ໃນຊີວິດທີ່ເຫຼືອຈະໄດ້ພົບກັບ “ຮັກສຸດທ້າຍ” ບໍ? ຊວນຫາຄຳຕອບໃນເພງໃໝ່ສຸດຊື້ງຈາກ ຕີ໋ ອຸດາໄລ ທີ່ໄດ້ຝາກຜົນງານເພງໃໝ່ ແລະ ບອກເລົ່າຄວາມຮັກສຸດກິນໃຈຜ່ານທຳນອງ ແລະ ເນື້ອເພງທີ່ຟັງແລ້ວເຮັດໃຫ້ຄົນທີ່ມີຄູ່ນັ້ນມີກຳລັງໃຈໃນການສູ້ ຮ່ວມກັນເອົາຊະນະອຸປະສັກກ້າວຂ້າມຜ່ານມັນໄປດ້ວຍກັນ. ໃນເອັມວີເພງກໍໄດ້ເລົ່າພາບມຸມມອງຂອງຄູ່ຮັກທີ່ມີອາຊີບທີ່ຕ່າງກັນ ແລະ ພະເອກເອັມວີກໍມີຄວາມຝັນທີ່ຢາກເຮັດ ແຕ່ລາວກໍຢາກຮັກສາທັງຄວາມຝັນ ແລະ ຜູ້ຍິງທີ່ເຮົາຮັກໃຫ້ກ້າວໄປດ້ວຍກັນ. ໃນສ່ວນນາງເອກນັ້ນກໍຢາກໃຫ້ພະເອກໄດ້ເດີນຕາມຄວາມຝັນໂດຍທີ່ບໍ່ຕ້ອງມາກັງວົນ. ດ້ວຍຄວາມຮັກທີ່ທັງສອງຄົນມີໃຫ້ກັນ ມັນກໍໄດ້ເຮັດໃຫ້ພວກເຂົາກັບມາຢູ່ດ້ວຍກັນເຖິງວ່າເວລາຂອງນາງເອກຈະເຫຼືອບໍ່ຫຼາຍ, ພວກເຂົາກໍເລືອກທີ່ຈະໃຊ້ທຸກເວລາ ແລະ...
ບໍ່ໜ້າເຊື່ອ DEE ROC ແຫກຄາແລັກເຕີປ່ອຍເພງໃໝ່ໄດ້ຫວານຊຶ້ງກິນໃຈ ຕ້ອນຮັບວາເລັນທາຍ. ໂດຍປົກກະຕິຖ້າໃຜໄດ້ຕິດຕາມ DEE ROC ຢູ່ແລ້ວກໍຈະຮູ້ດີວ່າສໄຕເພງສ່ວນຫຼາຍຈະເປັນສະໄຕHipHop/Trap. ການປ່ອຍເພງຄັ້ງນີ້ຖືວ່າອອກມາໜ້າປະທັບໃຈໂດຍສະເພະາໃນສ່ວນຂອງເນື້ອເພງທີ່ຂ້ອນຂ້າງກິນໃຈແຕ່ກໍຍັງຄົງກິ່ນອາຍຄາແລັກເຕີ ຄວາມເປັນ ເອກະລັກໄວ້ເຮັດໃຫ້ເຫັນອີກມຸມມອງໜຶ່ງຂອງ ສິລະປິນຄົນນີ້. ວາດຝັນ ເປັນເພງທີ່ເວົ້າເຖິງຄວາມຮັກ ທີ່ເຮົາພະຍາຍາມສ້າງໃຫ້ມັນໄປໄດ້ດີ, ປະຄັບປະຄອງ ແລະ ປັບໂຕທຸກທາງເພື່ອໃຫ້ບໍ່ມີປັນຫາ ແຕ່ກໍເກີດເລື່ອງ ແລະ ເປັນປັນຫາຢູ່ດີ, ເລີຍກັບມາຄິດໃຫ້ເລີກຂຶ້ນໄດ້ວ່າຄວາມຮັກ...
ຍັງ Move on ຈາກເພງເກົ່າບໍ່ພໍເທົ່າໃດ ກໍປ່ອຍເພງໃໝ່ອອກມາອີກແລ້ວກັບສິລະປິນ NAEMZ ແຣັປເປີນ້ອງໃໝ່ໄຟແຮງເຈົ້າຂອງຜົນງານເພງຮິດຕິດຫູ ສາວປັອບສຕາ ໄດ້ປ່ອຍຜົນງານໃໝ່ຫຼ້າສຸດສົດໆຮ້ອນໆພ້ອມເສີບໃຫ້ FC ໄດ້ຟັງກັນນັ້ນກໍຄືເພງ ສະຕິ ( สติ ). ທີ່ໄດ້ ແຣັປເປີດັງຈາກຟັງໄທຢ່າງ RachYO ຊື່ນີ້ແຟນໆຊາວHiphop/RNBບ້ານນາລາວ-ໄທຮູ້ດີ ກາລັນຕີ ຜົນງານເພງດັງຫຼາຍໆເພງ ໄດ້ມາ Featuring...
