|
Getting your Trinity Audio player ready...
|
ຫຼາຍຄົນຄົງເຄີຍມີຄວາມຝັນຢາກເປີດຮ້ານກາເຟ ຫຼື ຮ້ານອາຫານນ້ອຍໆເປັນຂອງຕົນເອງ. ແຕ່ໃນຄວາມເປັນຈິງແລ້ວ, ເສັ້ນທາງສູ່ຄວາມສຳເລັດໃນທຸລະກິດອາຫານ ແລະ ເຄື່ອງດື່ມ (F&B) ນັ້ນຊັບຊ້ອນຫຼາຍກວ່າ ເລື່ອງຂອງການມີສູດລັບຄວາມແຊບຢູ່ໃນຄົວ.
ບົດຄວາມນີ້ຈະສະຫຼຸບ 4 ບົດຮຽນທີ່ເລິກເຊິ່ງ ແລະ ມີພະລັງຈາກເວທີສໍາມະນາໃນງານ Entrepreneur Weekend Summit 2025 ເຊິ່ງຈັດໂດຍ Startnovation ທີ່ໄດ້ເຊື້ອເຊີນ 3 ຜູ້ປະກອບການ F&B ທີ່ປະສົບຜົນສໍາເລັດສູງໃນ ສປປ ລາວ ມາຮ່ວມແບ່ງປັນປະສົບການ, ປະກອບມີ: ທ່ານ ອາລິຍາ ຄຳວົງສາ ຈາກ Naked Espresso, ທ່ານ ສິນດາມອນ ສອນພັນ ຈາກ ເຖົ້າແກ່ດໍ (Thao Kae Dor) ແລະ ທ່ານ ປາຖະໜາ ພຸດທະວົງ ຈາກ ບ້ານເຂົ້າໜົມ (Ban Kao Nom), ເຊິ່ງຈະເປີດເຜີຍໃຫ້ເຫັນວ່າ ຫົວໃຈຂອງທຸລະກິດທີ່ຍືນຍົງນັ້ນມີຫຍັງຫຼາຍກວ່າພຽງແຕ່ລົດຊາດທີ່ແຊບ.
1. ເລີ່ມຕົ້ນຈາກ ‘Pain Point’ ຂອງຕົນເອງ: ເມື່ອທະນາຍຄວາມຫາເຂົ້າກິນຫຼັງເລີກວຽກບໍ່ໄດ້
ຈຸດເລີ່ມຕົ້ນຂອງທຸລະກິດຫຼາຍບ່ອນບໍ່ໄດ້ມາຈາກແຜນທຸລະກິດທີ່ສັບຊ້ອນ, ແຕ່ມາຈາກບັນຫາງ່າຍໆໃນຊີວິດປະຈຳວັນ. ເລື່ອງລາວຂອງທ່ານ ສິນດາມອນ ສອນພັນ, ເຈົ້າຂອງຮ້ານ “ເຖົ້າແກ່ດໍ” ຄືຕົວຢ່າງທີ່ຊັດເຈນທີ່ສຸດ ເພາະເພິ່ນເປັນທະນາຍຄວາມທີ່ຕ້ອງປະເຊີນກັບບັນຫາເກົ່າໆໃນທຸກມື້ ນັ້ນກໍຄື “ເລີກວຽກແລ້ວຫາເຂົ້າກິນບໍ່ໄດ້.” ຄວາມລຳບາກສ່ວນຕົວນີ້ເອງ ທີ່ກາຍເປັນເຊື້ອໄຟໃຫ້ເພິ່ນຕັດສິນໃຈລຸກຂຶ້ນມາແກ້ໄຂບັນຫານັ້ນດ້ວຍຕົນເອງ ແລະ ກໍ່ຕັ້ງຮ້ານອາຫານຂອງເພິ່ນຂຶ້ນມາ.
