BAY6IX

2 ບົດຄວາມ
Muan Listen - ມ່ວນຊວນຟັງ

ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ “ເປັນພຽງຝັນ” ຈາກ BAY6IX ແລະ LALA

“ເປັນພຽງຝັນ” ເປັນການເດີນທາງຂອງຫົວໃຈທີ່ຈະພາເຮົາໄປສຳຜັດກັບຄວາມຮູ້ສຶກທີ່ເລິກເຊິ່ງ, ປະສົມກັບສຽງດົນຕີທີ່ຄ່ອຍໆດຶງຄວາມຮູ້ສຶກໃນໃຈອອກມາຢ່າງອ່ອນໂຍນ ແລະ ຈັງຫວະທີ່ຈະຕິດຢູ່ໃນໃຈຜູ້ຟັງຕະຫຼອດໄປ. ໂດຍແນວເພງຈະເປັນເພງຊ້າທີ່ເຂົ້າໃຈງ່າຍເຮັດໃຫ້ຜູ້ຟັງຮູ້ສຶກຄືກັບກຳລັງດຳດິ່ງຢູ່ໃນໂລກແຫ່ງຄວາມຝັນ ແລະ ຄວາມຮັກ. ການຖ່າຍທອດເລື່ອງລາວຂອງຄວາມຮັກທີ່ງົດງາມແຕ່ເຕັມໄປດ້ວຍຄວາມເຈັບປວດ. ເນື້ອເພງຍັງບອກເລົ່າເຖິງຄວາມຮັກທີ່ເລີ່ມຕົ້ນດ້ວຍຄວາມຫວັງ ແລະ ຄວາມຜູກພັນ, ແຕ່ກັບປ່ຽນເປັນຄວາມເຈັບປວດເມື່ອຄົນທີ່ຮັກຈາກໄປໂດຍບໍ່ມີການບອກລາ ພ້ອມກັບຄວາມໂສກເສົ້າທີ່ຕ້ອງປະເຊີນກັບຄວາມເປັນຈິງ. ຕຽມຈິດຕຽມໃຈໃຫ້ພ້ອມກ່ອນໄປຕຳເພງຟິວຮັກທີ່ອັດແໜັ້ນດ້ວຍຄວາມເຈັບປວດຈາກຜົນງານໃໝ່ຂອງສິລະປິນລາວຢ່າງ BAY6IX ແລະ LALA. ໂດຍ: ທີມບັນນາທິການມ່ວນ

Muan Listen - ມ່ວນຊວນຟັງ

BAY6IX & LALA ປ່ອຍເພງໃໝ່ “ຮູ້ຈັກເພື່ອຈາກລາ” ໄດ້ນັກຮ້ອງດັງ ເຣນິສະຣາ (เรนิษรา) ຈາກຝັ່ງໄທມາຮ່ວມຮ້ອງ

“ເຖິງຮັກກັນເທົ່າໃດ ແຕ່ມັນຕ້ອງມີຈັກວັນ ທີ່ເຮົາສອງຄົນຈະຈາກລາ” ໜຶ່ງໃນທ່ອນຮ້ອງຈາກເພງ “ຮູ້ຈັກເພື່ອຈາກລາ” ຮ້ອງໂດຍສິລະປິນ BAY6IX & LALA ft. เรนิษรา ເປັນທ່ອນຮ້ອງທີ່ຕິດຫູຫຼາຍສຳລັບເພງໃໝ່ຈາກສິລະປິນ BAY6IX & LALA ທີ່ມີເພງດັງຢ່າງ “ຕື່ນຈາກຝັນ” ເຊິ່ງປັດຈຸບັນມີຄົນຟັງຫຼາຍກວ່າ 185 ລ້ານວິວໃນຍູທູບ. ການກັບມາໃນຄັ້ງນີ້ຍັງເຮັດແຟນເພງຕື່ນເຕັ້ນຫຼາຍເພາະໄດ້ພະເອກເອັມວີຢ່າງ ຊານົນ ມະນີຜົນ (ຮອງອັນດັບ 4...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.