ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຮັກແລ້ວຕ້ອງຈາກກັນໄປ ເຈົ້າຈະເປັນຈັງໃດຈະຍິ້ມໄດ້ຫຼືບໍ? ຟັງເພງ ບົດສຸດທ້າຍ ຮ້ອງໂດຍ Phoenix Boii ft Thinlamphone
Muan Listen - ມ່ວນຊວນຟັງ

ຮັກແລ້ວຕ້ອງຈາກກັນໄປ ເຈົ້າຈະເປັນຈັງໃດຈະຍິ້ມໄດ້ຫຼືບໍ? ຟັງເພງ ບົດສຸດທ້າຍ ຮ້ອງໂດຍ Phoenix Boii ft Thinlamphone

ແບ່ງປັນ
Getting your Trinity Audio player ready...

ການລາຈາກແບບໃດເຈັບປວດທີ່ສຸດ? ພໍເວົ້າເຖິງຄຳວ່າຈາກກັນບໍ່ວ່າຈະເປັນຮູບແບບໃດມັນກໍເສຍໃຈກັນທັງໝົດ ເພາະການທີ່ມີກັນຢູ່ດີໆ ແລ້ວມື້ໜຶ່ງເຂົາກໍຫາຍອອກໄປຈາກຊີວິດໄປ ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່ານັ້ນມັນຈະເຈັບປວດຂະໜາດໃດບໍ່ມີໃຜຮູ້ໄດ້ແນ່ນອນ.

ລອງຟັງເພງ “ບົດສຸດທ້າຍ” ເພງໃໝ່ຈາກ Phoenix Boii x Thinlamphone ທີ່ຕ້ອງບອກວ່າເປັນການມາຮ່ວມຮ້ອງດ້ວຍກັນໄດ້ຢ່າງກົມກ່ອມ, ມີມິຕິດ້ວຍສຽງແຣັປທີ່ເທ້ລະມຸນ ແລະ ສຽງຫວານກັງວານຊວນຝັນ.

Phoenix Boii ແຣັປເປີຈາກຫຼວງພະບາງທີ່ມາພ້ອມກັບລັກສະນະການແຣັປທີ່ມີສະເໜ່ ແລະ ເທ້ຂອງລາວ, ໄດ້ມາຖ່າຍທອດຄວາມຮູ້ສຶກຜ່ານທ່ອນແຮັປທີ່ໄດ້ບອກເຖິງຄວາມຮູ້ສຶກທີ່ແສນເຈັບປວດຂອງຄົນທີ່ຍັງຢູ່.

ໄດ້ເລົ່າເຖິງຄວາມຮັກຄວາມສຳພັນຂອງຄູ່ຮັກຄູ່ໜຶ່ງທີ່ຖືວ່າທັງສອງນັ້ນຮັກກັນຫຼາຍ ເພາະໄດ້ຜ່ານຍັງນຳກັນມາ, ແຕ່ຢູ່ດີໆອີກຄົນກໍຫາຍຈາກກັນໄປ ເຮັດໃຫ້ຄົນທີ່ຍັງຢູ່ໄດ້ແຕ່ຄິດຮອດ ແລະ ນຶກເຖິງ

ໃນສ່ວນທ່ອນຮ້ອງຂອງ Thinlamphone ກໍມາທັງຕອນເລີ່ມເພງ ແລະ ປະສານສຽງກັນເປັນໄລຍະໃນເພງທີ່ເປັນຕົວແທນຂອງຄົນທີ່ເດີນຈາກໄປທີ່ໃຫ້ຄວາມຮູ້ສຶກເຖິງການຄະນຶງຫາ ແລະ ການທີ່ໄດ້ຫ່າງອອກໄປແບບນີ້ກໍເປັນສິ່ງທີ່ບໍ່ມີໃຜຫວັງໃຫ້ເປັນໄດ້ແຕ່ຫວັງວ່າອີກຄົນໜຶ່ງຈະຍັງຈື່ໄດ້ແຕ່ພາບສວຍງາມທີ່ທັງສອງມີໃຫ້ກັນດ້ວຍຄວາມຍິນດີ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຢຸດ ສາລະວັນ ປ່ອຍເພງ "ຢືນໜຶ່ງ" ໄດ້ Zamio P ຊ່ວຍ Producer ເພງໃຫ້
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.