ເຂົ້າກໍຢາກກິນ ສະໝອງກໍຢາກພັກ ແລ້ວພວກເຮົາຈະເຮັດແນວໃດໃຫ້ກິນເຂົ້າແຊບກວ່າເົ່າລະ? ມື້ນີ້ມ່ວນເລີຍນຳກາຕູນ 8 ເລື່ອງໜ້າເບິ່ງມາແຊຣ໌ໃຫ້ທຸກຄົນ, ທີ່ເບິ່ງແລ້ວຈະເຮັດໃຫ້ຮູ້ສຶກອາລົມດີເບົາສະໝອງ, ໜ້າຮັກ ແລະ ຕະຫຼົກ. ທັງ 8 ເລື່ອງທີ່ມ່ວນນຳມາຖືວ່າເປັນກາຕູນທີ່ເບິ່ງໄດ້ທຸກເພດທຸກໄວເໝາະທີ່ຈະເບິ່ງຕອນກິນເຂົ້າເພື່ອຜ່ອນຄາຍ ບັນທຶກເກັບໄວ້ເລີຍເພາະເບິ່ງຕອນກິນເຂົ້າກັບກາຕູນທີ່ມັກແຮງເຮັດໃຫ້ອາຫານມັນແຊບພິເສດຂຶ້ນໄປອີກ. 1. We Bare Bears ເປັນເລື່ອງກ່ຽວກັບໝີສາມໂຕທີ່ມີບຸກຄະລິກແຕກຕ່າງກັນທີ່ພະຍາຍາມຈະໃຊ້ຊີວິດຮ່ວມກັບມະນຸດ, ເປັນເລື່ອງທີ່ທັງໜ້າຮັກຕະຫຼົກ ແລະ ດີຕໍ່ໃຈ. 2....