ບອກວ່າ “ບໍ່ເປັນຫຍັງ” ທັງທີ່ຄວາມຈິງແລ້ວເປັນ, ອາການແບບນີ້ແມ່ນເກີດຂຶ້ນໄດ້ໃນທຸກຄວາມສຳພັນ ໂດຍສະເພາະຄວາມສຳພັນທີ່ເປັນແຟນກັນ ຫຼາຍຄູ່ອາດຈະເຄີຍພົບກັບບັນຫານີ້ມາແລ້ວ ຫຼື ກຳລັງພົບຢູ່, ມື້ນີ້ມ່ວນກໍເລີຍໄດ້ລວບລວມຄວາມເປັນໄປໄດ້ຂອງ “ເຫດຜົນ” ທີ່ແຟນເຮົາມັກປິດບັງຄວາມ “ບໍ່ໂອເຄ” ຂອງຕົນເອງເອົາໄວ້. 1. ລາວຢ້ານເຮົາຈະຄິດວ່າລາວ “ຫຼາຍເລື່ອງ” ຫຼາຍຄັ້ງເວລາທີ່ຜູ້ຍິງຄຽດ ກໍຈະມັກຈະຖືກແຟນເວົ້າໃຫ້ວ່າ “ຫຼາຍເລື່ອງ, ຄິດຫຼາຍໂພດ, ງີ່ເງົ່າ…” ເປັນທຳມະດາ, ເຖິງວ່າເຫດຜົນຂອງລາວຈະຟັງຂຶ້ນສ່ຳໃດກໍຕາມ...