ຄໍາເວົ້າມີບົດບາດສໍາຄັນໃນການໃຫ້ກໍາລັງໃຈຜູ້ທີ່ເປັນຊຶມເສົ້າ, ຄວາມໃສ່ໃຈຂອງເຮົາສາມາດເຮັດໃຫ້ພວກເຂົາຮູ້ສຶກດີທີ່ຍັງມີຄົນທີ່ເຂົ້າອົກເຂົ້າໃຈເຮົາ. ແຕ່ໃນທາງກົງກັນຂ້າມ, ການເວົ້າໂດຍທີ່ບໍ່ໄດ້ຄິດ ແລະ ກັ່ນກອງດີໆອາດເຮັດໃຫ້ເຂົາຮູ້ສຶກບໍ່ດີ ແລະ ເຮັດໃຫ້ພວກເຂົາມີອາການຊຶມເສົ້າໜັກກວ່າເກົ່າໄດ້. ເວົ້າງ່າຍໆຄືຄໍາເວົ້າມີຜົນກະທົບຕໍ່ຜູ້ທີ່ເປັນຊຶມເສົ້າສູງ ແລະ ມີຜົນຕໍ່ການຮັກສາອາການຊຶມເສົ້າຂອງພວກເຂົາອີກດ້ວຍ. ສະນັ້ນ, ມ່ວນຢາກມາບອກໝູ່ເພື່ອນໃຫ້ລະວັງ, ເອົາໃຈໃສ່ບຸກຄົນທີ່ເປັນຊຶມເສົ້າໃຫ້ຫຼາຍຂຶ້ນ ແລະ ຢ່າເວົ້າ 5 ສິ່ງນີ້ກັບພວກເຂົາ. 1. “ຊີວິດເຈົ້າດີແລ້ວເດ, ເປັນຫຍັງຕ້ອງຊຶມເສົ້ານໍາ?” ຄວາມເຂົ້າໃຈແບບຜິດໆທີ່ຫຼາຍຄົນມີແມ່ນ ‘ຄົນທີ່ຊຶມເສົ້າຕ້ອງມີຊີວິດທີ່ລໍາບາກ’...