ຊີວິດບໍ່ໄດ້ມີແຕ່ຄວາມສຸກສົມຫວັງຕະຫຼອດໄປແຫຼະ! ບາງມື້ກໍດີ ຍິ້ມຈົນເຈັບແກ້ມ ປາກແຫ້ງໄປໝົດ, ແຕ່ບາງມື້ກໍຮູ້ສຶກຄືຖືກຊີວິດເອົາຄືນ ທັງເມື່ອຍກາຍ ທັງໃຈວຸ້ນວາຍ ຈົນຢາກຈະຮ້ອງອອກມາວ່າ “ພໍແລ້ວ!”. ແຕ່ດຽວກ່ອນ. ຄວາມຮູ້ສຶກຈິດຕົກນີ້ມັນບໍ່ໄດ້ຢູ່ກັບເຮົາຕະຫຼອດໄປດອກ. ພຽງແຕ່ເຮົາຮູ້ທຣິກປັບຕົວ ແລະ ດູແລໃຈໃນມື້ທີ່ຮູ້ສຶກດາວນ໌, ກໍພໍຈະພາຕົວເອງກັບມາເປັນຄົນເກົ່າໄດ້ແລ້ວ. ມື້ນີ້ເຮົາມີທຣິກມາແຊ 5 ຢ່າງ ທີ່ທັງງ່າຍ ແລະ ສະບາຍ ແບບບໍ່ຕ້ອງຝືນຕົວເອງ ແຕ່ກໍຊ່ວຍໃຫ້ໃຈເບົາລົງໄດ້ຈົນໜ້າຕົກໃຈ....