ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ແບ່ງປັນ

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

18 November 2025 115

ການຮັກໃນສິ່ງໃດສິ່ງໜຶ່ງ ແລະ ສາມາດປ່ຽນມັນເປັນອາຊີບຫຼັກໃນການຫາລາຍໄດ້, ບໍ່ແມ່ນທຸກຄົນຈະສາມາດເຮັດມັນໄດ້ງ່າຍ ແຕ່ ເປ່ເລ້ (ຫຼາຍຄົນອາດຈະຮູ້ຈັກລາວໃນບົດບາດຂອງ Trainer Pele) ສາມາດເຮັດໄດ້ຍ້ອນໃຈຮັກ ແລະ ທຸ່ມເທໃນການອອກກຳລັງກາຍ ຈຶ່ງໃຊ້ເງິນທຶນທີ່ສະສົມມາທັງໝົດສ້າງເປັນສູນອອກກຳລັງກາຍທີ່ທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການໃຫ້ແກ່ລູກຄ້າ.

ມື້ນີ້ ມ່ວນ ກໍຈະມາເລົ່າອີກດ້ານໜຶ່ງທີ່ຫຼາຍຄົນອາດຈະບໍ່ຮູ້ວ່າ Trainer Pele ຫຼື ເປ່ເລ້ – ວັນປະເສີດ ວົງມາລາດ (Vanpaseuth Vongmalath) ປັດຈຸບັນອາຍຸ 38 ປີ, ນອກຈາກມັກອອກກຳລັງກາຍເປັນຊີວິດຈິດໃຈແລ້ວ ຍັງເປັນຄົນທີ່ມັກອາຫານແບບລາວໆຫຼາຍ ບໍ່ວ່າຈະເປັນລາບ, ແກງ, ຕົ້ມໄກ່, ປີ້ງໄກ່ ແລະ ຕຳໝາກຮຸ່ງ ຖືວ່າເມນູເຫຼົ່ານີ້ແມ່ນເປັນອາຫານໃນດວງໃຈເລີຍກໍວ່າໄດ້.

ເປ່ເລ້ ໄດ້ເຮັດອາຊີບທີ່ຮັກຄືການເປັນ Personal trainer Gym & fitness ພ້ອມທັງເປັນເຈົ້າຂອງສູນອອກກຳລັງກາຍ Pele Fitness Club ທີ່ເປີດມາໄດ້ 7 ປີແລ້ວ ແລະ ຕັ້ງຢູ່ທີ່ຊັ້ນ 5 ໄອເຕັກມໍ. ເລື່ອງປະສົບການເທຣນອອກກຳລັງກາຍກໍຖືວ່າລາວມີປະສົບການມາຫຼາຍກວ່າ 10 ປີ ເຊິ່ງລາວກໍໄດ້ຖ່າຍທອດຄວາມຮູ້ ແລະ ແຮງບັນດານໃຈໃຫ້ກັບຜູ້ຄົນທຸກເພດທຸກໄວມາຫຼາຍຮ້ອຍຄົນແລ້ວ. ນອກຈາກການເທຣນ (trainer) ແລ້ວ, ລາວຍັງດູແລດ້ານການຈັດຫາເຄຶ່ອງອອກກຳລັງກາຍໃຫ້ແກ່ສະຖານທີ່ຕ່າງໆເຊັ່ນ: ສູນອອກກຳລັງກາຍ, ໂຮງແຮມ ແລະ ອາພາດເມັ້ນ ລວມເຖິງລູກຄ້າທີ່ຕ້ອງການຈັດມຸມອອກກຳລັງກາຍສ່ວນໂຕຢູ່ບ້ານ.

ສະຖານທີ່ປະຈຳຂອງ ເປ່ເລ້ ທີ່ຈະພົບໄດ້ສະເໝີ

ໃນເວລາວ່າງ ເປ່ເລ້ ກໍຈະບໍ່ເຮັດໃຫ້ເວລາເສຍໄປຫຼ້າໆ ເພາະລາວມັກທີ່ຈະພະຍາຍາມຊອກຫາເຄຶ່ອງອອກກຳລັງກາຍໃໝ່ໆ-ຄັກໆ ຊື້ມາໃຫ້ລູກຄ້າ Pele Fitness ຂອງລາວໄດ້ໃຊ້ງານຄືກັນກັບຕ່າງປະເທດໃຫ້ທັນຍຸກທັນສະໃໝໃນທຸກໆປີ ເພື່ອລູກຄ້າຈະບໍ່ເບື່ອ ແລະ ປ່ຽນໃຈໄປບ່ອນໃໝ່.

