ປ່ອຍໃຫ້ໄດ້ຟັງກັນແລ້ວເພງທີ່ຈະສະກົດທຸກຄວາມຮູ້ສຶກໃຫ້ຕິດຢູ່ໃນໃຈຄົນຟັງໄປອີກດົນກັບເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ຂອງອ້າຍຕີ໋ ອຸດາໄລ ທີ່ໄດ້ເອື້ອຍນວນ Numtao ມາຮ່ວມ Ft. ເອື້ອຍນວນ Numtao ຕຳນານນັກຮ້ອງຍິງອີກໜຶ່ງຄົນໃນວົງການເພງລາວເຈົ້າຂອງເພງດັງຢ່າງເພງ “ພຽງກັບມາ ແລະ ເພງ ຕົບຫົວແລ້ວລູບຫຼັງ”, ດ້ວຍແນວເພງ Rock ໜັກແໜ້ນປະກອບກັບພະລັງສຽງຮ້ອງທີ່ມີເອກະລັກ ແລະ ການກັບມາຮ່ວມຮ້ອງເພງກັບ ອ້າຍຕີ໋ ອຸດາໄລ ໃນຄັ້ງນີ້ກໍຖືວ່າໄດ້ເຮັດໃຫ້ແຟນເພງເຊົາຄິດຮອດກັນແດ່....