ການຜິດຖຽງກັນລະຫວ່າງຄູ່ຮັກຖືເປັນເລື່ອງປົກກະຕິໃນຄວາມສໍາພັນແຕ່ສິ່ງສໍາຄັນຫຼັງຈາກການບໍ່ເຂົ້າໃຈ ຫຼື ຜິດຖຽງກັນນັ້ນມັນຍາກທີ່ຈະປັບຄວາມເຂົ້າໃຈ, ເພາະການບໍ່ຢາກເວົ້າຄືນ ແລະ ຢ້ານກັບມາຜິດກັນອີກ, ແລ້ວຄວາມຮູ້ສຶກທີ່ເສຍໄປແລ້ວຈະເອົາກັບຄືນມາກໍຍາກຫຼາຍ. ບາງຄັ້ງການທີ່ເຮົາໃຈຮ້ອນຈົນເກີນໄປ, ຍັງບໍ່ທັນໄດ້ໄຕ່ຕອງຫຍັງໃຫ້ຖີ່ຖ້ວນ ແລ້ວອອກປາກບອກ “ເຮົາເລີກກັນເທາະ” ກໍອາດເຮັດໃຫ້ເຮົາຕ້ອງມາກິນແໜງໃນພາຍຫຼັງ.ຖ້າຍັງຮັກກັນຢູ່ກໍຕ້ອງລົມກັນໃຫ້ເຂົ້າໃຈເດີ, ຊ່ວຍກັນເອົາຊະນະອຸປະສັກທີ່ເຂົ້າມາເພື່ອຜ່ານມັນໄປໃຫ້ໄດ້ເພື່ອເຮັດໃຫ້ຄວາມສຳພັນໝັ້ນຄົງ ແລະ ໜ້ຽວແໜ້ນຂຶ້ນ. ເຮົາຈະຮັກສາຄວາມສຳພັນນີ້ໄດ້ແນວໃດ? ມື້ນີ້ມ່ວນຈະມາແນະນຳຂັ້ນຕອນທີ່ຈະຊ່ວຍໃນການຟື້ນຟູຮັກສາຄວາມສໍາພັນຫຼັງຈາກການຈາກຜິດຖຽງກັນດ້ວຍ 4 ວິທີນີ້. 1. ໃຫ້ທົບທວນບັນຫາ ແລະ ເປີດໃຈຍອມຮັບຄວາມຜິດພາດ...