ເພງ ເປັນດັ່ງມື້ວານ ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ ປ່ອຍເພງຮັກສຸດເສົ້າທີ່ສູນເສຍໄປ ສຽງມີສະເໜ່ທີ່ມີເອກະລັກ ແລະ ກິ່ນອາຍເພງ Pop Indie.
ຜົນງານນີ້ບໍ່ພຽງແຕ່ສະແດງເຖິງຄວາມສາມາດໃນການແຕ່ງເພງທີ່ມີຫຼາຍພາສາຂອງລາວເທົ່ານັ້ນ, ແຕ່ຍັງເປັນການເລີ່ມຕົ້ນການເດີນທາງສາຍດົນຕີຄັ້ງໃໝ່ຂອງ FAZ $F ເພື່ອສ້າງສັນຜົນງານທີ່ມີຄຸນນະພາບສູງໃຫ້ກັບແຟນເພງ.
Warm ເພງທີ່ຍັງເຮັດໃຫ້ໃຈອຸ່ນສະເໝີກັບສິລະປິນສາວສຽງເປັນເອກະທີ່ຫາທຽບໄດ້ຢາກໃນບ້ານເຮົາຢາງ Luhwvn ກັບແນວດົນຕີ Pop, Soul Ballad ຖ່າຍທອດອາລົມຂອງການຄິດຮອດໃຜບາງຄົນທີ່ເຄີຍມີຄວາມໝາຍ ແລະ ຍັງຄົງສົງໃສຢູ່ໃນໃຈວ່າຈະເປັນແນວໃດຖ້າເຮົາຍັງຮັກກັນ. ເພງທີ່ບໍ່ມີຈັງຫວະຂອງກອງເລີຍແມ້ແຕ່ບາດເຄາະດຽວມີພຽງແຕ່ໃຫ່ເປຍໂນຂັບເຄື່ອນເປັນດົນຕີຫຼັ້ກພ້ອມກັບດົນຕີຊິ້ນອື່ນທີ່ຄ່ອຍບິ້ວອາລົມ ສ່ວນໃຫ້ຜູ້ຟັງຈິນຕະນາການຈັງຫວະໃນຫົວເອງໃຫ້ເຮົາໄດ້ລອງລ່ອຍໄປກັບສຽງຮ້ອງທີ່ສື່ຄວາມໝາຍໄດ້ຢ່າງເລິກຊຶ່ງ ແລະ ຊັດເຈນນັ້ນເອງ. ເປັນເພງທີ່ສົນທະນາກັບຫົວໃຈຕົວເອງວ່າຄວາມຮັກທີ່ຈາກໄປມັນຍັງອຸ່ນຢູ່ໃນໃຈເຮົາພຽງໃດ ແລະ ຖ້າຢາກຍ້ອນເວລາກັບໄປໄດ້ເສັ້ນທາງເຮົາຈະເປັນແນວໃດ. ໂດຍ: ທີມບັນນາທິການ Muan