ສັງສິນໄຊ 2026: ຈາກວັນນະຄະດີໃນຕຳນານ ສູ່ລະຄອນເວທີເຕັ້ນ ໂດຍ Fanglao

ແບ່ງປັນ

ສັງສິນໄຊ 2026: ຈາກວັນນະຄະດີໃນຕຳນານ ສູ່ລະຄອນເວທີເຕັ້ນ ໂດຍ Fanglao

19 February 2026 120

Highlights

  • ການປ່ຽນ “ສັງສິນໄຊ” ຈາກນິທານພື້ນບ້ານ ໃຫ້ກາຍເປັນ Dance Theatre ຮ່ວມສະໄໝທີ່ມີຄວາມສາກົນ ແລະ ເຂົ້າໃຈງ່າຍ.
  • ຖ່າຍທອດເລື່ອງລາວການປະຈົນໄພ, ຄວາມກະຕັນຍູ ແລະ ການຖືກທໍລະຍົດ ຜ່ານພາສາຮ່າງກາຍໂດຍທີມງານ Fanglao.
  • ຈັດສະແດງພຽງ 3 ຮອບເທົ່ານັ້ນ ໃນວັນທີ 4, 6 ແລະ 8 ມີນາ 2026 ທີ່ຫໍວັດທະນະທຳແຫ່ງຊາດ (ເປີດຂາຍບັດ Early Bird 16 ກຸມພາ 2026).

ເຄີຍມີ Moment ທີ່ຮູ້ສຶກວ່າ ໂຕເອງເກັ່ງ ແຕ່ບໍ່ມີໃຜເຫັນຄ່າ ບໍ່? ນັ້ນແຫຼະຄືສິ່ງທີ່ ສັງສິນໄຊ ວີລະບຸລຸດເບີໜຶ່ງຂອງລາວເຮົາຕ້ອງເຈິ.

ເລື່ອງລາວມັນເລີ່ມມາຈາກການທີ່ລາວເກີດມາພ້ອມ ດາບ ແລະ ທະນູຄຳ ຕິດໂຕມາແຕ່ເກີດ ຄືກັບ Character ໃນເກມທີ່ມີ Skill ເທບຕັ້ງແຕ່ Level 1. ແຕ່ພັດຖືກສັງຄົມ (ແລະ ພວກປ້າໆສະໜົມ) ຕັດສິນວ່າລາວຄື ຕົວກາລະກິນີ ຈົນຖືກເນລະເທດໄປຢູ່ປ່າກັບແມ່ ແລະ ອ້າຍທີ່ເປັນຫອຍສັງ. ນີ້ຄືຈຸດເລີ່ມຕົ້ນຂອງການປະຈົນໄພທີ່ເຕັມໄປດ້ວຍຄວາມດຣາມ່າ, ການພິສູດໂຕເອງ ແລະ ບົດຮຽນຊີວິດທີ່ຍັງທັນສະໄໝຢູ່ສະເໝີ.

ຄວາມພິເສດຂອງ ລະຄອນເວທີເຕັ້ນ ສັງສິນໄຊ ໃນງານ UYD (Lao Youth Festival) ປີນີ້ ແມ່ນການທີ່ທີມງານ Fanglao ຈັບເອົາວັນນະຄະດີທີ່ເຮົາເຄີຍຟັງຕອນເດັກນ້ອຍ ມາ Re-brand ໃໝ່ໃຫ້ກາຍເປັນລະຄອນເວທີເຕັ້ນ (Dance Theatre) ທີ່ແສນຈະ Contemporary.

ທຸກຄົນຈະໄດ້ເຫັນການເດີນທາງຜ່ານດ່ານສຸດໂຫດ ບໍ່ວ່າຈະເປັນການປາບຍັກ, ສູ້ກັບພະຍານາກ ຫຼື ການໄປຊ່ວຍອາສຸມຸນທາ ທີ່ຖືກຖ່າຍທອດຜ່ານ ພາສາຮ່າງກາຍ ແລະ ທ່ວງທ່າການເຕັ້ນທີ່ສວຍງາມ. ມັນຄືການພິສູດໃຫ້ເຫັນວ່າ ສິລະປະລາວເຮົາກໍເທ້ ແລະ ສາກົນໄດ້ ໂດຍບໍ່ຕ້ອງມີຄຳບັນຍາຍໃດໆ.

ຈຸດ Peak ທີ່ບີບຫົວໃຈທີ່ສຸດ ຄືຕອນທີ່ສັງສິນໄຊຖືກແທງຂ້າງຫຼັງ ໂດຍພວກອາວທັງ 6 ທີ່ອິດສາໃນຄວາມເກັ່ງ ຈົນຍູ້ລາວຕົກເຫວເພື່ອເຄຼມຜົນງານວ່າໂຕເອງຄື Hero

ແຕ່ແນ່ນອນວ່າ “ຄວາມຈິງມັນບໍ່ມີວັນຕາຍ”, ສັງສິນໄຊລອດຊີວິດມາໄດ້ ແລະ ກັບມາທວງຄວາມຍຸຕິທຳຄືນຢ່າງຍິ່ງໃຫຍ່. ການສະແດງນີ້ຈະເຮັດໃຫ້ເຈົ້າຮູ້ສຶກວ່າ ມັນກໍຄ້າຍໆບາງມຸມຂອງຊີວິດເຮົາ ທີ່ຕ້ອງຜ່ານຜ່າທັງຄວາມອິດສາ ແລະ ການທໍລະຍົດ ກ່ອນຈະປະສົບຄວາມສຳເລັດ.

ສັງສິນໄຊ Dance Theatre 2026
🗓️ 4, 6 ແລະ 8 ມີນາ 2026

ໂອກາດທີ່ຈະໄດ້ເສບງານສິລະປະລະດັບນີ້ ມີພຽງແຕ່ 3 ຮອບເທົ່ານັ້ນ!

ໃຜທີ່ຢາກໄປເຫັນກັບຕາວ່າ ລະຄອນເວທີ ສັງສິນໄຊ ເວີຊັນ 2026 ຈະປັງສ່ຳໃດ ຟ້າວໄປກົດບັດ Early Bird ທີ່ຈະເປີດຂາຍໃນວັນທີ 16 ກຸມພານີ້ ບອກເລີຍວ່າບັດໝົດໄວຄືທະນູຂອງສັງສິນໄຊແນ່ນອນ!

ຊື້ບັດເຂົ້າຊົມເລີຍ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.