Vegghy

1 ບົດຄວາມ
Muan Listen - ມ່ວນຊວນຟັງ

“ມື້ໃດ” ເພງຈາກ Vegghy ເຂົ້າກັບ Summer Vibe ທີ່ເຮັດໃຫ້ເຫງົາໃຈ

“ມື້ໃດ” ຜົນງານເພງຈາກ Vegghy ສິລະປິນໜຸ່ມລາວທີ່ມາພ້ອມບັນຍາກາດເຫງົາໆກາງແສງແດດໃນລະດູຮ້ອນ ເພງທີ່ເຮັດໃຫ້ຄົນໂສດຫົວໃຈສະເທືອນໃນທຸກຄຳ. ເພງນີ້ຈະມາໃນແນວ Indie ທີ່ເຂົ້າຍາມຮ້ອນກັນເມື່ອໄດ້ຟັງ ປະສົມແນວສະຕິງລາວ ກັບສຽງຫ້ອງທີ່ອົບອຸ່ນແຕ່ແອບປ່ຽວເຫງົາຖ່າຍທອດອາລົມຂອງວັນທີ່ໂລກທັງໃບໃນມຸມມອງງຽບເຫງົາຄືກັບໃຈຂາດຫຍັງໄປ. Vegghy ຖ່າຍທອດຄວາມຮູ້ສຶກວ່າ “ກໍນານແລ້ວຄຳວ່າຮັກ ທີ່ຫ່າງເຫີນໄປ” ໃນຂະນະທີ່ຄົນອື່ນມີຄົນເດີນຄຽງຂ້າງແຕ່ຕົວເອງກັບຖາມຊ້ຳໆວ່າເມື່ອໃດຊ່ວງເວລານັ້ນຈະມາເຖິງຈັກເທື່ອ ວັນທີ່ກຫົວໃຈຈະມີໃຜຝາກໄວ້ກ່ອນທີ່ສາຍຕາຈະປິດລົງ. “ມື້ໃດ” ເຮັດໃຫ້ເຮົາໄດ້ຮູ້ວ່າທຸກຄົນຕ່າງເຝົ້າຊ່ວງເວລາຂອງຄວາມຮັກ ແລະ ໃນວັນທີ່ຄວາມເຫງົາມັນແໜ້ນຈົນແທບຫາຍໃຈ ເປັນເພງທີ່ຮູ້ໃຈທີ່ສຸດເພງໜຶ່ງທີ່ພ້ອມເດີນໄປກັບເຮົາໃນວັນຟ້າແດດຈ້າແຕ່ຫົວໃຈໝືອມົນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.