ຄິດຮອດກັນບໍ່? ຊານົນ ມະນີຜົນ ຫວນຄືນວົງການເພງໃນຮອບ 10 ປີ ພ້ອມເຊີໄພຣສ໌ປ່ອຍເພງໃໝ່ 1 ເມສາ 2026

ແບ່ງປັນ

ຄິດຮອດກັນບໍ່? ຊານົນ ມະນີຜົນ ຫວນຄືນວົງການເພງໃນຮອບ 10 ປີ ພ້ອມເຊີໄພຣສ໌ປ່ອຍເພງໃໝ່ 1 ເມສາ 2026

01 April 2026 14

ຖືເປັນບາດກ້າວທີ່ເຮັດໃຫ້ວົງການບັນເທີງລາວມີເລື່ອງໃຫ້ຕ້ອງຈັບຕາຕ້ອນຮັບຕົ້ນເດືອນເມສາ ເມື່ອໜຸ່ມຫຼໍ່ດີກຣີລະດັບໂລກ ຊານົນ ມະນີຜົນ ຫຼື ທີ່ເຮົາຄຸ້ນໜ້າຄຸ້ນຕາກັນດີໃນນາມ ຮອງອັນດັບ 4 Mister Supranational 2024 ປະກາດກຽມປ່ອຍຜົນງານເພງໃໝ່ຫຼ້າສຸດອອກມາໃຫ້ແຟນໆໄດ້ຟັງກັນໃນແລງມື້ນີ້ (1 ເມສາ 2026) ເວລາ 18:00 ໂມງ. ນີ້ຖືເປັນການກັບມາຈັບໄມຮ້ອງເພງຢ່າງເປັນທາງການໃນຮອບກວ່າ 10 ປີເຕັມຂອງລາວ.

ຫາກຍ້ອນກັບໄປໃນປີ 2015, ຊານົນ ໃນຖານະສິລະປິນໄວໜຸ່ມຈາກເມືອງມໍລະດົກໂລກ ຫຼວງພະບາງ ໄດ້ຝາກຜົນງານເພງທີ່ກິນໃຈ “ຄິດຮອດ” ພາຍໃຕ້ສັງກັດ Melody Record.

ຜົນງານດັ່ງກ່າວເປັນການຮ່ວມມືກັນຂອງສອງສິລະປິນຊາວຫຼວງພະບາງ ໂດຍໄດ້ ຕຸລີ່ ບິດາລັກ ສິລະປິນຮຸ່ນເອື້ອຍມາເປັນຜູ້ຂຽນເພງ ແລະ ກຳກັບມິວສິກວິດີໂອໃຫ້.

ເຖິງວ່າເວລາຈະຜ່ານໄປກວ່າ 10 ປີ ແຕ່ຄວາມຮັກໃນສຽງເພງຂອງລາວຍັງບໍ່ເຄີຍຈາງຫາຍໄປ ເພາະລາວເຄີຍບອກກັບ ທີມ Muan ຕັ້ງແຕ່ປີ 2025 ວ່າ: “ຢາກກັບມາເຮັດເພງຄືນອີກຄັ້ງໜຶ່ງ” ແລະ ໃນມື້ນີ້ ສິ່ງທີ່ລາວເຄີຍເວົ້າໄວ້ ກໍກຳລັງຈະກາຍເປັນຄວາມຈິງ.

ເສັ້ນທາງຂອງ ຊານົນ ບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ເພາະລາວເປັນນັກສູ້ທີ່ພັດທະນາຕົນເອງຢູ່ສະເໝີ. ລາວເຄີຍຄວ້າໄຊຊະນະໃນເວທີໃຫຍ່ ຕຳແໜ່ງ ຮອງອັນດັບ 4 Mister Supranational 2024 ທີ່ປະເທດໂປແລນ ເຊິ່ງເປັນຜົນງານທີ່ສູງທີ່ສຸດທີ່ຕົວແທນຈາກລາວເຄີຍເຮັດໄດ້.

