ນັກວິໄຈບອກວ່າ ການໂທດເຫຍື່ອເກີດຈາກກົນໄກການປ້ອງກັນຕົນເອງ ທີ່ບາງຄັ້ງເຮົາກໍບໍ່ທັນຮູ້ຕົວ. ແນວໃດກໍດີ ກົນໄກດັ່ງກ່າວ ຊ່ວຍໃຫ້ເກີດຄວາມຮູ້ສຶກດີກັບຕົວເອງ ເນື່ອງຈາກເຮົາຈະຮູ້ສຶກວ່າສາມາດປົກປ້ອງຕົວເອງໄດ້ຫຼາຍກວ່າ ແລະ ບໍ່ມີທາງທີ່ຈະປ່ອຍໃຫ້ເລື່ອງແບບນີ້ເກີດຂຶ້ນກັບຕົວເຮົາ ຕ່າງກັບເຫຍື່ອທີ່ກຳລັງປະເຊີນເລື່ອງເຫຼົ່ານີ້ຢູ່. ການທີ່ເວົ້າວ່າ “ຖ້າເປັນຂ້ອຍ ຂ້ອຍຄືຈະບອກເລື່ອງນີ້ກັບຄົນອື່ນໄວໆ”, “ເປັນຫຍັງຄືບໍ່ບອກຄົນອື່ນໄວກວ່ານີ້”, “ໄປຫາຢົ້ວເຂົາ ກະແນວນີ້ແຫຼະ” ລວມໄປເຖິງການທີ່ບອກວ່າເຫຍື່ອເປັນຜູ້ວາງແຜນເລື່ອງລາວທັງໝົດ ທັງໝົດນີ້ບໍ່ຕ່າງຫຍັງກັບການກ່າວຫາເຫຍື່ອວ່າເປັນຄົນບໍ່ດີ, ບໍ່ຮອບຄອບ ສະນັ້ນເລື່ອງບໍ່ດີຈຶ່ງເກີດຂຶ້ນກັບພວກເຂົາ. ຈຶ່ງອາດເວົ້າໄດ້ວ່າ ການຮັບຜິດຊອບເລື່ອງລາວທັງໝົດ ກາຍເປັນເຫຍື່ອເອງທີ່ຕ້ອງຮັບຜິດແທນ ເພາະສັງຄົມພາກັນເອົາຕົວເອງໄປປຽບທຽບ...