Clozer ວົງບອຍແບນກຸ່ມໃໝ່ພາຍໃຕ້ສັງກັດ Miracle Music ເປີດຕົວດ້ວຍເພງ “Fighter” ທີ່ສະແດງເຖິງຄວາມໝັ້ນໃຈ ປຸກກະແສ LPOP ລາວໃນຮອບ 10 ປີ.
2 ແຣັບເປີ 2 ປະເທດມາເຈິກັນ ເມື່ອ Faz $F ຈາກ ມາເລເຊຍ ແລະ AP The Tripper ຈາກລາວເຮົາ ມາປ່ອຍເພງສາຍTrap Beat ສຸດເທ້ ຈັງຫວະເດີນຂະບວນດຸລິຍານແບບໄວລຸ້ນເມກາເບົາໆ. Gas Up ຄືຜົນງານເພງຂອງການຈັບມືລະຫວ່າງ 2 ສິລະປິນຮິບຮັອບຈາກອາຊີຕາເວັນອອກສຽງໃຕ້...
ຖ້າກຳລັງສັບສົນໃນຄວາມຮູ້ສຶກຢູ່ລອງຟັງ How to ຖືກຖິ້ມ ເພງທີ່ຈະເຮັດໃຫ້ເຮົາໄດ້ທົບທວນ ແລະ ເຂົ້າໃຈຕົວເອງຫຼາຍຂື້ນ.
ເຂົ້າສູ່ຊວງ Summer ຢ່າງເປັນທາງການແລ້ວ…ແຕ່ຫົວໃຈຕ້ອງສົດໃສໄວ້ກ່ອນພ້ອມກັບ JUST” ສິລະປິນສາຍຕີສຈາກສັງກັດ Small Room ປ່ອຍເພງໃໝ່ “Playground” ຊວນທຸກຄົນໄປມ່ວນໃນສວນເດັກຫຼິ້ນແຫ່ງຄວາມຮູ້ສຶກໃນໂລກຂອງລາວ. Just” ໄດ້ນຳສະເໜີຄວາມເປັນໂຕເອງຜ່ານຜົນງານນີ້ໂດຍສື່ເຖິງຄວາມເທ້, ຄວາມມ່ວນຊື່ນ, ໂລກແຫ່ງອິດສະລະຂອງຕົວເອງ ປຽບຄືສະໜາມເດັກຫຼິ້ນແຫ່ງຫົວໃຈທີ່ພ້ອມເປີດພື້ນທີ່ໃຫ້ໃຜບາງຄົນເຂົ້າມາເປັນສ່ວນໜຶ່ງ. ໄວບ໌ດົນຕີທີ່ໃຫ້ຄວາມຮູ້ສຶກທີ່ເຂົ້າກັບຊ່ວງ Summer ແບບຄົງຄອນເຊັບໄດ້ດີ. ຜົນງານນນີ້ອາດເວົ້າໄດ້ວ່າເປັນອີກເພງທີ່ Just” ສະແດງສະກິວລ໌ການແຣັບຫຼາຍທີ່ສຸດເມື່ອທຽບກັບຜົນງານເພງທີ່ຜ່ານໆມາ. “Playground” ຖືເປັນເພງຟັງຊິວໆປະສົມ...
ເຄີຍບໍ່ເວລາຂັບລົດໄປໄກໆປ່ອຍໃຫ້ເພງໃນລົດເປີດວົນໄປແບບບໍ່ໄດ້ຕັ້ງໃຈແລ້ວຢູ່ດີໆຄວາມຊົງຈຳທີ່ເຮົາພະຍາຍາມໜີມາຕະຫຼອດມັນກັບຄ່ອຍໆລອບຂື້ນມາຄືພາບເກົ້່າໆທີ່ເຄີຍຖ່າຍໄວ້ໃນໃຈ. “ຝັງໃນຄວາມຊົງຈຳ” ຜົນງານເພງຈາກ 3 ໜຸ່ມແຣັບເປີ M4CSSK x LUSSIAN ແລະ AKP JOEY ທີ່ຈະຍ້ອນກັບໄປໃນຊ່ວງເວລາທີ່ເຄີຍຮັກເຄັບເຈັບ ແລະ ເຄີຍເກັບມັນເອົາໄວ້ ດ້ວຍດົນຕີແນວອິນດີ້ປະສົມກັບການແຣັປແນວສະເພາະຂອງ 3 ສິລະປິນເຮັດໃຫ້ເພງນີ້ເໝືອນກັບຂັບລົດໜີອອກໄປນອກໃນວັນທີ່ແດດອອກແຕ່ຍັງເຈັບຈຸກຄືຝົນຕົກຕະຫຼອດທາງ. ແຖມຜົນງານນີ້ໄດ້ຜ່ານການຜະລິດໂດຍ XXXVVIIV ໂປຼດິວເຊີຄຸນະພາບແຖວໜ້າຂອງລາວທີ່ເຂົ້າມາເຕີມເຕັມກິ່ນອາຍຂອງຄວາມເຫງົາແບບມີສະໄຕລ໌ເພງນີ້ຄື ຕົວແທນຂອງຄົນທີ່ຍັງ move on...
