ເຊື່ອວ່າໃຜຫຼາຍຄົນກໍເຄີຍພົບເຈີກັບບັນຫາຄວາມສຳພັນທາງໄກ ທີ່ຕ້ອງພະຍາຍາມຮັກສາຄວາມຮັກກັບຄົນທີ່ຢູ່ຫ່າງກັນ, ບໍ່ຄ່ອຍໄດ້ພົບກັນຫຼາຍ, ເຖິງຈະຍັງຕິດຕໍ່ກັນແຕ່ກໍບໍ່ສາມາດເຫັນໜ້າກັນໃນຊີວິດຈິງໄດ້ ເຊິ່ງທັງສອງຝ່າຍຈະຮັກກັນປານໃດກໍປະຕິເສດບໍ່ໄດ້ເລີຍວ່າ ການທີ່ຢູ່ໄກກັນເປັນປັດໄຈໜຶ່ງທີ່ມາບັ່ນທອນຄວາມສຳພັນໃຫ້ຄວາມຮັກຫຼຸດໜ້ອຍຖອຍລົງ. ນອກຈາກນັ້ນແລ້ວ, ຍັງມີອີກຫຼາຍສິ່ງທີ່ຄວາມສຳພັນທາງໄກຕ້ອງເຈິ ບໍ່ວ່າຈະເປັນຄວາມໂດດດ່ຽວ, ຄວາມຮູ້ສຶກບໍ່ແນ່ນອນ, ຄວາມລະແວງ ແລະ ສຸດທ້າຍແມ່ນຄວາມຕ້ອງການທາງຮ່າງກາຍທີ່ຄູ່ຮັກບໍ່ສາມາດໃຫ້ກັນໄດ້. ແຕ່ກໍຍັງມີຫຼາຍຄູ່ທີ່ຢືນຢັນວ່າ ຄວາມຮັກທາງໄກນັ້ນສາມາດດຳເນີນໄປຕໍ່ໄດ້. ເມື່ອເປັນແນວໃດນັ້ນເຮົາຄວນຮັກສາຄວາມສຳພັນທາງໄກແນວໃດເພື່ອໃຫ້ຄວາມສຳພັນຍັງສາມາດດຳເນີນໄປໄດ້ຕໍ່ ໂດຍສະເພາະຍຸກນີ້ທີ່ເຮົາສາມາດຕິດຕໍ່ສື່ສານກັນໄດ້ຢ່າງງ່າຍດາຍ ຂໍພຽງແຕ່ມີຄວາມຖີ່ໃນການຕິດຕໍ່ກັນ ກໍຈະຊ່ວຍໃຫ້ຄວາມຫວານບໍ່ແພ້ຄູ່ຮັກທີ່ຢູ່ໃກ້ຊິດກັນຄື: 1. ພະຍາຍາມລົມໂທລະສັບຟັງສຽງຂອງກັນແລະກັນໃຫ້ຫຼາຍ. ການລົມໂທລະສັບເປັນສິ່ງວິທີທີ່ດີທີ່ສຸດໃນການເຊື່ອມຕໍ່ກັບຄົນຮັກ ຫຼື...