ພາບ: Trainer Pele

ສະຖານທີ່ປະຈຳທີ່ຈະສາມາດພົບເຫັນລາວໄດ້ຕະຫຼອດເວລານັ້ນກໍຄື Pele Fitness Club ນັ້ນເອງ ແລະ ລາວໄດ້ບອກກັບມ່ວນວ່າ: “ປົກກະຕິ ຂ້ອຍໄດ້ເຮັດວຽກເກືອບທຸກມື້ ຄິວແໜ້ນສຸດໆ, ແຕ່ກໍຈະໄດ້ພັກໃນບາງຄັ້ງຍ້ອນລູກຄ້າຂໍພັກ ແລະ ຈະພັກທຸກວັນເສົາ-ອາທິດ ເຊິ່ງມື້ທີ່ພັກນັ້ນກໍຈະຫາເວລາໄປເບິ່ງໜັງທີ່ມັກຢູ່ Major ຫຼື ໄປທ່ຽວສະຖານທີ່ມີທຳມະຊາດງາມໆກັບຄົນຮັກ” ເປ່ເລ້ ກ່າວ.

ອ່ານຕື່ມ:  ມຸ່ງໝັ້ນ ແລະ ຕັ້ງໃຈ ເພື່ອຄວ້າ TOP5 ໃນ Mister Supranational 2024

ຈຸດເລີ່ມຕົ້ນຂອງການເປັນ Trainer Gym

ເປ່ເລ້ ເປັນຄົນທີ່ມັກອອກກຳລັງກາຍມາແຕ່ນ້ອຍ ໂດຍກີລາທີ່ລາວມັກ ແລະ ເລີ່ມຫຼິ້ນທຳອິດກໍຄື ກີລາບານເຕະ, ພໍຫຼິ້ນກີລາປະເພດນີ້ໄປເລື້ອຍໆລາວກໍໄດ້ມາສັງເກດວ່າ ໂຕເອງຈ່ອຍຫຼາຍ ເມື່ອເຕະບານຕະຫຼອດ. ຫຼັງຈາກນັ້ນ, ລາວໄດ້ເບິ່ງໜັງ Superman ຫຼື Super-hero ຂອງຕ່າງປະເທດທີ່ພະເອກຫຼໍ່-ເທ່ ແລະ ຫຸ່ນດີ ເຮັດໃຫ້ລາວກໍ່ເກີດແຮງບັນດານໃຈ ເລີຍປ່ຽນມາອອກກຳລັງກາຍຢູ່ທີ່ Gym ໂດຍທີ່ໃຊ້ເວລາໃນການປັ້ນຫຸ່ນໂຕເອງເປັນເວລາຫຼາຍປີ ພ້ອມທັງຮຽນຮູ້ຈາກລຸ້ນອ້າຍ, ຮຽນຮູ້ຈາກ Trainer ມືອາຊີບຢູ່ຕ່າງປະເທດທີ່ໄປຮຽນຮູ້ມາ ແລະ ຮຽນຮູ້ຈາກສື່ອອນລາຍ.

ລາວໄດ້ສະສົມປະສົບການສອນມາຫຼາຍປີຈົນມີຖານລູກຄ້າປະຈຳ, ດ້ວຍຄວາມຮັກ ແລະ ມັກໃນການອອກກຳລັງກາຍຈຶ່ງທຸ່ມເທເອົາເງິນທີ່ສະສົມທີ່ມີທັງໝົດ ແລະ ຕັດສິນໃຈສ້າງ Pele Fitness Club ຂຶ້ນມາຕັ້ງແຕ່ປີ 2018 ຈົນຮອດປະຈຸບັນ 2025 ກໍຄົບຮອບ 7 ປີແລ້ວ.

ປຽບທຽບການອອກກຳລັງກາຍຢູ່ Gym ເປັນຈັງຫວະເພງທີ່ມັກ?

