ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່ ບໍ່ວ່າຈະຜ່ານມາຈັກຍຸກສະໄໝ ໜຶ່ງສິ່ງໃນວົງການການຕະຫຼາດທີ່ຢູ່ເໜືອການເວລາ ແລະ ຖືກພິສູດມາຫຼາຍຕໍ່ຫຼາຍຄັ້ງແລ້ວວ່າ ສາມາດສ້າງຜົນລັບໄດ້ຈິງ ນັ້ນກໍຄື ການເລົ່າເລື່ອງ ຫຼື Storytelling. ດຽວບົດຄວາມ The Marketing Renaissance ນີ້, ມ່ວນ ສະເປຊຽວຕີ້ ຈະພາທຸກຄົນທຳຄວາມຮູ້ຈັກກກັບ ການເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກຂອງການຕະຫຼາດຍຸກດິຈິຕອລ. ໃນຖານະທີ່ຜູ້ຂຽນເຮັດວຽກໃນສາຍ Digital Marketing ມາສິບກວ່າປີ,...
ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ. ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ (Followers ຫຼືວ່າຄົນມາກົດໄລຄ໌ເພຈ) ທີ່ເປັນໜຶ່ງໃນມາດວັດຜົນລັບຂອງການເຮັດການຕະຫຼາດດິຈິຕອລນັ້ນ ຄັ້ງໜຶ່ງເຄີຍເປັນໂຕເລກທີ່ສຳຄັນທີ່ສຸດ ເພື່ອຊີ້ວັດຄວາມສຳເລັດໃນການສ້າງແບຣນດ໌ ຫຼື ທຸລະກິດ, ແຕ່ຕອນນີ້ ແນວຄິດນີ້ມັນໃຊ້ບໍ່ໄດ້ແລ້ວ. ອັດຕາການມີສ່ວນຮ່ວມທີ່ຕ່ຳລົງ ສວນທາງການໂຕເລກຜູ້ຕິດຕາມ...