ໃຜຫຼາຍໆຄົນຄົງກຳລັງພົບບັນຫາທີ່ວ່າເປັນຫຍັງແຟນຈຶ່ງມັກເອົາແຕ່ໃຈແທ້, ຄືມັກຮຽກຮ້ອງຄວາມສົນໃຈຕະຫຼອດ ແລະ ເຮັດຫຍັງກະບໍ່ຖືກໃຈຈັກເທຶ່ອ. ແລ້ວເປັນຫຍັງຢູ່ດີໆລາວຄືເປັນແນວນັ້ນລະ? ເຮົາໄດ້ສັງເກດພຶດຕິກຳລາວແລ້ວບໍ່? ແອັດຄິດວ່າມັນຕ້ອງມີເຫດຜົນຂອງມັນຢູ່ໃນນັ້ນແຫຼະ. ມື້ນີ້ມ່ວນກໍມີເຄັດລັບມາບອກຕໍ່ໃຫ້ທຸກຄົນໄດ້ລອງນຳໄປປັບໃຊ້, ວ່າເຮົາຈະເຮັດແນວໃດດີຈຶ່ງເອົາໃຈ ແລະ ເຮັດຖືກໃຈແຟນ, ເພາະມັນກໍ່ເປັນເລື່ອງທີ່ຍາກຄືກັນ, ເອົາເປັນວ່າເຮົາມາລອງ 5 ວິທີເອົາໃຈໃຫ້ແຟນຮັກແຟນຫຼົງ. 1. ສ້າງຄວາມໄວ້ວາງໃຈ, ຄວາມໝັ້ນຄົງໃຫ້ແຟນຮູ້ສຶກມີຄຸນຄ່າ. ການສະແດງອອກໃນການດູແລແຟນຈະຊ່ວຍໃຫ້ລາວຮູ້ສຶກປອດໄພໝັ້ນໃຈໃນຄວາມສຳພັນ ແລະ ເຮັດໃຫ້ລາວມີຄຸນຄ່າໃນສາຍຕາເຈົ້າ. ການທີ່ຮູ້ວ່າເຈົ້າຄອຍຢູ່ຄຽງຂ້າງ ແລະ...