Highlights
- ການກັບມາທີ່ຍິ່ງໃຫຍ່ຂອງເທດສະການໄວໜຸ່ມລາວ (4–8 ມີນາ 2026) ທີ່ເຕັມໄປດ້ວຍພະລັງຄວາມຄິດສ້າງສັນ ແລະ ກິດຈະກຳອັນຫຼາກຫຼາຍໃນງານທີ່ທຸກຄົນລໍຖ້າ.
- ປຸກຕຳນານ “ສັງສິນໄຊ” ມະຫາກາບວັນນະຄະດີອັນລືຊື່ ສູ່ເລະຄອນເວທີເຕັ້ນມາຕີຄວາມໃໝ່ໃນຮູບແບບທີ່ທັນສະໄໝ ປະສົມປະສານແສງສີສຽງຢ່າງອະລັງການ.
- ສົ່ງຕໍ່ຄຸນຄ່າ ແລະ ແຮງບັນດານໃຈ ວັນນະຄະດີເລື່ອງ “ສັງສິນໄຊ” ພົບກັບຄວາມກ້າຫານ ແລະ ຄວາມກະຕັນຍູຕໍ່ຄອບຄົວ ຜ່ານມຸມມອງໃໝ່ທີ່ເຂົ້າເຖິງງ່າຍດ້ວຍການສະແດງຂອງໄວໜຸ່ມລາວ.
ງານນີ້ຖືວ່າເປັນເທດສະການໃຫຍ່ປະຈຳປີທີ່ທຸກຄົນຕ່າງຕັ້ງຕາລໍຄອຍໃຫ້ຫວນຄືນມາທຸກປີ ເພາະບັນຍາກາດພາຍໃນງານເຕັມໄປດ້ວຍກິ່ນອາຍຂອງຄວາມຄິດສ້າງສັນທີ່ບໍ່ມີຂີດຈຳກັດ ແລະ ຍັງເປັນບ່ອນທີ່ໄວໜຸ່ມສາມາດສະແດງສັກກະຍະພາບອັນໂດດເດັ່ນ.
ໃນປີ 2026 ນີ້, ງານເທດສະການໄວໜຸ່ມ (UYD – Lao Youth Festival) ກໍໄດ້ດຳເນີນມາເປັນປີທີ 12 ແລ້ວ ຜູ້ຈັດງານຈຶ່ງໄດ້ຂະຫຍາຍເວລາແຫ່ງຄວາມສຸກໃຫ້ເຕັມອິ່ມເຖິງ 5 ມື້ເຕັມ (ຕັ້ງແຕ່ວັນທີ 04–08 ມີນາ 2026).
ພາຍໃນງານໄດ້ຈັດເຕັມກິດຈະກຳທີ່ຫຼາກຫຼາຍ ເພື່ອຕອບໂຈດທຸກຄວາມມັກຂອງຄົນຮຸ່ນໃໝ່ ບໍ່ວ່າຈະເປັນ: K-Pop Cover Dance, ການແຂ່ງຂັນກີລາ, ການແຂ່ງຂັນການສະແດງສິລະປະຟ້ອນຮ່ວມສະໄໝ ແລະ ຄອນເສີດຈາກສິລະປິນລາວ.

ແຕ່ສິ່ງທີ່ຖືວ່າເປັນຈຸດສຳຄັນອີກຢ່າງໃນງານກໍຄືການສະແດງ ລະຄອນເວທີເຕັ້ນ (Dance Theatre) ເລື່ອງ “ສັງສິນໄຊ” ນີ້ຄືການຍົກເອົາມະຫາກາບວັນນະຄະດີອັນຊົງຄຸນຄ່າ ມາຕີຄວາມໃໝ່ຜ່ານພາສາກາຍ (ສິລະປະການເຕັ້ນ) ແລະ ທ່ວງທຳນອງທີ່ທັນສະໄໝ ເພື່ອພິສູດໃຫ້ເຫັນວ່າ ສິລະປະລາວສາມາດກ້າວໄປໄກ ແລະ ງົດງາມໄດ້ໃນທຸກຍຸກສະໄໝ.
