Highlights The Love of My Life ເພງໃໝ່ຫຼ້າສຸດຈາກ RGB ແລະ ເພງນີ້ກໍມາໃນແນວໂມເດິນຂອງຍຸກປີ 80 (Modern Pop 80s) ທີ່ມີກິ່ນອາຍຊວນຝັນ (Dreamwave) ທີ່ໃຫ້ຄວາມຮູ້ສຶກເວລາຟັງ ຄືກຳລັງລ່ອງລອຍໃນອາກາດ ແລະ ພ້ອມຈະພາເຮົາອອກເດີນທາງໄປສູ່ໂລກແຫ່ງຈິນຕະນາການທີ່ເຕັມໄປດ້ວຍຄວາມມະຫັດສະຈັນ. ເນື້ອຫາວິດີໂອເພງ ແມ່ນໄດ້ມີການສ້າງສະຖານະການທີ່ເຮັດໃຫ້ຜູ້ຫຼິ້ນເກມ ຖືກດຶງເຂົ້າໄປໃນໂລກສະເໝືອນຈິງຂອງເກມທີ່ກຳລັງຫຼິ້ນຢູ່...
Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ ອັງກິດ ໄດ້ຢ່າງລົງໂຕ.
ເສັ້ນທາງການເດີນໃນສາຍນັກດົນຕີຂອງ The Meow ສູ່ການເປັນສິລະປິນທີ່ມີເພງທຳອິດຊື່ວ່າ “How To ຖືກຖິ້ມ” ຊວນຮູ້ຈັກກັບຄວາມຝັນໃນຖານະນັກດົນຕີຂອງພວກເຂົາ.
ຖ້າກຳລັງສັບສົນໃນຄວາມຮູ້ສຶກຢູ່ລອງຟັງ How to ຖືກຖິ້ມ ເພງທີ່ຈະເຮັດໃຫ້ເຮົາໄດ້ທົບທວນ ແລະ ເຂົ້າໃຈຕົວເອງຫຼາຍຂື້ນ.
ມື້ນີ້ມ່ວນມີເພງໃໝ່ມາແນະນຳໃຫ້ທຸກຄົນໄດ້ຟັງນຳກັນ ແລະ ຢາກບອກວ່າເປັນເພງສະໄຕລ໌ Hip-hop ທີ່ແຣັບເດືອດສຸດໆອີກເພງໜຶ່ງເລີຍ, ເພງ “Fly with Highbros” ເພງໃໝ່ຂອງ RGB ທີ່ໄດ້ GeniusFlow ມາຮ່ວມຮ້ອງ. RGB (Rangerbox DongDok Junior) ຫຼື Nobphon, ປັດຈຸບັນສັງກັດຢູ່ທີ່ຄ້າຍ Highbros Entertainment...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?