມມາຈາກ:Trip – Elle Mai...

Muan Listen - ມ່ວນຊວນຟັງ

ເດັກຫຼຽວໂຕວ໌-ເພງເປີດໂຕຂອງ ALPHA ແຣັປເປີໄວເຍົາແຕ່ຄວາມສາມາດບໍ່ນ້ອຍ

ນ້ອຍເຜັດຂີ້ໜູ່ອີຫຼີສຳລັບແຣັປເປີໄວເຍົາ AKA ALPHA ທີ່ໄດ້ປ່ອຍເພງໃໝ່ “ເດັກຫຼຽວໂຕ (DEX LIEWTO)” ບອກເລີຍວ່າຟັງຮອບດຽວຮ້ອງໄດ້ເລີຍ. ເນື້ອຫາໃນເພງມີສ່ວນທີ່ບໍ່ສຸພາບແຕ່ດ້ວຍບີດແນວເດັກແທຣັບທີ່ມາພ້ອມສະກິວການແຣັປທີ່ລຽນໄຫຼ ບໍ່ທຳມະດາສຳລັບນ້ອງອາຍຸຍັງນ້ອຍຖືວ່າມີພອນສະຫວັນ ບອກໄດ້ເລີຍວ່າອານາຄົດຂອງນ້ອງສົດໃສ່ແນ່ນອນໃນເສັ້ນທາງວົງການຮິບຮັອບລາວ. ບໍ່ແປກໃຈເລີຍວ່າເປັນຫຍັງຫຼາຍຄົນໃນວົງການຮິບຮັອບລາວໂດຍສະເພາະແຣັປເປີລາວຈຶ່ງພາກັນແຊເພງນີ້ຕາມກັນໄປເພາະເດັກຫຼຽວໂຕບໍ່ໄດ້ມາຫຼິ້ນໆ ໂດຍ: ທີມບັນນາທິການ Muan

Muan Listen - ມ່ວນຊວນຟັງ

ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ “ເປັນພຽງຝັນ” ຈາກ BAY6IX ແລະ LALA

“ເປັນພຽງຝັນ” ເປັນການເດີນທາງຂອງຫົວໃຈທີ່ຈະພາເຮົາໄປສຳຜັດກັບຄວາມຮູ້ສຶກທີ່ເລິກເຊິ່ງ, ປະສົມກັບສຽງດົນຕີທີ່ຄ່ອຍໆດຶງຄວາມຮູ້ສຶກໃນໃຈອອກມາຢ່າງອ່ອນໂຍນ ແລະ ຈັງຫວະທີ່ຈະຕິດຢູ່ໃນໃຈຜູ້ຟັງຕະຫຼອດໄປ. ໂດຍແນວເພງຈະເປັນເພງຊ້າທີ່ເຂົ້າໃຈງ່າຍເຮັດໃຫ້ຜູ້ຟັງຮູ້ສຶກຄືກັບກຳລັງດຳດິ່ງຢູ່ໃນໂລກແຫ່ງຄວາມຝັນ ແລະ ຄວາມຮັກ. ການຖ່າຍທອດເລື່ອງລາວຂອງຄວາມຮັກທີ່ງົດງາມແຕ່ເຕັມໄປດ້ວຍຄວາມເຈັບປວດ. ເນື້ອເພງຍັງບອກເລົ່າເຖິງຄວາມຮັກທີ່ເລີ່ມຕົ້ນດ້ວຍຄວາມຫວັງ ແລະ ຄວາມຜູກພັນ, ແຕ່ກັບປ່ຽນເປັນຄວາມເຈັບປວດເມື່ອຄົນທີ່ຮັກຈາກໄປໂດຍບໍ່ມີການບອກລາ ພ້ອມກັບຄວາມໂສກເສົ້າທີ່ຕ້ອງປະເຊີນກັບຄວາມເປັນຈິງ. ຕຽມຈິດຕຽມໃຈໃຫ້ພ້ອມກ່ອນໄປຕຳເພງຟິວຮັກທີ່ອັດແໜັ້ນດ້ວຍຄວາມເຈັບປວດຈາກຜົນງານໃໝ່ຂອງສິລະປິນລາວຢ່າງ BAY6IX ແລະ LALA. ໂດຍ: ທີມບັນນາທິການມ່ວນ

Muan Listen - ມ່ວນຊວນຟັງ

ແນ່ມ ປ່ອຍເພງວັນແມ່ ເປັນຕົວແທນໃຫ້ກຳລັງໃຈຄົນຫ່າງຄອບຄົວ ທີ່ຢາກກັບບ້ານໄປໃຫ້ແມ່ກອດຜ່ານບົດເພງ ແມ່ເອີ້ຍ