ກ່ຽວກັບເລື່ອງລາວຂອງ “ສັງສິນໄຊ“
“ສັງສິນໄຊ” ຖືເປັນຕຳນານທີ່ຂຶ້ນຊື່ໃນປະຫວັດສາດວັນນະຄະດີລາວ ເຊິ່ງຂຽນໂດຍ ອາຈານ ປາງຄຳ ເປັນ ນັກປາດລາຊະມາຫາກະວີເອກ ໃນສະໄໝລາວລ້ານຊ້າງ ແລະ ສັງສິນໄຊ ໃນສະໄໝນັ້ນກໍຄົງຍັງເປັນຮູບແບບ ກອນແກ້ວ (ກອນຮ້ອຍແກ້ວ) ທີ່ສວຍງາມ ແລະ ເປັນເລື່ອງທີ່ຍັງເປັນມະຫາກາບມີຄວາມຍາວທີ່ສຸດໃນວັນນະຄະດີລາວເລີຍກໍວ່າໄດ້ (ປະມານ 15 ບັ້ນ ຫຼື ຕອນ).
ຫຼັງຈາກນັ້ນ ມະຫາ ສິລາ ວີຣະວົງ ໄດ້ເປັນຜູ້ແກ້ໄຂ ແລະ ເຜີຍແຜ່ປັບປຸງໃຫ້ທັນສະໄໝ ເຮັດໃຫ້ເລື່ອງນີ້ກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງ ແລະ ນຳເຂົ້າມາໃຊ້ໃນການສຶກສາ. ພ້ອມທັງຖືກນັບເປັນໜຶ່ງໃນວັນນະຄະດີລາວ ຫຼື ໜັງສືຄລາສສິກທີ່ສຳຄັນທີ່ສຸດອີກເລື່ອງໜຶ່ງຂອງລາວ.
ເລື່ອງ “ສັງສິນໄຊ” ແມ່ນເວົ້າເຖິງຄວາມຮັກ, ຄວາມອົດທົນ, ການພິສູດໂຕເອງ ແລະ ຄວາມກະຕັນຍູຕໍ່ຄອບຄົວ ຜ່ານຕຳນານຮັກ, ການປະຈົນໄພ ແລະ ຄວາມກ້າຫານຂອງ ສັງສິນໄຊ.

ງານເທດສະການໄວໜຸ່ມ 2026
ໃນລະຄອນເວທີເຕັ້ນ ຈະເປັນການນຳສະເໜີພາບລັກແບບໃໝ່ຂອງວັນນະຄະດີລາວທີ່ໂດດເດັ່ນຂອງເລື່ອງ “ສັງສິນໄຊ” ທີ່ທຸກຄົນຄຸ້ນເຄີຍກັນດີ ມານຳສະເໜີສ້າງເປັນຮູບແບບຂອງລະຄອນເວທີເຕັ້ນ (Dance Theatre) ໃນຮູບແບບງົດງາມທີ່ແຕກຕ່າງອອກໄປ ແລະ ທັນສະໄໝຂຶ້ນ.
ພ້ອມທັງໄດ້ປະສົມປະສານສິລະປະການເຕັ້ນ, ແສງສີ ແລະ ສຽງດົນຕີ ເພື່ອໃຫ້ໄວໜຸ່ມໄດ້ຮັບຮູ້ ແລະ ເຂົ້າເຖິງຄົນທຸກເພດທຸກໄວ. ງານນີ້ຈຶ່ງເປັນໂອກາດທີ່ດີໃຫ້ພວກເຮົາຈະໄດ້ເຫັນການສະແດງທີ່ມີຄຸນນະພາບ, ອາລັງການ ແລະ ຍັງໄດ້ຊ່ວຍສະໜັບສະໜຸນໄວໜຸ່ມລາວ.
ສະຖານທີ່: ຫໍວັດທະນະທຳແຫ່ງຊາດ (National Cultural Hall), ນະຄອນຫຼວງວຽງຈັນ
ວັນສະແດງມີ 3 ຮອບຄື:
- ວັນພຸດ ທີ 4 ມີນາ 2026 ເວລາ: 18:00 – 21:00 ໂມງ.
- ວັນສຸກ ທີ 6 ມີນາ 2026 ເວລາ: 18:00 – 21:00 ໂມງ.
- ວັນອາທິດ ທີ 8 ມີນາ 2026 ເວລາ: 18:00 – 21:00 ໂມງ.
ສາມາດຈອງປີ້ໄດ້ທີ່: Tickget.la.