ຈາກສິ່ງທີ່ລາວໄດ້ເວົ້າມາຂ້າງເທິງນັ້ນ ເຮັດໃຫ້ ມ່ວນ ຮູ້ເລີຍວ່າລາວຮັກ ແລະ ຫຼົງໃຫຼໃນສາຍອາຊີບນີ້ຫຼາຍ. ມ່ວນ ເລີຍຖາມລາວຕື່ມວ່າ ຖ້າຫາກລອງປຽບທຽບການອອກກຳລັງກາຍຢູ່ Gym ເປັນເພງແມ່ນລາວຈະເລືອກຈັງຫວະແບບໃດ? ແລະ ລາວກໍໄດ້ຕອບວ່າ: “ແນ່ນອນ ຂ້ອຍຕ້ອງຄິດຮອດຈັງຫວະເພງໄວ ແລະ ຈັງຫວະຄຶກຄັກ ເພາະມັນຈະເຮັດໃຫ້ລູກຄ້າຢູ່ໃນ Gym Active ມີພະລັງໃນການອອກກຳລັງກາຍ ແລະ ບໍ່ເຫົງານອນ”.

ພາບ: Trainer Pele

Trainer ບໍ່ໄດ້ເປັນຕາຢ້ານຢ່າງທີ່ຄິດ?

“ມີຫຼາຍຄົນມັກຢ້ານເທຣນເນີ (trainer) ເພາະວ່າພວກເຂົາເຂັ້ມງວດສຸດໆແມ່ນບໍ? ສຳລັບຂ້ອຍເອງຂໍອີງຈາກປະສົບການສອນລູກຄ້າມາຫຼາຍຄິດວ່າ ເທຣນເນີກໍຄືກັບໝໍສັນຍະກຳຫຸ່ນທີ່ລູກຄ້າມາຫາເພຶ່ອຈະໃຫ້ແກ້ໄຂບັນຫາໃຫ້ ຊ່ວຍໃຫ້ພວກເຂົາຮອດເປົ້າໝາຍໄວຄືການຢາກຫຸ່ນດີ ແລະ ເທຣນເນີເເຕ່ລະຄົນກໍຈະຄິດບໍ່ຄືກັນ ເພາະບາງຄົນກໍຕ້ອງກົດເປັນກົດ, ຫ້າມມາຊ້າຫ້າມຂາດ ແລະ ຕ້ອງມີວິໄນເຮັດຕາມກົດລະບຽບທຸກຢ່າງ ເພາະຖ້າຢາກຫຸ່ນດີ, ລູກຄ້ານັດແລ້ວບໍ່ມາ ກາຍໂມງກໍໝາຍຂາດທັນທີ, ຖ້າມາຊ້າກາຍ 30 ນາທີ ກໍສອນພຽງແຕ່ 30 ນາທີ ໂດຍບໍ່ມີອ່ອນຂໍ້ໃຫ້ ພໍລູກຄ້າເຮັດບໍ່ໄດ້ຕາມທີ່ວາງແຜນໄວກໍຮ້າຍເວົ້າໃຫ້. ດັງນັ້ນ, ຈຶ່ງເຮັດໃຫ້ລູກຄ້າຢ້ານ ແລະ ອຶດອັດເວລາມາເທຣນນຳ ນັ້ນເອງ” ເປ່ເລ້ ກ່າວ.

ອ່ານຕື່ມ:  ຍ້ອນຫຍັງການມາຂອງ Clozer ຈຶ່ງປຸກກະແສ Boy Band ລາວຂຶ້ນມາອີກຄັ້ງ ໃນຮອບ 10 ປີ?

ນອກຈາກນີ້, ລາວຍັງໄດ້ເລົ່າເສີມເພື່ອແບ່ງປັນໃຫ້ ມ່ວນ ຟັງວ່າ: “ສ່ວນໂຕຄິດວ່າ ການມີກົດລະບຽບວິໄນກໍດີຈະໄດ້ຮອດເປົ້າໝາຍໄວ ແຕ່ບາງຄັ້ງ, ຖ້າເຮົາເຂັ້ມງວດຈົນເກີນໄປກໍຈະເຮັດໃຫ້ລູກຄ້າຫຼາຍຄົນບໍ່ພໍໃຈ ແລະ ເຮັດຕາມກົດບໍ່ໄດ້ ເຊິ່ງອາດສົ່ງຜົນກະທົບທີ່ລູກຄ້າບໍ່ຄິດຈະເທຣນກັບຄົນນັ້ນອີກ. ສະນັ້ນ, ເຮົາຄວນໃຫ້ລູກສິດ ຫຼື ລູກຄ້າປັບປ່ຽນພຶດຕິກຳເທື່ອລະໜ້ອຍ ບໍ່ວ່າຈະເປັນການກິນ ຫຼື ການອອກກຳລັງກາຍ ເພຶ່ອໃຫ້ເຂົາເຈົ້າປັບໂຕໃຫ້ດີຂຶ້ນທຸກມື້ ເພາະແຕ່ລະຄົນມີອາຊີບ ແລະ ແຮງບໍ່ຄືກັນ, ການທີ່ລູກຄ້າຈະມາອອກກຳລັງກາຍຕໍ່ເນື່ອງໄດ້ຈົນຫຸ່ນດີຂຶ້ນນັ້ນ ມັນກໍຂຶ້ນກັບປະສົບການຂອງເທຣນເນີຄົນນັ້ນວ່າຈະໃຊ້ກົນລະຍຸດ ຫຼື ວິທີໃດໃຫ້ລູກຄ້າອອກກຳລັງກາຍຕໍ່ເນື່ອງຈົນຫຸ່ນດີໄດ້”.

