Go Went Go ເປັນຄອນເທັນຄຣີເອເຕີໄທທີ່ໂດດເດັ່ນດ້ານການນຳສະເໜີການເດີນທາງໃນສະໄຕລ໌ທີ່ບໍ່ຄືໃຜ ເຊິ່ງເຖິງວ່າໃນຫຼາຍໆສະຖານທີ່ທີ່ລາວໄປອາດມີຄົນໄປມາກ່ອນແລ້ວ ແຕ່ລາວກໍຍັງສາມາດສ້າງມຸມມອງໃໝ່ໆ ທີ່ໜ້າສົນໃນໃຫ້ຜູ້ເບິ່ງໄດ້ສະເໝີ ໂດຍການພາຜູ້ຊົມສຳຫຼວດແຕ່ລະຈຸດຜ່ານການເລົ່າເລື່ອງທີ່ເຂົ້າເຖິງໄດ້ງ່າຍ ຄືກັບພາຜູ້ເບິ່ງອອກເດີນທາງໄປນຳກັນ. ຕໍ່ໄປນີ້ແມ່ນສູດລັບສຳຄັນທີ່ເຮັດໃຫ້ຄອນເທັນຂອງ Go Went Go ເປັນທີ່ຈົດຈຳ. 1. Main Idea: ໜຶ່ງສະຖານທີ່ ຫຼາຍມຸມມອງ Go Went Go ມີຄວາມສາມາດມາດພິເສດໃນການຖ່າຍທອດສະຖານທີ່ເກົ່າໃນມຸມມອງໃໝ່ໆ...