ເມື່ອມີຮັກທີ່ດີແລ້ວຄວນຈະຕ້ອງຮັກສາໄວ້ໃຫ້ດີທີ່ສຸດ, ເພາະນີ້ຄືສິ່ງທີ່ມີຄ່າອີກສິ່ງໜຶ່ງທີ່ບໍ່ຮູ້ວ່າຈະຫາໄດ້ຢູ່ໃສອີກ. ແຕ່ການຮັກສາຄວາມສຳພັນນັ້ນກໍຍາກຄືກັນ, ເພາະນອກຈາກຮັກແລ້ວມັນຍັງມີປັດໄຈອີກຕັ້ງຫຼາຍຢ່າງທີ່ເຮັດໃຫ້ບໍ່ໄດ້ໃສ່ໃຈ ແລະ ດູແລກັນເລີຍ. ແລ້ວຮັກນີ້ຈະໄປກັນລອດບໍ່? ຕ້ອງເຮັດແນວໃດບໍ່ໃຫ້ຮັກນີ້ຈືດຈາງ ແລະ ຄວາມຮັກຍັງຄົງຫວານຄືເກົ່າ ຫຼື ຢາກໃຫ້ມັນຫວານຂຶ້ນອີກ, ມ່ວນມີວິທີດີໆ ແລະ ເຮັດໄດ້ງ່າຍໆມາແນະນຳໃຫ້ທຸກຄົນລອງນຳໄປປັບໃຊ້ໃນຄວາມຮັກກັບ 5 ວິທີເພີ່ມຄວາມຫວານໃຫ້ຄວາມສຳພັນ. 1. ໃສ່ໃຈກັບລາຍລະອຽດນ້ອຍໆ ຈື່ເລື່ອງເລັກໆນ້ອຍໆເຊັ່ນ: ສິ່ງທີ່ມັກ ຫຼື ບໍ່ມັກ....