ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ
ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ Mister Teen Laos 2025 ແລະ ຍັງເປັນເຈົ້າຂອງລາງວັນຊະນະເລີດແຂ່ງຂັນນັກຮ້ອງ ຂັ້ນນະຄອນຫຼວງ ປີ 2025. ຊັນເດ້ ເປັນຕົວຢ່າງຂອງໄວໜຸ່ມທີ່ກ້າທີ່ຈະກ້າວອອກຈາກເຂດສະດວກສະບາຍຂອງຕົນເອງ ເພື່ອສະແຫວງຫາໂອກາດໃໝ່ໆ ແລະ ພົບກັບປະສົບການທີ່ລ້ຳຄ່າ. ມື້ນີ້ ມ່ວນ ຈະພາໄປຮູ້ຈັກເຖິງຈຸດປ່ຽນແປງທາງດ້ານຄວາມຄິດ, ມິດຕະພາບທີ່ດີ ແລະ ຄວາມຝັນທີ່ລາວມີຕໍ່ການພັດທະນາຕົນເອງ.
ຄວາມກ້າຂອງເດັກຂີ້ອາຍຄົນໜຶ່ງ
ຊັນເດ້ ເປັນຄົນທີ່ມັກເຂົ້າ Gym, ຫຼິ້ນກິລາ, ໂດຍສະເພາະແມ່ນການປັ່ນລົດຖີບ ແລະ ຕີບານ, ນອກຈາກນີ້ຍັງມັກຟັງເພງ, ຮ້ອງເພງ ແລະ ຫຼິ້ນດົນຕີເປັນປະຈຳ. ແຕ່ສິ່ງທີ່ເຮັດໃຫ້ລາວຕັດສິນໃຈເຂົ້າຮ່ວມປະກວດ Mister Teen Laos ແມ່ນຍ້ອນ ຢາກລອງເຮັດໃນສິ່ງໃໝ່ໆ, ຢາກພົບກັບປະສົບການ ແລະ ສະແຫວງຫາໂອກາດສິ່ງທີ່ເຮົາບໍ່ເຄີຍໄດ້ຮູ້ ແລະ ໄດ້ເຫັນ.
ຄວາມເຊື່ອ ແລະ ຄວາມຈິງ
ກ່ອນທີ່ຈະເຂົ້າມາປະກວດ, ຊັນເດ້ ກໍເຄີຍໄດ້ຍິນມາວ່າການປະກວດນັ້ນ ໂຫດ ແລະ ຍາກທີ່ຈະໄດ້ຕຳແໜ່ງ. ແຕ່ຫຼັງຈາກທີ່ໄດ້ສຳຜັດກັບບັນຍາກາດຕົວຈິງແລ້ວ, ສິ່ງທີ່ຄິດໄວ້ກໍບໍ່ເປັນແບບນັ້ນເລີຍ. ລາວເຫັນວ່າອ້າຍເອື້ອຍທີມງານທຸກຄົນຕັ້ງໃຈ, ທຸ້ມເທ ແລະ ເອົາໃຈໃສ່ນ້ອງໆທຸກຄົນຢ່າງສຸດຂີດ.
“ດີໃຈທີ່ມີໝູ່ເພີ່ມ 35 ຄົນ. ຕ່າງຄົນຕ່າງແນວຄິດຫຼາຍຄົນມາຮູ້ຈັກກັນ, ຮ່ວມກິດຈະກຳກັນຫຼາຍໆຢ່າງ, ກໍເປັນມິດຕະພາບທີ່ດີ ເປັນຄວາມຊົງຈຳໜຶ່ງໃນຊີວິດທີ່ບໍ່ວັນລືມ”

ລາວເຫັນວ່າທຸກຄົນຕັ້ງໃຈແທ້ໆກັບສິ່ງທີ່ພວກເຂົາເຮັດ, ເຊິ່ງເຮັດໃຫ້ລາວປ່ຽນແນວຄິດໄປຫຼາຍ. ລາວຍັງໄດ້ກ່າວຂອບໃຈເຖິງອ້າຍເບຍ, ຜູ້ທີ່ປ່ຽນແນວຄິດຂອງລາວ ກ່ຽວກັບຄວາມຄິດທີ່ວ່າການປະກວດບໍ່ໄດ້ເປັນແບບທີ່ຄົນອື່ນເວົ້າ, ແລະ ຂອບໃຈຄອບຄົວ 78Creation ທີ່ຮັບລາວເປັນລູກຊາຍອີກຄົນ.
