ເມື່ອເວົ້້າເຖິງແນວເພງປະສົມປະສານລະຫວ່າງ Synth Wave ແລະ Pop ບອກໄດ້ເລີຍວ່າ: Dancing on the floor ຄືໜຶ່ງໃນເພງຈາກສິລະປິນມ້າມືດຢ່າງ VVVVANNO ທີ່ຈະພາຫຼາຍຄົນປ່ອຍໃຈໃຫ້ໄຫຼໄປກັບອາລົມທີ່ຍັງບໍ່ເຄຼຍໃນຄວາມສຳພັນທີ່ບໍ່ຊັດເຈນ. “Dancing on the floor” ບໍ່ແມ່ນເພງທຳອິດຂອງ VVVVANNO ໂດຍຜົນງານກ່ອນໜ້ານີ້ແມ່ນ Fancy ເຊິ່ງໃຫ້ໝູດເພງຊ້າເພີດເພີນກັບສຽງຮ້ອງ ແລະ...