ການເລີ່ມຕົ້ນທຸລະກິດຈາກ “Pain Point” ຫຼື ບັນຫາຂອງຕົນເອງ ເປັນພື້ນຖານທີ່ຊົງພະລັງທີ່ສຸດ ເພາະມັນໝາຍຄວາມວ່າເຮົາກຳລັງແກ້ໄຂບັນຫາທີ່ມີຢູ່ຈິງ ແລະ ໄດ້ຮັບການພິສູດແລ້ວ. ທ່ານ ສິນດາມອນ ກຳລັງສ້າງສິ່ງທີ່ຕອບສະໜອງຄວາມຕ້ອງການເບື້ອງຕົ້ນຂອງລູກຄ້າຄົນສຳຄັນທີ່ສຸດ ນັ້ນກໍຄື ໂຕເອງ. ການກວດສອບຄວາມຕ້ອງການຂອງຕະຫຼາດດ້ວຍຕົນເອງແບບນີ້ເປັນຂໍ້ໄດ້ປຽບອັນມະຫາສານ, ຊ່ວຍໃຫ້ຜູ້ປະກອບການລອດພົ້ນຈາກກັບດັກສຳຄັນຂອງການສ້າງ “ສິ່ງທີ່ບໍ່ມີຄົນຕ້ອງການ” (solution in search of a problem). ສະຫຼຸບໄດ້ວ່າ “ຈາກ pain point ຂອງໂຕເອງ – ແກ້ບັນຫານັ້ນໃຫ້ໂຕເອງ.”
2. ຢາກເກັ່ງເລື່ອງໃດ ໃຫ້ເອົາໂຕເຂົ້າໄປ ‘ຮັບຈ້າງ’ ເຮັດເລື່ອງນັ້ນກ່ອນ
ທ່ານ ອາລິຍາ ຄຳວົງສາ, ຜູ້ກໍ່ຕັ້ງ Naked Espresso ບໍ່ໄດ້ເລີ່ມຕົ້ນເສັ້ນທາງສາຍກາເຟຈາກການເປັນເຈົ້າຂອງຮ້ານ, ແຕ່ເລີ່ມຈາກການເປັນ “ຜູ້ສັງເກດການ” ແລະ “ລູກຈ້າງ” ໃນຊ່ວງທີ່ເພິ່ນໄປຮຽນຕໍ່ທີ່ອົດສະຕຣາລີ. ເພິ່ນສັງເກດເຫັນວັດທະນະທຳການດື່ມກາເຟທີ່ຝັງເລິກຂອງຜູ້ຄົນ ແລະ ດ້ວຍຄວາມສົງໄສຢາກຮູ້, ເພິ່ນກໍຕັດສິນໃຈສະໝັກເຂົ້າເຮັດວຽກໃນຮ້ານອາຫານເພື່ອພາໂຕເອງເຂົ້າໄປຢູ່ກັບທຸລະກິດນີ້ຢ່າງເຕັມໂຕ.
ແນວທາງນີ້ຄືຍຸດທະສາດ “Get Paid to Learn” ຫຼື ການຮຽນຮູ້ໂດຍມີຄົນຈ່າຍເງິນໃຫ້, ເຊິ່ງເປັນວິທີຫຼຸດຄວາມສ່ຽງທີ່ສະຫຼາດທີ່ສຸດກ່ອນທີ່ຈະລົງທຶນດ້ວຍເງິນຂອງຕົນເອງ. ການເຂົ້າໄປເປັນພະນັກງານເຮັດໃຫ້ເພິ່ນໄດ້ຮຽນຮູ້ບັນຫາໜ້າວຽກຕົວຈິງ, ເຂົ້າໃຈຄວາມທ້າທາຍໃນການບໍລິຫານຈັດການ ແລະ ສຳຜັດກັບທຸລະກິດໃນທຸກມິຕິໂດຍບໍ່ຕ້ອງແບກຮັບຄວາມສ່ຽງທັງໝົດໄວ້ກັບໂຕເອງພຽງຄົນດຽວ.
