“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~” ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ. ພຶດຕິກຳແບບ Serial Monogamy ມີຄວາມໝາຍທີ່ສື່ເຖິງການມີຄວາມຮັກຄວາມສຳພັນກັບເທື່ອລະຄົນ ແລະ ຕ້ອງການໄດ້ຮັບຄວາມຮັກຢ່າງຕໍ່ເນື່ອງ ແລະ ຍຶດໝັ້ນຊື່ສັດກັບຮັກຄັ້ງນັ້ນພຽງຄົນດຽວ, ແຕ່ເມື່ອໃດທີ່ຕ້ອງໄດ້ຈົບຄວາມສຳພັນລົງກໍຈະເລີ່ມຊອກຫາຄວາມສຳພັນຄວາມຮັກຄັ້ງໃໝ່ທັນທີ ແລະ ມັນກໍໄດ້ວົນລູບແບບນີ້ຊ້ຳໆຢູ່ເລື່ອຍໄປ....