ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ, ເປັນໄດ້ແຕ່ຄົນລົມກັນ ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ! ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າເຮົາກະລົມກັນໄປຊິແຫຼະລົມໄປເລື້ອຍໆ. ໃຜແດ່ຢູ່ໃນສະຖານະແບບນີ້ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈ ເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ. 1. ບໍ່ຢາກຜູກມັດ ຫຼັກໆເລີຍຄືຢ້ານການໃຊ້ຊີວິດຮ່ວມກັບຄົນອື່ນ ແລະ ຍັງບໍ່ພ້ອມ, ຍັງຢ້ານວ່າມັນຈະຜິດຜາດແບບໃນອະດີດ,...