“ຕັ້ງຄຳຖາມກັບສິ່ງອ້ອມຂ້າງ – ເອົາໂຕເອງເຂົ້າໄປຢູ່ໃນທີ່ນັ້ນ – ໄດ້ຮຽນຮູ້ໂດຍບໍ່ຕ້ອງເສຍເງິນ ແຖມຍັງໄດ້ເງິນອີກດ້ວ”
3. ຄວາມຝັນບໍ່ມີວັນໝົດອາຍຸ: ບົດຮຽນຈາກເຕົາອົບເບເກີຣີ່ທີ່ລໍຖ້າການໃຊ້ງານມາ 10 ປີ
ເລື່ອງລາວຂອງທ່ານ ນາງ ປາຖະໜາ ພຸດທະວົງ, CEO ຂອງ “ບ້ານເຂົ້າໜົມ” ເປັນເຄື່ອງພິສູດວ່າ ຄວາມຝັນບໍ່ມີວັນໝົດອາຍຸ. ເພິ່ນຊື້ອຸປະກອນເຮັດເຂົ້າໜົມມາເກັບໄວ້, ແຕ່ດ້ວຍພັນທະໜ້າທີ່ຕ່າງໆ ເຮັດໃຫ້ອຸປະກອນເຫຼົ່ານັ້ນຖືກວາງຖິ້ມໄວ້ຊື່ໆດົນເຖິງ 10 ປີ. ທຸກຄັ້ງທີ່ເພິ່ນເຫັນ “ເຕົາອົບ” ມັນເປັນຄືເຄື່ອງຕອກຢໍ້າເຖິງຄວາມຝັນທີ່ຍັງບໍ່ໄດ້ລົງມືເຮັດ. ຈົນໃນທີ່ສຸດ, ເພິ່ນກໍຕັດສິນໃຈກັບມາລົງມືເຮັດມັນອີກຄັ້ງ. ເຖິງແມ່ນວ່າ ໄລຍະທຳອິດຈະປະສົບປັນຫາເລື່ອງລາຍຮັບລາຍຈ່າຍທີ່ບໍ່ສົມດຸນ, ແຕ່ດ້ວຍຄວາມມຸ່ງໝັ້ນ ເພິ່ນກໍສາມາດຂະຫຍາຍທຸລະກິດຈາກຈຸດເລີ່ມຕົ້ນນ້ອຍໆ ຈົນມີເຖິງ 4 ສາຂາໃນປັດຈຸບັນ.
ເລື່ອງລາວຂອງເຕົາອົບທີ່ຖືກປະຖິ້ມໄວ້ບໍ່ໄດ້ເປັນພຽງບົດຮຽນເລື່ອງຄວາມອົດທົນພະຍາຍາມ, ແຕ່ມັນຄືບົດຮຽນຄັ້ງສຳຄັນໃນການ “ເອົາຊະນະຄວາມເຊື່ອງຊ້າ”. ເປັນເວລາໜຶ່ງທົດສະວັດທີ່ຄວາມຝັນຖືກປະໄວ້ກັບເຕົາອົບທີ່ຝຸ່ນຈັບ. ຄວາມສຳເລັດຂອງເພິ່ນທີ່ເກີດຂຶ້ນຫຼັງຈາກການລໍຄອຍດົນເຖິງ 10 ປີ, ເພິ່ນຈຶ່ງຢາກບອກກັບຄົນຮຸ່ນໃໝ່ທີ່ສົນໃຈຢາກເຮັດທຸລະິກດວ່າ “ໃຫ້ລົງມືເຮັດໂລດ” ແລະ ໃຫ້ມີຄວາມຕັ້ງໃຈ-ອົດທົນ.
4. ເມື່ອທຸລະກິດຢູ່ລອດໄດ້ດ້ວຍ ‘ຄຸນຄ່າ’ ບໍ່ແມ່ນພຽງແຕ່ ‘ສິນຄ້າ’
ເມື່ອຖາມເຖິງປັດໄຈແຫ່ງຄວາມສຳເລັດ (Key Success Factors), ຄຳຕອບຈາກທັງສາມແບຣນບໍ່ໄດ້ມຸ່ງເນັ້ນໄປທີ່ໂຕສິນຄ້າພຽງຢ່າງດຽວ, ແຕ່ຍັງສະທ້ອນໃຫ້ເຫັນເຖິງ “ຄຸນຄ່າ” ເຊິ່ງເປັນຫົວໃຈສຳຄັນທີ່ເຮັດໃຫ້ທຸລະກິດເຕີບໃຫຍ່ຢ່າງຍືນຍົງ.
