CØYA ຈາກ Highbros ປ່ອຍເພງ “Runaway” ເລົ່າເຖິງຄວາມເຈັບປວດຈາກການຖືກຖິ້ມ

ແບ່ງປັນ

CØYA ຈາກ Highbros ປ່ອຍເພງ “Runaway” ເລົ່າເຖິງຄວາມເຈັບປວດຈາກການຖືກຖິ້ມ

10 February 2026 239

CØYA (ໂຄຍາ) ນັກຮ້ອງ-ນັກແຕ່ງເພງຈາກອາເມລິກາ ພາຍໃຕ້ສັງກັດ Highbros Entertainment ກາຍເປັນສິລະປິນທີ່ຖືກຈັບຕາເບິ່ງອີກຄົນໜຶ່ງ, ດ້ວຍທັກສະການຮ້ອງເພງທີ່ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ດຶງດູດໃຈ.

ຍ້ອນຄວາມຮັກໃນສຽງດົນຕີທີ່ຝັງເລິກ ເຮັດໃຫ້ລາວສາມາດສື່ສານອາລົມຜ່ານສຽງຮ້ອງທີ່ມີເອກະລັກ, ຈົນສາມາດສະກົດໃຈຜູ້ຟັງໃຫ້ຫຼົງໃຫຼໃນທຸກໂຕໂນດ (Music Notes) ທີ່ລາວຖ່າຍທອດອອກມາ.

ເພງໃໝ່ຫຼ້າສຸດຂອງ CØYA ທີ່ມີຊື່ວ່າ “Runaway” ເມື່ອຄວາມຮັກກາຍເປັນບົດຮຽນຂອງຊີວິດ, ການຈາກລາທີ່ສ້າງຄວາມຊົງຈຳທີ່ແສນເຈັບປວດໃນເວລາທີ່ອ່ອນແອ ແລະ ຕ້ອງການກຳລັງໃຈຈາກໃຜຈັກຄົນໜຶ່ງຫຼາຍທີ່ສຸດ.

Coya ຈະພາຜູ້ຟັງໄປສຳຜັດກັບມຸມມືດຂອງຄວາມຮັກ, ຄວາມເຈັບປວດທີ່ເກີດຈາກການຖືກຫັກຫຼັງ ແລະ ເພງນີ້ບໍ່ໄດ້ເປັນພຽງແຕ່ເພງອົກຫັກເສຍໃຈທົ່ວໄປ ແຕ່ມັນຄືການເລົ່າເລື່ອງລາວຂອງຄວາມສຳພັນທີ່ແຕກຫັກທີ່ຄົນໆໜຶ່ງໄດ້ຖືກຖິ້ມໃນມື້ທີ່ລຳບາກທີ່ສຸດ.

ພ້ອມທັງໄດ້ເລົ່າເຖິງຄົນຮັກທີ່ເລືອກຈະຍ່າງໜີໄປ ໃນເວລາທີ່ກຳລັງຕ້ອງການຂ້າມຜ່ານອຸປະສັກ ແລະ ພະຍາຍາມສ້າງໂຕໃຫ້ດີຂຶ້ນ. 

ພໍມີຊື່ສຽງ ແລະ ປະສົບຜົນສຳເລັດ, ອີກຝ່າຍພັດຢາກກັບຄືນມາເພາະຄວາມເສຍດາຍ ແຕ່ການກັບມາຕອນນີ້ມັນກໍສາຍເກີນໄປ. ສຸດທ້າຍແລ້ວ, ຄວາມສຳພັນໃນຄັ້ງນີ້ມັນໄດ້ສ້າງບາດແຜເຮັດໃຫ້ສູນເສຍຄວາມເຊື່ອໃຈ ແລະ ມັນກໍຈົບລົງດ້ວຍຄວາມເຈັບປວດທີ່ບໍ່ສາມາດໃຫ້ອະໄພໄດ້.

MV ຍັງໄດ້ຖ່າຍທຳຢູ່ທັງລາວ ແລະ ອາເມລິກາ ທີ່ໃຫ້ເຮົາໄດ້ເຫັນພາບຄວາມງາມຂອງທັງສອງປະເທດ ພ້ອມເປັນການປະສົມປະສານກິ່ນອາຍທີ່ມີຮ້ອງເອກະລັກໃນແນວເພງພະລັງງານສູງແບບ EDM POP.

ເພງ Runaway ຈຶ່ງເປັນຕົວແທນຂອງຄົນທີ່ເຄີຍຜ່ານຄວາມເຈັບຊ້ຳ, ເປັນບົດເພງທີ່ບອກໃຫ້ເຮົາຮູ້ວ່າ: ຄວາມຮັກທີ່ບໍ່ດີກໍປຽບກັບການທີ່ເຮົາຕ້ອງໄດ້ພົບກັບສົງຄາມທີ່ໄດ້ສ້າງຄວາມສູນເສຍໃຫ້ກັບເຮົາຫຼາຍເທົ່າໂຕ ແຕ່ການທີ່ມີຄົນຢູ່ຂ້າງໆເຮົາໃນຕອນທີ່ລຳບາກທີ່ສຸດ ນັ້ນຄືເປັນບົດພິສູດຄວາມຮັກແທ້ທີ່ຕ້ອງຮັກສາໄວ້.

ອ່ານຕື່ມ:  ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.