ການລາຈາກແບບໃດເຈັບປວດທີ່ສຸດ? ພໍເວົ້າເຖິງຄຳວ່າຈາກກັນບໍ່ວ່າຈະເປັນຮູບແບບໃດມັນກໍເສຍໃຈກັນທັງໝົດ ເພາະການທີ່ມີກັນຢູ່ດີໆ ແລ້ວມື້ໜຶ່ງເຂົາກໍຫາຍອອກໄປຈາກຊີວິດໄປ ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່ານັ້ນມັນຈະເຈັບປວດຂະໜາດໃດບໍ່ມີໃຜຮູ້ໄດ້ແນ່ນອນ. ລອງຟັງເພງ “ບົດສຸດທ້າຍ” ເພງໃໝ່ຈາກ Phoenix Boii x Thinlamphone ທີ່ຕ້ອງບອກວ່າເປັນການມາຮ່ວມຮ້ອງດ້ວຍກັນໄດ້ຢ່າງກົມກ່ອມ, ມີມິຕິດ້ວຍສຽງແຣັປທີ່ເທ້ລະມຸນ ແລະ ສຽງຫວານກັງວານຊວນຝັນ. Phoenix Boii ແຣັປເປີຈາກຫຼວງພະບາງທີ່ມາພ້ອມກັບລັກສະນະການແຣັປທີ່ມີສະເໜ່ ແລະ ເທ້ຂອງລາວ, ໄດ້ມາຖ່າຍທອດຄວາມຮູ້ສຶກຜ່ານທ່ອນແຮັປທີ່ໄດ້ບອກເຖິງຄວາມຮູ້ສຶກທີ່ແສນເຈັບປວດຂອງຄົນທີ່ຍັງຢູ່. ໄດ້ເລົ່າເຖິງຄວາມຮັກຄວາມສຳພັນຂອງຄູ່ຮັກຄູ່ໜຶ່ງທີ່ຖືວ່າທັງສອງນັ້ນຮັກກັນຫຼາຍ...
ການກັບມາຄັ້ງນີ້ຂອງນັດດາວໃນຄັ້ງນີ້ບໍ່ທຳມະດາອີກແລ້ວ ເອັມວີເພງມີຄວາມຊັບຊ້ອນໃນມຸມມອງການເລົ່າເລື່ອງແຕ່ກໍບໍ່ຍາກເກີນໄປທີ່ຈະຕີຄວາມໝາຍ ແລະ ເພງນີ້ຍັງໄດ້ ນິກ metallic ເຈົ້າຂອງເພງດັງໃນອະດີດຢ່າງເພງ ການເວລາ (2014) ແລະ ພຽງເຈົ້າ (2015) ມາຮ່ວມຖ່າຍທອດຄວາມຮູ້ສຶກຄວາມເຈັບປວດໃນຄວາມຮັກໃນເພງ “ເໝືອນຈະຜ່ານ”. “ຜ່ານມາແລ້ວທຸກເລື່ອງທຸກລາວຈະຮ້ອນຈະໜາວຂ້ອຍກໍ່ຜ່ານມາ ເຖິງແມ້ຈະແລກມາດ້ວຍນ້ຳຕາກໍຜ່ານມາແລ້ວ ຜ່ານມາແລ້ວທຸກຊ່ວງອາລົມທັງຂືນທັງຂົມ ຂ້ອຍຈົມກັບມັນຈົນເຖີງວັນນີ້ຂ້ອຍຍັງຈົດຈຳ ແລະ ຝັງໃນໃຈ” ເນື້ອຮ້ອງຈາກເພງ ເພງ “ເໝືອນຈະຜ່ານ”...
