ເຊື່ອວ່າຫຼາຍຄົນກະໜ້າຈະເຄີຍພົບກັບສະຖານະການນີ້, ຄືການຕອບຮັບວຽກທີ່ຫົວໜ້າສັ່ງມາແລ້ວໂດຍທີ່ຕົວເອງກະຍັງບໍ່ເຂົ້າໃຈລາຍລະອຽດ 100 %, ເລີຍເຮັດໃຫ້ເຮົາກັບມານັ່ງງົງກັບສິ່ງທີ່ໄດ້ຮັບມອບໝາຍມາຫຼືເຮົາເອງກະຍັງບໍ່ແນ່ໃຈກັບສິ່ງທີ່ຫົວໜ້າສັ່ງມາ. ບໍ່ວ່າຈະຈາກເຮົາທີ່ຮັບສານຜິດຫຼືເປັນນຳຫົວໜ້າທີ່ສື່ສານບໍ່ຄ່ອຍຊັດເຈນ ແຕ່ແນວໃດກໍຕາມ,ເຮົາເອງທີ່ເປັນຄົນເຮັດວຽກ ບໍ່ມີທາງເລືອກຫຼາຍ ຄັນຖາມຄືນກະຢ້ານຖືກເວົ້າໃຫ້ວ່າບໍ່ຕັ້ງໃຈຟັງອີກ. ດັ່ງນັ້ນເຮົາກໍຄວນຮັບສິ່ງທີ່ຫົວໜ້າສື່ສານມັນອອກມາໃຫ້ໄດ້ກົງຕາມສິ່ງທີ່ຫົວໜ້າຕ້ອງການ. ແລ້ວຊິເຮັດແນວໃດບໍ່ໃຫ້ສິ່ງນີ້ເກີດຂຶ້ນຊ້ຳອີກ? ມື້ນີ້ມ່ວນເລີຍຢາກມາແນະນຳທິບສ໌ດີໆໃນການຮັບຟັງບຣີຟຈາກຫົວໜ້າ ເພື່ອໃຫ້ການເຮັດວຽກເປັນໄປຢ່າງດີ ຈະໄດ້ບໍ່ມາງົງອີກ. 1. ຕັ້ງສະຕິກຽມຟັງ ແລະ ຈົດ ເຮົາຕ້ອງຟັງເພື່ອຈັບຈຸດໃຈຄວາມໃຫ້ໄດ້ວ່າຫົວໜ້າກຳລັງເວົ້າເຖິງຫຍັງ,ໝາຍເຖິງວຽກໃດ,ກຳລັງອອກຄວາມຄິດເຫັນຫຼືກຳລັງເວົ້າລອຍໆ ແລ້ວຈົດສະຫຼຸບສິ່ງທີ່ເປັນໃຈຄວາມສຳຄັນລົງໄປ ແລະ ຄວນກຽມຄຳຖາມທີ່ເຮົາຍັງບໍ່ເຂົ້າໃຈເພື່ອຖາມຄືນອີກຄັ້ງ. 2....