ຫຼັງຈາກນັ້ນ ໃນຕົ້ນປີ 2026 ລາວກໍສ້າງຄວາມຮືຮາອີກຄັ້ງ ດ້ວຍການເປັນຕົວແທນຈາກລາວໄປຮ່ວມແຂ່ງຂັນໃນລາຍການຣຽວລີຕີ້ຊື່ດັງ The Face Men Thailand Season 4. ຊານົນ ສາມາດໂຊສັກກະຍະພາບຈົນເຂົ້າຮອດຮອບ 30 ຄົນສຸດທ້າຍ ຂອງລາຍການ.

ອ່ານຕື່ມ:  ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ

ນອກຈາກຮູບຮ່າງໜ້າຕາທີ່ໂດດເດັ່ນ, ຊານົນ ຍັງເປັນແບບຢ່າງໃນເລື່ອງການສຶກສາ. ລາວຈົບການສຶກສາລະດັບປະລິນຍາຕີຈາກ ວິທະຍາໄລລາວ-ອາເມລິກາ (Lao-American College) ແລະ ມີຄວາມສາມາດໂດດເດັ່ນໃນດ້ານພາສາອັງກິດ.

ເຖິງວ່າຕອນນີ້ຈະຍັງບໍ່ທັນມີການເປີດເຜີຍຊື່ເພງ, ແຕ່ຈາກການສັງເກດຄວາມເຄື່ອນໄຫວ, ຫຼາຍຝ່າຍຄາດການວ່າ ຜົນງານນີ້ອາດຈະຢູ່ພາຍໃຕ້ການເບິ່ງແຍງຂອງຄ້າຍເພງ Miracle Music. ຂໍ້ສັງເກດນີ້ມາຈາກການທີ່ ຊານົນ ມີສາຍພົວພັນທີ່ດີກັບຄ້າຍເພງດັ່ງກ່າວ ໂດຍໄດ້ຮ່ວມວຽກໃນຖານະກຳມະການຕັດສິນລາຍການ Veiled Musician Laos 2025 ເຊິ່ງເປັນລາຍການແຂ່ງຂັນຮ້ອງເພງທີ່ໂດ່ງດັງທີ່ສຸດໃນປີທີ່ຜ່ານມາ.

ອີກໜຶ່ງຄວາມເປັນໄປໄດ້ແມ່ນ ອາດຈະເປັນທາງຝັ່ງ A-List Talent Agency ທີ່ເປັນຜູ້ເບິ່ງແຍງການຜະລິດ ເພາະ ຊານົນ ກໍມີສາຍສຳພັນທີ່ດີ ແລະ ຮ່ວມວຽກກັບທາງສັງກັດນີ້ຢູ່ຕະຫຼອດ ລວມເຖິງກ່ອນໜ້າມື້ທີ່ຈະປ່ອຍເພງ ສິລະປິນ-ດາລາ ພາຍໃຕ້ສັງກັດນີ້ໄດ້ພ້ອມໃຈກັນໂພສ ແລະ ແທັກ ຊານົນ ເປັນຈຳນວນຫຼາຍ.

ການກັບມາຂອງ ຊານົນ ມະນີຜົນ ໃນຄັ້ງນີ້ ບໍ່ໄດ້ເປັນພຽງແຕ່ການປ່ອຍເພງໃໝ່ ແຕ່ຄືການພິສູດໃຫ້ເຫັນເຖິງການເດີນທາງຂອງຜູ້ຊາຍຄົນໜຶ່ງ ທີ່ຜ່ານທັງເວທີນາຍແບບ ແລະ ເວທີລະດັບໂລກ ເພື່ອຫວນຄືນສູ່ສິ່ງທີ່ລາວຮັກທີ່ສຸດນັ້ນກໍຄື ສຽງເພງ.

ກຽມຕົວໃຫ້ພ້ອມ! ແລງນີ້ ເວລາ 18:00 ໂມງ ມາລຸ້ນນຳກັນວ່າ ບົດເພງໃນຮອບທົດສະວັດຂອງລາວຈະມ່ວນ ແລະ ເປັນເພງແບບໃດ. ຕິດຕາມໄດ້ທີ່ muan.space ເດີ້!


ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.