ຊີຣີສ໌ພາກຕໍ່ຈາກ Weak Hero Class 1 ທີ່ເລື່ອງລາວໄດ້ເລົ່າເຖິງຕົວຫຼັກຂອງເລື່ອງຢ່າງ Yeon Si-eun ນັກຮຽນເກັ່ງ, ສະຫຼາດ ແລະ ມີໄຫວພິບດີທີ່ມີນິໄສເປັນຄົນນິ່ງໆບໍ່ມັກສະແດງອອກກັບສາຍຕາທີ່ແສນເສົ້າ. ໃນພາກຕໍ່ນີ້ ມ່ວນຂໍບອກວ່າສຸດເດືອດຖືກໃຈສາຍແອັກຊັນແນ່ນອນ ເພາະ Si-eun ຈະຕ້ອງໄດ້ເຈິກັບກຸ່ມນັກເລງໂຈດໃໝ່ສຸດຫິນ ແລະ ເຫຼົ່າຕົວຮ້າຍທີ່ໂຫດກວ່າເກົ່າຢ່າງ Na Baek-jin. Cast: Bae Na-ra as...
Weak Hero ແມ່ນຊີຣີສ໌ທີ່ຖືກດັດແປງມາຈາກ Webtoon ເຊິ່ງເປັນແນວແອັກຊັນ, ດຣາມ່າ ແລະ ຄວາມສຳພັນມິດຕະພາບລະຫວ່າງໝູ່ເພື່ອນໃນໂຮງຮຽນ ທີ່ມ່ວນຕ້ອງຂໍບອກເລີຍວ່າເລື່ອງນີ້ສາກຕໍ່ສູ້ແມ່ນມັນສຸດ ແລະ ນັກສະແດງຫຼັກຢ່າງພະເອກກໍສະແດງຄວາມຮູ້ສຶກອອກມາໃຫ້ອາລົມມືດມົນປົນອຶດອັດໄດ້ຢ່າງເລີກເຊິ່ງ. ໃນຕອນທີ່ກຳລັງເບິ່ງຊີຣີສ໌ເລື່ອງນີ້ກໍເຮັດໃຫ້ຮູ້ສືກອິນຕາມສຸດໆ, ທັງເມື່ອຍ ແລະ ດິ່ງໄປກັບຊີນການສະແດງທີ່ຖ່າຍທອດຜ່ານຕົວລະຄອນທີ່ມີຊື່ວ່າ Yeon Si-eun ທີ່ງານສາຍຕາແມ່ນດີອາລົມທຸກຢ່າງລາວລ້ວນເລົ່າອອກມາຈາກທາງສາຍຕາທັງໝົດ ແລະ ເລື່ອງນີ້ຍັງໄດ້ສະທ້ອນບັນຫາການບູລລີ້ກັນໃນໂຮງຮຽນ ແລະ ການໃຊ້ຄວາມຮຸນແຮງໃນໂຮງຮຽນ. Weak...
ໃຜທີ່ເປັນແຟນຊີຣີສ໌ Game of Thrones ຄົງຈະຈື່ສາກທຳອິດຂອງຊີຣີສ໌ເລື່ອງນີ້ໄດ້ເປັນຢ່າງດີ ເຊິ່ງເປັນຕອນທີ່ Ned Stark ກັບລູກໆຂອງລາວຍ່າງເຂົ້າໄປໃນປ່າ ແລະ ພົບກັບລູກໝາປ່າຍັກຫຼາຍໂຕນອນຢູ່ຂ້າງທາງ. ລູກໝາປ່າເຫຼົ່ານັ້ນບໍ່ແມ່ນແຕ່ສັດປ່າທີ່ພວກເຂົາທີ່ບັງເອີນພົບເຫັນເທົ່ານັ້ນ ແຕ່ຜ່ານເລື່ອງລາວຕ່າງໆໃນຊີຣີສ໌, ພວກມັນໄດ້ກາຍເປັນສ່ວນໜຶ່ງທີ່ຜູກພັນກັບຄົນໃນຕະກຸນ Stark ຢ່າງເລິກເຊິ່ງ ຈົນຮູ້ສຶກຄືກັບວ່າພວກມັນເປັນຍາດພີ່ນ້ອງສາຍເລືອດດຽວກັນກັບພວກເຂົາ. ໃນໂລກຂອງ Game of Thrones ໝາປ່າໂລກັນ ຫຼື...