ນາງງາມ

12 ບົດຄວາມ

ເບື້ອງຫຼັງທີ່ບໍ່ເຄີຍເລົ່າ ມອນລີ້ ອາມອນ ຊ່າງແຕ່ງໜ້າທີ່ວົງການນາງງາມຍອມຮັບ

ເບື້ອງໜ້າທີ່ງົດງາມສະເໝີເທິງເວທີການປະກວດ ຫຼື ໜ້າຈໍສະແດງຜົນ ລ້ວນແລ້ວແຕ່ມີອົງປະກອບຫຼາຍຢ່າງທີ່ຮ້ອຍລຽງເຂົ້າກັນ ແລະ ໜຶ່ງໃນຈິກຊໍຊິ້ນສຳຄັນທີ່ຂາດບໍ່ໄດ້ກໍຄື “ຄົນທີ່ຢູ່ເບື້ອງຫຼັງ”. ມື້ນີ້ມ່ວນຈະພາທຸກຄົນມາຮູ້ຈັກກັບ ມອນລີ້ – ອາມອນ ຈັນທະສຸກ (Amone Chanthasouk) ຈາກອະດີດພະນັກງານອອຟຟິດ ທີ່ກ້າອອກນອກກອບມາແລ່ນຕາມຄວາມຝັນ ຈົນກາຍມາເປັນ ຊ່າງແຕ່ງໜ້າຄິວທອງ ແລະ ກ້າວຂຶ້ນແທ່ນເປັນເຖິງປະທານໂຄງການປະກວດ Mister Universe Laos....

ພາຮູ້ຈັກ ໝາຍເລກ 14 ໝິວ ສຸພາພອນ ຜູ້ເຂົ້າປະກວດນາງສັງຂານຫຼວງພະບາງ 2026

ເຄີຍມີຄວາມຝັນໃດໜຶ່ງທີ່ຝັງເລິກຢູ່ໃນໃຈຕັ້ງແຕ່ຈື່ຄວາມໄດ້ບໍ່? ສຳລັບເດັກນ້ອຍຍິງຫຼາຍຄົນໃນຫຼວງພະບາງ, ການໄດ້ເບິ່ງຂະບວນແຫ່ນາງສັງຂານອາດເປັນພຽງສີສັນຂອງບຸນປີໃໝ່ລາວ. ແຕ່ສຳລັບໝາຍເລກ 14 ໝິວ – ສຸພາພອນ ພົມພັກດີ ສາວນ້ອຍໄວ 16 ປີ ຈາກໂຮງຮຽນສັນຕິພາບ, ຄຳວ່າ “ນາງສັງຂານ” ຄືຄວາມຜູກພັນທີ່ຕາຕຶງຢູ່ໃນຈິດວິນຍານມາຕັ້ງແຕ່ມື້ທຳອິດທີ່ນາງຮູ້ຈັກ. ພາຍໃຕ້ຮອຍຍິ້ມທີ່ສົດໃສ, ສາວນ້ອຍຄົນນີ້ຍັງມີຄວາມຝັນອັນຍິ່ງໃຫຍ່ທີ່ຢາກຈະເປັນ “ທ່ານໝໍ” ຜູ້ມອບຄວາມຫວັງໃຫ້ກັບຜູ້ຄົນ. ເລື່ອງລາວຂອງນາງເທິງເວທີນີ້ ຈຶ່ງບໍ່ແມ່ນພຽງການແຂ່ງຂັນຄວາມງາມພາຍນອກ, ແຕ່ເປັນການເດີນຕາມສຽງຮຽກຮ້ອງຂອງຫົວໃຈ...

ເປີດໃຈ ‘ນ້ຳຫວານ ປິຍະດາ’ ຈາກນັກຮຽນສາຍສິນລະປະ ສູ່ຄວາມຝັນເທິງເວທີ ນາງສັງຂານຫຼວງພະບາງ 2026

ເມື່ອເວົ້າເຖິງເທດສະການບຸນປີໃໝ່ລາວທີ່ເມືອງມໍລະດົກໂລກ, ສີສັນທີ່ຂາດບໍ່ໄດ້ເລີຍກໍຄືການປະກວດ “ນາງສັງຂານຫຼວງພະບາງ” ເວທີທີ່ເຕັມໄປດ້ວຍມົນສະເໜ່, ວັດທະນະທຳ ແລະ ຄວາມງົດງາມອັນເປັນເອກະລັກ. ມື້ນີ້ ມ່ວນຈະພາທຸກຄົນມາທຳຄວາມຮູ້ຈັກກັບ ນ້ຳຫວານ – ປິຍະດາ ພົມມະນີວົງ ສາວນ້ອຍໄວ 17 ປີ ຈາກໂຮງຮຽນ ມສ ປະຊາທິປະໄຕ ຜູ້ເຂົ້າປະກວດໝາຍເລກ 7 ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ...

