ມື້ນີ້ ຢາກຈະຊວນທຸກຄົນມາລົມກັນເລື່ອງ “ການຮັກຕົວເອງ” ກັນຈັກໜ້ອຍ ເຄີຍສັງເກດບໍ່ວ່າ ເວລາທີ່ເຮົາເຈັບປວດຈາກຄວາມຮັກ ມັນມັກມາຈາກການຄາດຫວັງຂອງເຮົາທີ່ມີຕໍ່ກັບຄົນອື່ນ. ແຕ່ການຮັກຕົວເອງນັ້ນ ບໍ່ເຄີຍເຮັດໃຫ້ເຮົາຕ້ອງເຈັບເລີຍຈັກມື້ ເພາະເຮົາບໍ່ຕ້ອງລໍຖ້າໃຫ້ໃຜມາມອບຄວາມຮັກ ຫຼື ການຍອມຮັບໃຫ້ກັບເຮົາ. ເຮົາສາມາດສ້າງສິ່ງນັ້ນໄດ້ດ້ວຍຕົວເອງ. ແລ້ວຈະເຮັດແນວໃດໃຫ້ເຮົາຮັກໂຕເອງຫຼາຍຂຶ້ນລະ? ລອງເລີ່ມຈາກສິ່ງເລັກໆນ້ອຍໆ ເຫຼົ່ານີ້ກ່ອນກໍໄດ້. ເຊົາປຽບທຽບຕົວເອງກັບຄົນອື່ນໄດ້ແລ້ວ. ທຸກຄົນມີຂ້ໍດີ ແລະ ຂໍ້ຜິດພາດໃນຕົວເອງ. ຢ່າຕັດສິນຕົວເອງຮຸນແຮງເກີນໄປ. ລອງຂຽນສິ່ງທີ່ເຮົາມັກກ່ຽວກັບຕົວເອງອອກມາຈັກ 2–3...