ຕະຫຼອດໄລຍະເວລາການປະກວດ, ຊັນເດ້ ໄດ້ຮຽນຮູ້ ແລະ ພັດທະນາຕົນເອງໃນຫຼາຍໆດ້ານເຊັ່ນ: ການເຂົ້າສັງຄົມ, ການຢູ່ກັບຜູ້ໃຫຍ່ ແລະ ຄົນອ້ອມຂ້າງ, ການຫຼິ້ນໂຊຊຽວທີ່ຖືກຕ້ອງ, ການຮຽນຮູ້ກ່ຽວກັບວົງການບັນເທີງ, ລວມເຖິງແນວຄິດວິໄສທັດທີ່ດີ ເພື່ອນຳມາພັດທະນາໂຕເອງ.
ບົດເພງທີ່ແທນຕົວຕົນຂອງຊັນເດ້
ໃນຮອບໂຊວຄວາມສາມາດ, ລາວໄດ້ເລືອກເອົາເພງ “ຖ້າບອກຮັກ” ເພາະເປັນສິ່ງທີ່ລາວມັກທີ່ສຸດ ແລະ ມັນໄດ້ສະແດງຄວາມເປັນໂຕຕົນຂອງລາວອອກມາໄດ້ເຕັມທີ່. ເພງນີ້ມີຄວາມໜ້າຮັກສົດໃສ ເໝາະກັບໄວໜຸ່ມໄດ້ເຕັ້ນໄດ້ຫົວກັນຢ່າງໜ້າຮັກ.
ເພາະມັນເປັນຫຼາຍກວ່າລາງວັນ
ຕອນຈັບມືລຸ້ນຜົນ, ຊັນເດ້ ບອກວ່າລຸ້ນແຮງຫຼາຍ ແລະ ໄດ້ຄິດກັບໄປຫາຕົນເອງຕອນເລີ່ມຕົ້ນວ່າ “ເຮົາມາໄກຫຼາຍແຮງ.” ແຕ່ເມື່ອຜົນປະກາດວ່າ Mister Teen Laos 2025 ຄື ຊັນເດ້ ຈາກນະຄອນຫຼວງວຽງຈັນ (ທີ່ເປັນຕົວແທນໃຫ້ແກ່ແຂວງບໍລິຄໍາໄຊ), ຄວາມຮູ້ສຶກທຳອິດຄື: “ແມ່ນເຮົາຫວາ?” ມັນເປັນຄວາມຮູ້ສຶກດີໃຈ, ຊາບຊຶ້ງຫຼາຍທີ່ເຮັດໃຫ້ພໍ່ແມ່ຄອບຄົວພູມໃຈ ແລະ …
“ມັນຄືລາງວັນຂອງພວກເຮົາ 36 ຄົນ Miss & Mister Teen Laos 2025”
ເພາະທຸກຄົນໄດ້ຮ່ວມຊ້ອມ ແລະ ຜູກພັນກັນມາ.

ພາບຝັນທີ່ຕ້ອງເຮັດໃຫ້ໄດ້
ຫຼັງຈາກການປະກວດ, ຊັນເດ້ ຍັງມີເປົ້າໝາຍທີ່ສຳຄັນທີ່ສຸດຄື ການສຶກສາ. ນອກຈາກນັ້ນ ລາວຍັງມີຄວາມຝັນຢາກເປັນ ນັກກິລາຕີບານໃຫ້ທີມຊາດລາວ ແລະ ຢາກເປັນ ນັກຮ້ອງນັກດົນຕີ, ເຊິ່ງແມ່ນສິ່ງທີ່ລາວຮັກ.
ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະໂຕຊັນເດ້ ກໍເຄີຍເປັນແບບນັ້ນ, ບໍ່ກ້າເຮັດ ບໍ່ກ້າຄິດ ເປັນຄົນຂີ້ອາຍ
ແຕ່ຖ້າເຮົາປ່ຽນຄວາມຄິດບໍ່ຕ້ອງສົນໃຈຄົນອື່ນ, ຄິດຫຍັງໄວ້ ແມ່ນລົງມືເຮັດເລີຍ
ເພາະຢາກໃຫ້ທຸກຄົນສະແດງມັນອອກມາ ເພື່ອພັດທະນາໂຕເອງ, ພັດທະນາສັງຄົມລາວ, ພັດທະນາປະເທດຊາດ ເພາະພວກເຈົ້າຄືກະດູກສັນຫຼັງຂອງຊາດ.”
ສາມາດຮ່ວມຕິດຕາມການເດີນທາງຂອງ ຊັນເດ້ ທິນນະກອນ ຄຳວົງສາ ໄດ້ທີ່:
FB: Thinnakone kvs
IG: sunday_kvs