ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ກະໂພດເນາະຕິດແຟນຈົນລືມໝູ່ ຢາກໃຫ້ແຟນຮັກຈົນໂງຫົວບໍ່ຂຶ້ນເຮັດແນວໃດ?
Muan RelationTips

ກະໂພດເນາະຕິດແຟນຈົນລືມໝູ່ ຢາກໃຫ້ແຟນຮັກຈົນໂງຫົວບໍ່ຂຶ້ນເຮັດແນວໃດ?

ແບ່ງປັນ

ໃຜຫຼາຍໆຄົນຄົງກຳລັງພົບບັນຫາທີ່ວ່າເປັນຫຍັງແຟນຈຶ່ງມັກເອົາແຕ່ໃຈແທ້, ຄືມັກຮຽກຮ້ອງຄວາມສົນໃຈຕະຫຼອດ ແລະ ເຮັດຫຍັງກະບໍ່ຖືກໃຈຈັກເທຶ່ອ. ແລ້ວເປັນຫຍັງຢູ່ດີໆລາວຄືເປັນແນວນັ້ນລະ? ເຮົາໄດ້ສັງເກດພຶດຕິກຳລາວແລ້ວບໍ່? ແອັດຄິດວ່າມັນຕ້ອງມີເຫດຜົນຂອງມັນຢູ່ໃນນັ້ນແຫຼະ.

ມື້ນີ້ມ່ວນກໍມີເຄັດລັບມາບອກຕໍ່ໃຫ້ທຸກຄົນໄດ້ລອງນຳໄປປັບໃຊ້, ວ່າເຮົາຈະເຮັດແນວໃດດີຈຶ່ງເອົາໃຈ ແລະ ເຮັດຖືກໃຈແຟນ, ເພາະມັນກໍ່ເປັນເລື່ອງທີ່ຍາກຄືກັນ, ເອົາເປັນວ່າເຮົາມາລອງ 5 ວິທີເອົາໃຈໃຫ້ແຟນຮັກແຟນຫຼົງ.

1. ສ້າງຄວາມໄວ້ວາງໃຈ, ຄວາມໝັ້ນຄົງໃຫ້ແຟນຮູ້ສຶກມີຄຸນຄ່າ.

ການສະແດງອອກໃນການດູແລແຟນຈະຊ່ວຍໃຫ້ລາວຮູ້ສຶກປອດໄພໝັ້ນໃຈໃນຄວາມສຳພັນ ແລະ ເຮັດໃຫ້ລາວມີຄຸນຄ່າໃນສາຍຕາເຈົ້າ. ການທີ່ຮູ້ວ່າເຈົ້າຄອຍຢູ່ຄຽງຂ້າງ ແລະ ພ້ອມຈະສະໜັບສະໜຸນໃນທຸກສະຖານະການຈະຊ່ວຍສ້າງຄວາມໄວ້ວາງໃຈເຊິ່ງເປັນພື້ນຖານຂອງຄວາມສໍາພັນທີ່ດີ.

2. ເສີມສ້າງຄວາມຮັກ, ຄວາມຜູກພັນໃຫ້ປະທັບໃຈໃນໄລຍະຍາວ.

ເມື່ອເຈົ້າດູແລແຟນດ້ວຍຄວາມຫ່ວງໃຍ, ຄວາມຮັກ ແລະ ຄວາມສຳພັນຍິ່ງຈະດີເພີ່ມຂຶ້ນ. ໃຫ້ເບິ່ງແຍງເລື່ອງເລັກໆນ້ອຍໆ. ການດູແລຄົນຮັກຂອງເຈົ້າຈະສ້າງຄວາມປະທັບໃຈ ແລະ ຄວາມຊົງຈໍາດີໆ.

3. ສ້າງບັນຍາກາດທີ່ອົບອຸ່ນ ແລະ ຄວາມສຸກ.

ຄວາມສຳພັນທີ່ດີຄວນເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມສຸກ. ການດູແລເອົາໃຈໃສ່ຂອງເຈົ້າຈະສ້າງບັນຍາກາດທີ່ເຈົ້າທັງສອງຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກຮ່ວມກັນ. ໃຫ້ສະແດງຄວາມຮັກ, ຄວາມຫ່ວງໃຍເພື່ອເຮັດໃຫ້ຄວາມສຳພັນເປັນພື້ນທີ່ສະບາຍໃຈໃຫ້ກັນ ແລະ ກັນ.

4. ຫຼຸດຜ່ອນບັນຫາ ແລະ ຂໍ້ຂັດແຍ້ງຕ່າງໆ.

ການເອົາໃຈໃສ່ກັນຈະຫຼຸດຜ່ອນຄວາມຂັດແຍ້ງໃນຄວາມສໍາພັນ. ເມື່ອທັງສອງຝ່າຍໄດ້ຮັບຄວາມສົນໃຈ ແລະ ເຂົ້າໃຈ, ຄວາມຂັດແຍ້ງຈະໜ້ອຍລົງ, ໃຫ້ຮຽນຮູ້ຄວາມເຂົ້າໃຈ ແລະ ປັບຕົວເຂົ້າກັນໄດ້ຫຼາຍຂຶ້ນ.

5. ໃຫ້ແຟນດູແລເຈົ້າຄືນ.

ເມື່ອເຈົ້າເອົາໃຈໃສ່ດູແລແຟນຂອງເຈົ້າ, ເຈົ້າຄວນຈະໄດ້ຮັບຄວາມສົນໃຈກັບຄືນມາເຊັ່ນກັນ. ຄວາມສໍາພັນທີ່ມີການດູແລກັນທັງສອງຝ່າຍມັນຈະຊ່ວຍໃຫ້ມັນມີຄວາມສົມດຸນ ແລະ ມີຄວາມສຸກ, ເພາະຈະເຮັດໃຫ້ທັງສອງຮູ້ສຶກວ່າໄດ້ຮັບຄວາມຮັກ ແລະ ການຖືກດູແລເທົ່າທຽມກັນ.

ນີ້ເປັນບັນຫາລະດັບຊາດເລີຍໃດຖ້າບໍ່ຮີບຮ້ອນແກ້ໄຂ, ຖ້າວ່າແຟນຍັງຄຽດເຮົາຢູ່. ເພາະການເອົາໃຈໃສ່ໃຫ້ເວລາ ແລະ ດູແລແຟນໃຫ້ດີແລ້ວເພີ່ມຄວາມຫວານໃຫ້ກັນມັນມີຜົນຕໍ່ຄວາມສໍາພັນຂອງຄົນທີ່ມີຄູ່, ບໍ່ພຽງແຕ່ເຮັດໃຫ້ຄວາມສໍາພັນເຂັ້ມແຂງແຕ່ມັນຍັງຊ່ວຍສ້າງຄວາມຮູ້ສຶກທີ່ດີໃຫ້ກັນ ແລະ ກັນນຳອີກ.

ໂດຍ: ທີມບັນນາທິການ Muan

See also  ໂສດດ້ວຍຄວາມສາມາດ Chronically Single ເປັນແລ້ວອອກຍາກ ບໍ່ຢາກມີແຟນ ແກ້ແນວໃດ?

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.