ຫຼາຍໆຄົນຄົງເຄີຍເຈິສະຖານະການນີ້, ທີ່ມີຍາດພີ່ນ້ອງ ຫຼື ຄົນທີ່ເຈົ້າຮັກມັກມາບອກວ່າປັນຫວ່ງພວກເຈົ້າໃຫ້ຄົນອື່ນຟັງແລ້ວຕັ້ງໃຈຢາກທີ່ຈະຊ່ວຍເຫຼືອ ແລະ ແຕ່ງປັ້ນເລື່ອງລາວໃຫ້ເຈົ້າເສຍຫາຍ, ໂດຍທີ່ບໍ່ມີມູນຄວາມຈິງ (ການນິນທາ ຫຼື ໃສ່ຮ້າຍ) ສ້າງສະຖານະການຄົນໃຈບຸນມີເມດຕາທັງໆທີ່ເຄີຍປະຕິບັດບໍ່ດີໃສ່ເຈົ້າເພື່ອຕ້ອງການດ້ອຍຄ່າໃຫ້ເຈົ້າບໍ່ສາມາດເດີນດ້ວຍຕົນເອງໄດ້ ແລະ ຕ້ອງເພິ່ງພາແຕ່ພວກເຂົາ, ເຊິ່ງພຶດຕິກໍານີ້ມັນບໍ່ກໍ່ປະໂຫຍດຫຍັງຕໍ່ເຈົ້າເລີຍ ແລະ ມັນກຳລັງຈະທໍາລາຍຄວາມໝັ້ນໃຈຂອງເຈົ້າເຮັດໃຫ້ເຈົ້າບໍ່ສາມາດເປັນຕົວຂອງຕົວເອງໄດ້. ການເວົ້າເຖິງເຈົ້າໃນແງ່ລົບເຊັ່ນເວົ້າວ່າ: ເຈົ້າບໍ່ສາມາດດູແລຕົນເອງໄດ້ (ເຖິງແມ່ນວ່າເຈົ້າສາມາດດູແລຕົນເອງໄດ້ດີ), ເຈົ້ານິໄສບໍ່ດີ (ທັງໆທີ່ບໍ່ເຄີຍເຮັດຫຍັງໃສ່ພວກເຂົາເລີຍ) ມັນສະແດງໃຫ້ເຫັນວ່າເຂົາກຳລັງຈະເຮັດໃຫ້ເຈົ້າໝົດຄວາມໝັ້ນໃຈ ແລະ...