ເພງ “ຢາກຮູ້ (Are you 4real)” ຂອງ Aluna Thavonsouk ເປັນການນໍາເພງເກົ່າມາເລົ່າໃໝ່ໃນປີ 2025 ໄດ້ຢ່າງລົງຕົວ ດ້ວຍເນື້ອຫາທີ່ສະທ້ອນຄວາມຮູ້ສຶກຂອງຄົນທີ່ເຄີຍຊິນກັບການຢູ່ຄົນດຽວ, ແຕ່ຖ້າຈະມີໃຜຈັກຄົນຈະເຂົ້າມາໃນຊິວິດ ກ່ອນທີ່ຈະເປີດໃຈກໍຢາກຈະຮູ້ວ່າ ເຂົາມີຄວາມຈິງໃຈກັບເຮົາແທ້ຈິງ ຫຼື ບໍ່. “ເຈົ້າມີບໍ່ຄວາມຈິງໃຈ….ຢາກຮູ້” ເປັນຫົວໃຈຫຼັກຂອງເພງທີ່ຕ້ອງການຄວາມສື່ຊັດ ແລະ ຄວາມຊັດເຈນໃນຄວາມສໍາພັນ, ສະແດງໃຫ້ເຫັນເຖິງຄວາມກັງວົນ ແລະ...