“ມື້ໃດ” ຜົນງານເພງຈາກ Vegghy ສິລະປິນໜຸ່ມລາວທີ່ມາພ້ອມບັນຍາກາດເຫງົາໆກາງແສງແດດໃນລະດູຮ້ອນ ເພງທີ່ເຮັດໃຫ້ຄົນໂສດຫົວໃຈສະເທືອນໃນທຸກຄຳ. ເພງນີ້ຈະມາໃນແນວ Indie ທີ່ເຂົ້າຍາມຮ້ອນກັນເມື່ອໄດ້ຟັງ ປະສົມແນວສະຕິງລາວ ກັບສຽງຫ້ອງທີ່ອົບອຸ່ນແຕ່ແອບປ່ຽວເຫງົາຖ່າຍທອດອາລົມຂອງວັນທີ່ໂລກທັງໃບໃນມຸມມອງງຽບເຫງົາຄືກັບໃຈຂາດຫຍັງໄປ. Vegghy ຖ່າຍທອດຄວາມຮູ້ສຶກວ່າ “ກໍນານແລ້ວຄຳວ່າຮັກ ທີ່ຫ່າງເຫີນໄປ” ໃນຂະນະທີ່ຄົນອື່ນມີຄົນເດີນຄຽງຂ້າງແຕ່ຕົວເອງກັບຖາມຊ້ຳໆວ່າເມື່ອໃດຊ່ວງເວລານັ້ນຈະມາເຖິງຈັກເທື່ອ ວັນທີ່ກຫົວໃຈຈະມີໃຜຝາກໄວ້ກ່ອນທີ່ສາຍຕາຈະປິດລົງ. “ມື້ໃດ” ເຮັດໃຫ້ເຮົາໄດ້ຮູ້ວ່າທຸກຄົນຕ່າງເຝົ້າຊ່ວງເວລາຂອງຄວາມຮັກ ແລະ ໃນວັນທີ່ຄວາມເຫງົາມັນແໜ້ນຈົນແທບຫາຍໃຈ ເປັນເພງທີ່ຮູ້ໃຈທີ່ສຸດເພງໜຶ່ງທີ່ພ້ອມເດີນໄປກັບເຮົາໃນວັນຟ້າແດດຈ້າແຕ່ຫົວໃຈໝືອມົນ.
Dee Roc, VVIIV, sumt1me ແລະ D1zzzy 4 ໜຸ່ມສິລະປິນແຣັບເປີແນວ Trap HipHop ແທັກທີມປ່ອຍຜົນງານທີ່ຖ່າຍທອດເຖິງຮູ້ສຶກທີ່ບໍ່ຊັດເຈນກັບອີກຝ່າຍ ແຕ່ຢາກຫັກຫ້າມຫົວໃຈບໍ່ໃຫ້ໄປໄກເກີນກວ່ານີ້. ດ້ວຍກິມມິກການແຣັບຂອງທັງ 4 ໜຸ່ມທີ່ແຕກຕ່າງກັນເອົາແບບເພງນີ້ໃຫ້ vibe ແຣັບໂຟຣວ໌ 4 ສະໄຕລ໌ໃນເພງດຽວ. ພ້ອມບີດ 808 ທີ່ແໜ້ນ ແລະ...
ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!