ເປີດຕົວສິລະປິນໜ້າໃໝ່ ມິກໂນ ຈາກຄ້າຍເພງສະໄຕລ໌ລູກທົ່ງບ້ານນາ LINTONG ENTERTAINMENT ໄດ້ປ່ອຍເພງທຳອິດຂອງລາວດ້ວຍເພງ “ຖິ້ມອ້າຍສາ” ທີ່ໄດ້ມາບອກເລົ່າເຖິງຄວາມເຈັບຊ້ຳສຸດໃຈຈາກຄວາມຮັກທີ່ຕ້ອງຍອມໃຫ້ຜູ້ຍິງທີ່ຮັກໄປພົບຄົນໃໝ່ທີ່ດີກວ່າ. ເຖິງວ່າຮັກນີ້ຈະຜູກພັນ ແລະ ຮັກເທົ່າໃດມັນກໍຍັງມີອຸປະສັກເຂົ້າມາຂວາງພວກເຂົາທັງສອງ, ເພາະດ້ວຍຖານະທີ່ແຕກຕ່າງ ແລະ ບໍ່ສາມາດດູແລຜູ້ຍິງໃຫ້ດີຂຶ້ນໄດ້. “ບໍ່ແມ່ນອ້າຍບໍ່ຮັກ ທີ່ອ້າຍປ່ອຍເຈົ້າໄປ ຄັນຊິດຶງຊິລັ້ງເອົາໄວ້ ກະຄົງບໍ່ມີຫຍັງດີ ປ່ອຍເຈົ້າໄປດີກວ່າ ໃຫ້ເຈົ້າໄປພໍ້ຄວາມສຸກໃໝ່ ໃຫ້ເຈົ້າໄປພໍ້ຄົນມີເງິນຫຼາຍ ຂີ້ທຸກຄືອ້າຍຕ້ອງຍອມຫຼີກທາງ” ໃນເນຶ້ອເພງໄດ້ເລົ່າວ່າຍ້ອນຮັກຜູ້ຊາຍຈຶ່ງຕ້ອງຍອມເຈັບປວດ...
ການລວມຕົວໃນຄັ້ງນີ້ເຮັດໃຫ້ແຟນເພງຕື່ນເຕັ້ນກັນເພາະ HUENCREW, VVIIV, DeeRoc, Luh Wvn, lilpaper, sumt1me, D1Zzzy, Jefff, LexNoLex, Horlock, trusj ທີ່ໄດ້ມາຮ່ວມຮ້ອງເພງດ້ວຍກັນຢ່າງເພງ “BLACK SUNDAY”. ເພງ BLACK SUNDAY ໄດ້ເປັນການບອກເລົ່າເຖິງຄວາມຜິດຫວັງ ແລະ ຄວາມເຈັບປວດທີ່ເກີດຂື້ນໃນຄວາມສຳພັນທີ່ບໍ່ມີທາງທີ່ຈະຄືນດີ ຫຼື...
ເລີ່ມເພງມາກໍຮູ້ສຶກວ່າຕິດຫູແລ້ວກັບເພງ “ສາວປັອບສະຕາ” ແຣັບເປີສາວນ້ອງໃໝ່ລາວໃຕ້ແດນຈຳປາສັກ, ທີ່ມີເອກະລັກຄືຄວາມໜ້າຮັກອາລົມດີຕາມສະໄຕລ໌ຄົນພາກໃຕ້. ໃນເນື້ອຮ້ອງກໍຍັງເວົ້າເຖິງຄວາມພູມໃຈ ແລະ ພັນລະນາເຖິງວັດທະນະທຳ, ສະຖານທີ່ຕ່າງໆທີ່ເປັນເອກະລັກຂອງຄົນລາວເຮົານຳອີກ. ເພງ ສາວປັອບສະຕາ ໄດ້ປະສົມປະສານການແຣັບ ແລະ ດົນຕີລາວຢ່າງ “ແຄນ ແລະ ພິນ” ດ້ວຍຈັງຫວະສະໜຸກສະໜານພ້ອມໃຫ້ທັງໃຫ້ຮູ້ສຶກທັງຢາກໂຍກເຕັ້ນ ແລະ ຟ້ອນ. ການແຣັບຂອງ NAEMZ ກໍຍັງຄົງເອກະລັກສຳນຽງ ແລະ...
ເພງ “ຕົກຂຸມຮັກ” ຜົນງານທຳອິດຂອງສິລະປິນໜ້າໃໝ່ຢ່າງ ນ້ອຍ ພົງສັກ ທີ່ໄດ້ປ່ອຍເພງອອກມາໃນຊ່ວງເດືອນ ທັນວາ 2024 ທີ່ຜ່ານມາ ແລະ ໃນເອັມວີເພງນັ້ນຍັງເຮັດອອກມາໄດ້ໜ້າຮັກເປັນທຳມະຊາດ ຈົນເຮັດໃຫ້ໃຜໄດ້ເບິ່ງໄດ້ຟັງເພງກໍອົດທີ່ຈະຍິ້ມ ແລະ ຕົກຂຸມຮັກໃນສະເໜ່ໄດ້ງ່າຍໆກັບຄວາມ Freshy ນີ້ຂອງ ນ້ອຍ ພົງສັກ. ບັນຍາກາດໃນເອັມວີນັ້ນຊວນເຮັດໃຫ້ຄິດຮອດບັນຍາກາດດີໆ ຂອງເຂດນອກເມືອງທີ່ຊາວບ້ານໄດ້ເຮັດກະສິກຳ ແລະ ຍັງຮູ້ສຶກເຖິງຄວາມຜ່ອນຄາຍໃນບັນຍາກາດຂອງເອັມວີທີ່ໄດ້ສື່ສານອອກມາ. ເພງມີຈັງຫວະຟັງງ່າຍສະບາຍໆ,...