ແນ່ມ ປ່ອຍເພງວັນແມ່ ເປັນຕົວແທນໃຫ້ກຳລັງໃຈຄົນຫ່າງຄອບຄົວ ທີ່ຢາກກັບບ້ານໄປໃຫ້ແມ່ກອດຜ່ານບົດເພງ ແມ່ເອີ້ຍ

Muan Listen - ມ່ວນຊວນຟັງ

ຖ້າຢຸດເວລາໄດ້ກໍຢຸດໄປແລ້ວ ມາຟັງເພງໃໝ່ຂອງ LUHWVN ຟີດກັບ FATBOII MQT

ຖ້າມັກເພງທີ່ເຮັດໃຫ້ຫຼົງຮັກຫົວປັກຫົວປຳເຕັມໄປດ້ວຍຄວາມຮູ້ສຶກຮິວໃຈ, ຕ້ອງບໍ່ພາດເພງ “Found You” ຈາກ Luh Wvn ທີ່ຮ່ວມງານກັບ FATBOII MQT ສະມາຊິກ MQT Squad ເຈົ້້າຂອງຜົນງານ “Would You” ທີ່ໄດ້ Diamond MQT ມາຟີດ. ເພງນີ້ມາໃນສາຍ Pop ແລະ...

Muan Listen - ມ່ວນຊວນຟັງ

ວາເລັນໄທນ໌ທີ່ແສນເສົ້າ ດອກໄມ້ໃນມືບໍ່ມີຄ່າຫຍັງຖ້າບໍ່ມີຄົນໃຫ້ ເພງໃໝ່ຈາກ Tongflow11

ຫຼັງຈາກທີ່ຫ່າງກັນໄປເກືອບເຄິ່ງປີ Tongflow11 ແຣັປເປີໂດດເດັນໃນເລື່ອງໂຟຼໃນການແຣັປທີ່ກິນໃຈ, ໜຶ່ງໃນສາມະຊິກ HuenCrew ກໍໄດ້ກັບມາພ້ອມສົ່ງເພງໃໝ່ທີ່ແສນເສົ້າປະສົມຄວາມເຫງົາຢ່າງເພງ “ດອກໄມ້ໃນມື ຫຼື Lost flowers”. ການກັບມາຄັ້ງມານີ້ມາພ້ອມເພງທີ່ຈະມອບຄວາມດຳດິ່ງສູ່ຄວາມເສົ້າ “ດອກໄມ້ໃນມື” ກັບແນວເພງ R&B Hip-Hop ທີ່ມອບຄວາມເປັນ Sad Boy ທີ່ເຂົ້າກັນໄດ້ດີ. “ດອກໄມ້ໃນມື” ບໍ່ໄດ້ເປັນພຽງເພງເສົ້າແຕ່ເປັນສຽງສະທ້ອນຂອງຄວາມຮູ້ສຶກຂອງການຖືກຖິ້ມ, ເມື່ອຄວາມຮັກບໍ່ມີຄ່າກໍປຽບເໝືອນດອກໄມ້ທີ່ບໍ່ມີຄວາມໝາຍຖ້າຫາກບໍ່ມີຄົນທີ່ຢາກຈະມອບໃຫ້.  ໃນເອັມວີເພງໄດ້ເລົ່າໃຫ້ເຫັນພາບວ່າ...

Muan Listen - ມ່ວນຊວນຟັງ

ຟັງ”ເສຍອາການ” ເພງທຳອິດຈາກ FIZCHE ນັກຮ້ອງສາວກຸ່ມໃໝ່ຈາກຄ້າຍ A-List

ຫຼັງຈາກທີ່ລໍຖ້າມາດົນໃນທີ່ສຸດກໍໄດ້ເປີດໂຕຢ່າງເປັນທາງການໃນຖານະສິລະປິນຄ້າຍ A-List ຢ່າງ Fizche ສິລະປິນ Girl Group ໜ້າໃໝ່ຫຼາຍຄວາມສາມາດ, ມີສະມາຊິກທັງໝົດ 6 ຄົນດ້ວຍກັນຄື: Piano, Namfon, Lisa, Alicia, Koungnang, Phukboung ພ້ອມເສີບຊິງເກິລເດບິວ “ເສຍອາການ” ອອກມາສູ່ສາຍຕາວົງການດົນຕີ L-pop ແລ້ວ. ເພງນີ້ເວົ້າເຖິງຄວາມຮູ້ສຶກເມື່ອໃຜບາງຄົນເຂົ້າມາໃນຊີວິດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.