ຮາກຖານຂອງຄວາມສຳເລັດເລີ່ມຕົ້ນຈາກສິ່ງທີ່ ເຖົ້າແກ່ດໍ ເອີ້ນວ່າ “ຄຸນຄ່າ” ຂອງສິ່ງທີ່ເຮັດ ແລະ “ຄວາມຮັກທີ່ມີຕໍ່ລູກຄ້າ” ເຊິ່ງເປັນແກ່ນແທ້ທີ່ເຮັດໃຫ້ແບຣນມີຄວາມໝາຍຫຼາຍກວ່າພຽງແຕ່ຮ້ານອາຫານ.
ແຕ່ພະລັງທີ່ຫຼໍ່ລ້ຽງຄຸນຄ່ານັ້ນໃຫ້ຄົງຢູ່ໄດ້ໃນໄລຍະຍາວມາຈາກພາຍໃນ ຄືກັບ Naked Espresso ທີ່ຍັງຄົງເຕີບໂຕໄດ້ຫຼັງຜ່ານໄປ 13 ປີ ເພາະ “ຄວາມຕື່ນເຕັ້ນ” ແລະ “ຄວາມສຸກກັບສິ່ງທີ່ເຮັດ” ຂອງຜູ້ກໍ່ຕັ້ງ, ເຊິ່ງເປັນຄືກັບເຄື່ອງຈັກທີ່ບໍ່ເຄີຍດັບ.
ສຸດທ້າຍ, ຄຸນຄ່າ ແລະ ຄວາມຫຼົງໄຫຼນັ້ນຈະຖືກສົ່ງຕໍ່ໄປເຖິງມືລູກຄ້າຜ່ານສິ່ງທີ່ ບ້ານເຂົ້າໜົມ ພິສູດໃຫ້ເຫັນ ນັ້ນຄືການມີ “ເອກະລັກຂອງສິນຄ້າ” ທີ່ຊັດເຈນ ແລະ ການເຮັດໃຫ້ຜະລິດຕະພັນນັ້ນ “ເຂົ້າເຖິງໄດ້ສຳລັບລູກຄ້າທຸກລະດັບ.” ສິນຄ້າທີ່ດີຈຶ່ງເປັນພຽງຈຸດເລີ່ມຕົ້ນ, ແຕ່ສິ່ງທີ່ເຮັດໃຫ້ທຸລະກິດຝັງຮາກເລິກຄືຄຸນຄ່າທີ່ຊັດເຈນ, ຄວາມຫຼົງໄຫຼທີ່ບໍ່ມອດໄໝ້ ແລະ ໂຕຕົນທີ່ລູກຄ້າສຳຜັດໄດ້ຈິງ.
ແລ້ວເຈົ້າເດ ຢາກຈະແກ້ໄຂບັນຫາຫຍັງ?
ບົດຮຽນຈາກຜູ້ປະກອບການທັງສາມທ່ານໄດ້ສະແດງໃຫ້ເຫັນແລ້ວວ່າ, ຄວາມສຳເລັດໃນທຸລະກິດອາຫານ ແລະ ເຄື່ອງດື່ມບໍ່ໄດ້ຖືກກຳນົດດ້ວຍລົດຊາດພຽງຢ່າງດຽວ, ແຕ່ມັນສາມາດງອກງາມຂຶ້ນມາຈາກບັນຫາໃນຊີວິດປະຈຳວັນ, ການຮຽນຮູ້ຜ່ານການລົງມືເຮັດ, ຄວາມຝັນທີ່ຖືກປຸກຂຶ້ນມາໃໝ່ ແລະ ທີ່ສຳຄັນທີ່ສຸດຄືຄຸນຄ່າແກ່ນແທ້ທີ່ແບຣນຍຶດຖື.
ບົດຮຽນຈາກພວກເພິ່ນຊັດເຈນ: ຈົ່ງຢຸດຖາມວ່າ “ຈະຂາຍຫຍັງດີ?” ແລ້ວເລີ່ມຕັ້ງຄຳຖາມທີ່ຊົງພະລັງກວ່ານັ້ນຄື:
“ມື້ນີ້, ມີບັນຫາຫຍັງແດ່… ທີ່ເລີ່ມຕົ້ນຈາກໂຕເຮົາເອງ ເຊິ່ງເຮົາຈະລົງມືແກ້ໄຂ?”