ຄວາມທ້າທ້າຍ ແລະ ອຸປະສັກໃນການເທຣນຂອງ ເປ່ເລ້

ໃຜຈະຄິດວ່າ ເປ່ເລ້ ຈະມີລູກຄ້າທີ່ມີອາຍຸ 60 ປີ ມາເທຣນອອກກຳລັງກາຍກັບລາວ ເຊິ່ງ ມ່ວນ ເອງກໍແອບຕື່ນຕົກໃຈຢູ່ໜ້ອຍໜຶ່ງ ຫຼັງຈາກໄດ້ຍິນກ່ຽວກັບຄວາມທ້າທາຍນີ້ ໂດຍລາວໄດ້ເລົ່າໃຫ້ຟັງວ່າ:

ການເທຣນລູກຄ້າທີ່ສູງໄວອາຍຸປະມານ 60 ປີ ຂຶ້ນໄປ ແມ່ນໄດ້ທ້າທາຍຫຼາຍ, ເພາະມີໂລກປະຈຳໂຕ, ກະດູກທີ່ບໍ່ແຂງແຮງ ເຮັດໃຫ້ເວລາເທຣນຕ້ອງໃຊ້ປະສົບການ ແລະ ຕ້ອງເລືອກທ່າອອກກຳລັງກາຍທີ່ບໍ່ເຮັດໃຫ້ສ່ຽງຕໍ່ການເກີດອັນຕະລາຍ ເຮັດໃຫ້ກ້າມຊີ້ນຄ່ອຍໆແຂງແຮງ ແລະ ແໜ້ນຂຶ້ນບໍ່ຢ້ອນຍານ.

ເປ່ເລ້ ກ່າວເສີມຕໍ່ “ສິ່ງສຳຄັນທີ່ຂາດບໍ່ໄດ້ເລີຍຄືການການໃຫ້ກຳລັງໃຈຈົນກວ່າພວກເຂົາຈະຕິດ ແລະ ຢາກມາອອກກຳລັງກາຍເປັນປະຈຳດ້ວຍໂຕເອງ”.

ການອອກກຳລັງກາຍສຳລັບມືໃໝ່ທີ່ຢາກເຂົ້າ Gym

ສຳລັບມືໃໝ່ ຫຼື ຄົນທີ່ບໍ່ມີປະສົບການໃນການອອກກຳລັງກາຍທີ່ຢາກເຂົ້າ Gym, ຢາກໃຫ້ທຸກຄົນລອງຕັ້ງຄຳຖາມກັບໂຕເອງກ່ອນວ່າ ເຮົາຢາກໃຫ້ຫຸ່ນເຮົາເປັນແບບໃດ? ເປັນຄື ຫຸ່ນເທ່-ແບບນາຍແບບ, ຫຸ່ນນາງງາມ-ເຊັກຊີ ຫຼື ມັກຫຸ່ນໃຫຍ່ແບບນັກກີລາທີ່ມີກ້າມຊັດເຈນ. ຫຼັງຈາກທີ່ທຸກຄົນໄດ້ຄຳຕອບແລ້ວໃຫ້ຫາຂໍ້ມູນຕໍ່ຢູ່ໃນ YouTube ທີ່ເຮົາຢາກໄດ້ຫຸ່ນແບບນັ້ນ ຫຼື ໃຫ້ລອງຖາມ Chat GPT ທຸກຄົນຈະຮູ້ຄຳຕອບໃນດ້ານທິດສະດີ ແຕ່ສິ່ງທີ່ດີທີ່ສຸດຄືການຖາມຄູສອນອອກກຳລັງຢູ່ທີ່ Gym ວ່າມືໃໝ່ຄວນເລີ່ມຈາກການອອກລັງກາຍຫຍັງກອ່ນ.

