ເຄີຍສົງໄສບໍ່ວ່າ ບາງຄັ້ງຄົນເຮົາກໍຕົກຫຼຸມຮັກກັນໄດ້ຈາກເລື່ອງເລັກນ້ອຍໆທີ່ເບິ່ງຄືບໍ່ຫຍັງຫຼາຍ. ບໍ່ຕ້ອງເຖິງຂັ້ນໃຫ້ດອກໄມ້ຊໍ່ໃຫຍ່ ຫຼື ພາໄປດິນເນີພາຍໃຕ້ແສງທຽນທີ່ແສນໂຣແມນຕິກ, ພຽງແຕ່ການກະທຳເັລກໆນ້ອຍໆທີ່ເອີ້ນວ່າ “Micro-mance” ກໍສາມາດຈຸດປະກາຍຄວາມຮູ້ສຶກດີໆໃນໃຈຂອງເຮົາໄດ້ແລ້ວ. Micro-mance ຄືຊ່ວງເວລາເລັກນ້ອຍທີ່ສະແດງເຖິງຄວາມໃສ່ໃຈ, ຄວາມໜ້າຮັກ ແລະ ຄວາມຈິງໃຈ ບໍ່ວ່າຈະເປັນການສົ່ງຂໍ້ຄວາມຫ່ວງໃຍຕອນເຊົ້າ, ການຈື່ໄດ້ວ່າເຂົາມັກກິນຫຍັງ ຫຼື ແມ່ນແຕ່ຮອຍຍິ້ມທີ່ສົ່ງໃຫ້ກັນໃນຈັງຫວະທີ່ເຂົາຜູ້ນັ້ນຕ້ອງການກຳລັງໃຈ. ມັນອາດຈະເບິ່ງຄືເປັນເລື່ອງທຳມະດາ ແຕ່ຖ້າເຮັດຖືກຈັງຫວະ ຮັບຮອງວ່າເຂົາຕ້ອງແອບຍິ້ມໃນໃຈຢ່າງແນ່ນອນ. ແຕ່ດຽວກ່ອນ! ການເຮັດ Micro-mance...