ເປີດວາບ ດາດ້າ ມີສແກຣນກາລະສິນ ເຈົ້າຂອງສະເຕັບຮິບຮອບທີ່ດັງໄປທົ່ວໂລກ

ກາຍເປັນໄວຣໍລ (Viral) ທັນທີຫຼັງຈົບຮອບພຣີລິມ (Preliminary Competition) ຂອງເວທີ Miss Grand Thailand 2026 ເມື່ອຜູ້ເຂົ້າປະກວດຈາກຈັງຫວັດກາລະສິນ “ດາດ້າ ດາຣາທອນ ຢູທອງ” ໂຊວສະເຕັບການເຕັ້ນຮິບຮອບ (Hip-hop) ໃນເພງ Nobody ພ້ອມກັບອິນເນີການເມ້ມສົບເຕັ້ນທີ່ເປັນເອກະລັກບໍ່ຄືໃຜ ຈົນກາຍເປັນໄວຣໍລໃນໝູ່ຜູ້ຊົມຊາວໄທ ແລະ ລ່າສຸດກໍໄດ້ກາຍເປັນໄວຣໍລໃນລະດັບໂລກໄປແລ້ວ. ໃນການປະກວດຮອບພຣີລິມ...

ໜິງ ປັດທະມາ ຈິດສະຫວັດ ຈາກນັກຮ້ອງລູກທົ່ງສູ່ມົງມິສແກຣນໄທແລນ 2026

ເອີ້ນໄດ້ວ່າເປັນອີກໜຶ່ງປີທອງຂອງນັກຮ້ອງລູກທົ່ງສາວສຽງດີ “ໜິງ ປັດທະມາ ຈິດສະຫວັດ” ທີ່ພິກບົດບາດຄັ້ງສຳຄັນໃນຊີວິດ ຈາກສິນລະປິນເທິງເວທີຄອນເສີດ ສູ່ເສັ້ນທາງນາງງາມຢ່າງເຕັມຕົວ ກ່ອນຈະປະສົບຄວາມສຳເລັດຄວ້າມຸງກຸດ ມິສແກຣນໄທແລນ 2026 (Miss Grand Thailand 2026) ມາຄອງໄດ້ຢ່າງສະຫງ່າງາມ ສ້າງຄວາມຮືຮາໃຫ້ກັບແຟນໆ ແລະ ວົງການບັນເທີງ. ໜິງ ປັດທະມາ ຈິດສະຫວັດ ເກີດເມື່ອວັນທີ 15...

ການເມືອງເຄາະປະຕູນາງງາມກັບຄຳຖາມສຸດໂຫດຂອງ Pia Wurtzbach ເທິງເວທີ Miss Universe

ໄດ້ມີໂອກາດຍ້ອນກັບໄປເບິ່ງວິດີໂອຕອບຄຳຖາມເກົ່າໆຂອງບັນດານາງງາມເທິງເວທີ Miss Universe ແລ້ວໄປສະດຸດກັບຄຳຖາມໜຶ່ງທີ່ໂຫດຫຼາຍ! ເອີ້ນໄດ້ວ່າເປັນການເອົາເລື່ອງການເມືອງລະດັບໂລກມາເຄາະປະຕູຖາມນາງງາມກັນເລີຍ ແລະ ທີ່ສຳຄັນຄື ມັນຄ້າຍຄືກັບສະຖານະການຄວາມຂັດແຍ້ງຂອງໂລກທີ່ກຳລັງຮ້ອນແຮງໃນຕອນນີ້ເລີຍ. ຍ້ອນກັບໄປເທິງເວທີ Miss Universe ປີ 2015, ນາງງາມຈາກຟີລິບປິນ “Pia Wurtzbach” ຕ້ອງມາຕອບຄຳຖາມສຸດໂຫດ ກ່ຽວກັບປະເດັນການຕັ້ງຖານທັບອາເມຣິກາໃນປະເທດຂອງນາງ ແລ້ວລອງຄິດສະພາບເບິ່ງເດີ້ທຸກຄົນ! ນາງຕ້ອງຕອບຄຳຖາມທີ່ອ່ອນໄຫວແບບນີ້ຕໍ່ໜ້າຄົນອາເມຣິກາ! ເພາະປີນັ້ນເພິ່ນຈັດປະກວດກັນຢູ່ລັດເນວາດາ, ສະຫະລັດອາເມຣິກາ. Steve...