“ຂ້ອຍ ຂໍແນະນຳໃຫ້ເລີ່ມຈາກການອົບອຸ່ນຮ່າງກາຍ (Warm-up), ຍ່າງຢູ່ເຄື່ອງແລ່ນໄຟຟ້າໃຫ້ຮ່າງກາຍອຸ່ນ ໂດຍການຍ່າງປະມານ 20-30 ນາທີ. ຫຼັງຈາກນັ້ນ, ໃຫ້ອອກກຳລັງກາຍກັບເຄື່ອງອອກກຳລັງກາຍອື່ນໆ ຈະດີທີ່ສຸດສຳລັບມືໃໝ່ ເພາະເຄື່ອງອອກກຳລັງກາຍອອກແບບມາຫຼິ້ນງ່າຍໆ ແລະ ປອດໄພ” ເປ່ເລ້ ກ່າວ.

ພາບ: Trainer Pele

ເປັນຫຍັງຕ້ອງອອກກຳລັງກາຍ?

ຄົນທົ່ວໄປມັກຕັ້ງຄຳຖາມວ່າ ຈ່ອຍແລ້ວໄປອອກກຳລັງກາຍເຮັດຫຍັງ? ເຊິ່ງຫຼາຍຄົນບໍ່ເຂົ້າໃຈ ແລະ ບໍ່ເຫັນເຖິງຄວາມສຳຄັນຂອງເລື່ອງນີ້ ເພາະຄວາມຈິງແລ້ວຄົນຈ່ອຍຕ້ອງການເພີ່ມກ້າມຊີ້ນໃຫ້ໃຫຍ່ ແລະ ແໜ້ນ. ຕົວຢ່າງ ຜູ້ຊາຍຈ່ອຍຮູບຮ່າງບາງ ມີຄວາມສູງ 170 cm, ນ້ຳໜັກ 50 kg ຊາຍຄົນນັ້ນອອກກຳລັງກາຍຢູ່ Gym ກໍເພື່ອຫວັງຢາກສ້າງກ້າມຊີ້ນໃຫ້ໃຫຍ່ຂຶ້ນ ແລະ ປ່ຽນແປງໂຕເອງໃຫ້ກາຍເປັນຄົນໃໝ່ ທີ່ ຫຸ່ນໃຫຍ່-ຫຸ່ນດີແຂງແຮງຂຶ້ນ ເຊິ່ງຕ້ອງໃຊ້ເວລາ 3-6 ເດືອນ ຫຼື 1 ປີ, ຈຶ່ງຈະເຫັນຄວາມແຕກຕ່າງວ່າກາຍເປັນຄົນລະຄົນ ໂດຍສະເພາະຜູ້ຍິງທີ່ຈ່ອຍ ສ່ວນຫຼາຍພວກເຂົາຕ້ອງການອອກກຳລັງກາຍໃຫ້ກົ້ນໃຫຍ່, ຫຸ່ນເຕັມ ຈະໄດ້ຫຸ່ນດີ-ເຊັກຊີ ແຕ່ຕ້ອງໃຊ້ເວລາ 6 ເດືອນຂຶ້ນໄປຈຶ່ງຈະເຫັນຜົນ.

ອ່ານຕື່ມ:  The Espresso Talk EP.1 ລົມກັບ ທ່ານ ຣະວິດ ຫານອຸດສາຫະ CEO ຂອງ SRICHAND

“ເຄັດລັບການສ້າງແຮງບັນດານໃຈທີ່ຂ້ອຍແນະນຳໃຫ້ລອງ ເພື່ອສ້າງແຮງກະຕຸ້ນໃນການອອກກຳລັງກາຍຄື ການຕິດຮູບນາຍແບບ ຫຼື ນາງແບບທີ່ເປັນ idol ຂອງເຮົາ, ໃຫ້ຕິດຢູ່ໜ້າປະຕູຫ້ອງນອນ ຫຼື ຕິດຝາບ້ານ ເພາະຈະເຮັດໃຫ້ເຮົາເຫັນທຸກມື້ ແລະ ຊ່ວຍກະຕຸ້ນໃຫ້ເຮົາຢາກໄດ້ຫຸ່ນແບບ Idol ຂອງເຮົາ ເຊິ່ງມັນເປັນແຮງຊຸກດັນ ແລະ ແຮງຈູງໃຈທີ່ດີແກ່ທຸກຄົນ” ເປ່ເລ້ ກ່າວ.

