ເນື້ອເລື່ອງແມ່ນໄດ້ເວົ້າເຖິງເລື່ອງຂອງໂນ້ ແລະ ດາ. ທັງສອງໄດ້ເປັນໝູ່ສະໄໝຮຽນມັດທະຍົມ ແລະ ຮຽນຫ້ອງດຽວກັນ. ຕອນນີ້ໄດ້ດຳເນີນດ້ວຍການຍ້ອນເວລາກັບໄປ-ກັບມາ, ເຮັດໃຫ້ເຫັນທັງເລື່ອງລາວອະດີດ ແລະ ປັດຈຸບັນທີ່ເປັນຢູ່ຂອງທັງສອງຄົນທີ່ຍັງມີເລື່ອງຕິດຄ້າງໃນໃຈທີ່ຕ້ອງການທີ່ຈະສະສາງມັນອອກໄປ. ພາບໄດ້ຕັດຍ້ອນກັບໄປໃຫ້ເຫັນພາບຕອນມັດທະຍົມ, ດາ ຜູ້ທີ່ມີພອນສະຫວັນໃນການຮ້ອງເພງ ແລະ ມີຄວາມໂດດເດັ່ນຈົນໃຜໆກໍຢາກທຳຄວາມຮູ້ຈັກ. ດາ ມີຄວາມຮູ້ສຶກພິເສດກັບ ເຕ້ ໜຸ່ມສຸດຮັອດປະຈຳຫ້ອງທີ່ທັງຮຽນເກັ່ງ, ຫຼິ້ນກິລາເດັ່ນ, ໜ້າຕາດີ. ແຕ່ເຕ້ກຳລັງຈະຍ້າຍໄປຢູ່ຕ່າງປະເທດກັບພໍ່ແມ່ກໍເລີຍຈະຈັດປາຕີ້ອຳລາກັບໝູ່ເພື່ອນ. ໂນ້...