ຫຼາຍຄົນອາດຈະເຄີຍສັງເກດເຫັນວ່າຄົນອ້ອມຂ້າງ ຫຼື ຕົວເຈົ້າເອງນັ້ນຈະມີພຶດຕິກຳທີ່ເວລາຄົບໃຜ ຫຼື ວ່າມີແຟນໃໝ່ກໍຈະມີອາການຢາກປ່ຽນແປງຕົວເອງໃຫ້ເຂົ້າກັບຄົນທີ່ຄົບຢູ່ໃນປັດຈຸບັນ, ພໍຄົບໃຜກໍຈະປ່ຽນໄປຕາມຄົນນັ້ນເລື່ອຍໆ ເຊິ່ງມັນໄດ້ສະແດງໃຫ້ເຫັນທາງດ້ານການກະທຳ ແລະ ເປັນການປັບຕົວເອງໃຫ້ເຂົ້າກັບຄົນຮັກໄປໂດຍອັດຕະໂນມັດ, ເພື່ອຢາກໃຫ້ເກີດຄວາມໃກ້ຊິດ ແລະ ມີຄວາມສຳພັນທີ່ບໍ່ຢາກໃຫ້ມີຫຍັງເຂົ້າມາເປັນບັນຫາລົບກວນ. ພຶດຕິກຳແບບນີ້ເອີ້ນວ່າ: Mirroring behaviors ແມ່ນການຮຽນແບບການກະທຳ, ຮູບແບບການເວົ້າ ຫຼື ທັດສະນະຄະຕິຂອງອີກຄົນໜຶ່ງ, ສ່ວນຕົວບຸກຄົນນັ້ນກໍມີທັງຮູ້ຕົວ ແລະ ບໍ່ຮູ້ຕົວ. ພຶດຕິກຳນີ້ມັກເກີດຂຶ້ນໃນສະຖານະການທີ່ມີການສື່ສານກັບຄົນໃນສັງຄົມ...