ຖ້າຫາກວ່າເຮົາກຳລັງຕົກຢູ່ໃນສະຖານະການທີ່ ຄວາມຮັກມັນດີທຸກຢ່າງ ແຕ່ເບິ່ງບໍ່ເຫັນອະນາຄົດ, ຄວາມຄິດບໍ່ກົງກັນ ສະແດງວ່າອາດຈະເດີນທາງໄປດ້ວຍກັນບໍ່ໄດ້ ແລ້ວຈະເຮັດແນວໃດ? ຈະຮັກກັນໄປເລື່ອຍໆ ຫຼື ຕ້ອງມີພັນທະຫຍັງຈັກຢ່າງມາຜູກກັນໄວ້, ມັນອາດຈະເກີດຄວາມຮູ້ສຶກທີ່ສັບສົນ ແລະ ເຈັບປວດໃນຄວາມສໍາພັນ ເພາະໝາຍຄວາມວ່າ ຄວາມຮັກທີ່ມີຢູ່ແມ່ນບໍ່ເຫັນເປົ້າໝາຍ ແລະ ເສັ້ນທາງຊີວິດອັນດຽວກັນເລີຍ.