ເປີດເສັ້ນທາງ “ເບຍ ພຸດຖາວອນ” ຈາກຊ່າງແຕ່ງໜ້າສູ່ຖານະ President ເວທີ Miss & Mister Teen Laos

ໃນອຸດສາຫະກຳຄວາມງາມ ແລະ ການປະກວດຂອງລາວ ການຈະກ້າວຂຶ້ນມາເປັນຜູ້ບໍລິຫານຈັດການເວທີລະດັບປະເທດ ບໍ່ແມ່ນເລື່ອງທີ່ໃຜກໍສາມາດເຮັດໄດ້ງ່າຍໆ. ແຕ່ສຳລັບ “ເບຍ – ພຸດຖາວອນ ອິນທະວົງ” ຊາຍໜຸ່ມຜູ້ມີຈຸດເລີ່ມຕົ້ນຈາກການຈັບແປງແຕ່ງໜ້າ, ຄວາມຫຼົງໄຫຼໃນສິລະປະ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທຳມະຊາດຂອງຜູ້ເຂົ້າປະກວດ ໄດ້ກາຍເປັນໃບເບີກທາງສຳຄັນທີ່ພາລາວກ້າວຂ້າມຂີດຈຳກັດຂອງຕົນເອງ. ມື້ນີ້ Muan ຈະພາທຸກຄົນໄປເຈາະເລິກທຸກແງ່ມຸມ, ທຸກຄວາມຮູ້ສຶກ ແລະ ທຸກບາດກ້າວທີ່ເຕັມໄປດ້ວຍຄວາມທ້າທາຍ ຂອງຊ່າງແຕ່ງໜ້າຄິວທອງ ທີ່ມື້ນີ້ໄດ້ກາຍມາເປັນຜູ້ກຳນົດທິດທາງ...

ເປັນຫຍັງມົງກຸດນາງງາມຄືທາງລັດການສ້າງຕົວຕົນຂອງປະເທດນ້ອຍໆ?

ໃນໂລກທີ່ມັກວັດແທກອຳນາດກັນດ້ວຍ GDP, ກອງທັບ ຫຼື ຄວາມລ້ຳສະໄໝຕ່າງໆ, ປະເທດນ້ອຍໆ ຫຼື ປະເທດກຳລັງພັດທະນາມັກຈະຖືກບີບໃຫ້ອອກນອກວົງສົນທະນາຢູ່ຕະຫຼອດ.ແລ້ວຖ້າເຮົາບໍ່ມີ “ອຳນາດ” ໄວ້ຕໍ່ຮອງ, ເຮົາຈະເຮັດແນວໃດໃຫ້ໂລກຫັນມາເບິ່ງ? ໜຶ່ງໃນຄຳຕອບທີ່ສະຫຼາດ ແລະ ປະຢັດທີ່ສຸດ ຄືຍຸດທະສາດທີ່ຢູ່ພາຍໃຕ້ແສງໄຟ ແລະ ສຽງເຊຍ“ການໃຊ້ມົງກຸດຈາກເວທີນາງງາມ ເປັນທາງລັດສູ່ສາຍຕາຊາວໂລກ”. 1. Soft Power ໃນລາຄາທີ່ຄົນທຳມະດາກໍເອື້ອມເຖິງ Joseph...

ພາຮູ້ຈັກ ມັນນີ້ ມົງກຸດເພັດ ຫານຊະນະ ສາວງາມຂາລຸຍ ຕຳແໜ່ງ Miss World Laos 2026

ໃນໂລກຂອງການເຮັດວຽກເບື້ອງຫຼັງທີ່ເຕັມໄປດ້ວຍການຜະຈົນໄພ ໃຜຈະເຊື່ອວ່າຍັງຈະມີຜູ້ຍິງຄົນໜຶ່ງທີ່ຖືຕາກ້ອງ ແລະ ມັກທີ່ຈະລຸຍລົງພື້ນທີ່ຕ່າງໆ ຈະກາຍມາເປັນຕົວແທນສາຍສະພາຍລາວເທິງເວທີລະດັບໂລກໃນ Miss World 2026. ມື້ນີ້ ມ່ວນຈະພາທຸກຄົນໄປຮູ້ຈັກກັບ ມັນນີ້ – ມົງກຸດເພັດ ຫານຊະນະ. ມັນນີ້ ໄດ້ເລົ່າວ່າ ປັດຈຸບັນອາຍຸ 24 ປີແລ້ວ. ຖ້າຖາມວ່າເຮັດຫຍັງຢູ່? ບອກເລີຍວ່າເປັນຈະທຸກຢ່າງ ເພາະເປັນທັງຜູ້ກຳກັບສາລະຄະດີ, ໂປຣດິວເຊີ້,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.