ສຸຂະພາບເປັນສິ່ງທີ່ສຳຄັນຫຼາຍ

ມ່ວນ ໄດ້ລົມກັບ ເປ່ເລ້ ໄປເລື້ອຍໆ ພ້ອມທັງໄດ້ຕັ້ງຄຳຖາມເລື່ອງສຸຂະພາບວ່າ ມັນຈຳເປັນຫຼາຍເທົ່າໃດທີ່ຕ້ອງອອກກຳລັງກາຍ ແລະ ລາວກໍໄດ້ຕອບກັບທັນທີວ່າ: “ຂ້ອຍຢາກຝາກບອກຄົນທີ່ກຳລັງເລີ່ມຕົ້ນວ່າ ເວລາບໍ່ເຄີຍຖ້າໃຜ ສຸຂະພາບເຮົາກໍຄືກັນ ໃຫ້ເລີ່ມຕົ້ນການອອກກຳລັງກາຍໃນຕອນທີ່ເຮົາຍັງແຂງແຮງຈະດີທີ່ສຸດ ຈະໄດ້ບໍ່ເສຍໃຈໃນຕອນທີ່ຢາກອອກກຳລັງກາຍໃນຕອນທີ່ເຂົ້າໂຮງໝໍແລ້ວ, ການອອກກຳລັງກາຍຈະເຮັດໃຫ້ເຮົາອ່ອນໄວຂຶ້ນບໍ່ແກ່ໄວ ແລະ ສຸຂະພາບກໍຈະດີບໍ່ເຈັບປ່ວຍງ່າຍ ໃຫ້ທຸກຄົນເຊົາຫາຂໍ້ອ້າງວ່າບໍ່ມີເວລາ ຫຼື ສຸຂະພາບບໍ່ສຳຄັນພໍສຳລັບເຈົ້າ ໃຫ້ທຸກຄົນເລີ່ມອອກກຳລັງກາຍເລີຍໂດຍບໍ່ມີຂໍ້ອ້າງໃດໆທັງນັ້ນ”.

ພາບ: Trainer Pele

ຄວາມພູມໃຈທີ່ ເປ່ເລ້ ມີຕໍ່ກັບສິ່ງທີ່ຮັກ

ການເຮັດໃນສິ່ງທີ່ຮັກ ແລ້ວປະສົບຜົນສຳເລັດ ນອກຈາກຈະເຮັດໃຫ້ມີຄວາມສຸກແລ້ວມັນຍັງໄດ້ສ້າງຄວາມປະທັບໃຈໃຫ້ກັບຄົນອ້ອມຂ້າງທີ່ໄດ້ຟັງເລື່ອງລາວທັງໝົດ ແລະ ເປ່ເລ້ ກໍໄດ້ກ່າວເສີມຈາກທີ່ ມ່ວນ ໄດ້ຖາມກ່ຽວກັບຄວາມພູມໃຈທີ່ມີ.

ສິ່ງທີ່ເຮັດໃຫ້ຂ້ອຍຮູ້ສຶກພູມໃຈທີ່ສຸດແມ່ນສາມາດປ່ຽນສິ່ງທີ່ຮັກມາເປັນອາຊີບ ແລະ ເຮັດໃຫ້ມັນເປັນລາຍໄດ້ຫຼັກ ໂດຍສູນອອກກຳລັງກາຍ Pele Fitness Club ເຮັດໃຫ້ຂ້ອຍສາມາດລ້ຽງດູໂຕເອງ, ພໍ່-ແມ່ ແລະ ຄົນຮັກ ພ້ອມທັງສາມາດສ້າງສູນອອກກຳລັງກາຍເປັນຂອງໂຕເອງ.

“ສຸດທ້າຍ ຢາກບອກວ່າ ຂ້ອຍໄດ້ພະຍາຍາມຫຼາຍ ແລະ ເລີ່ມຕົ້ນມາຈາກການເປັນພະນັກງານທຳມະດາຄົນໜຶ່ງ, ກາຍເປັນເທຣນເນີ ແລ້ວຜັນໂຕມາເປັນເຈົ້າຂອງສູນອອກກຳລັງກາຍໃນປັດຈຸບັນ ເຊິ່ງເປັນທຸລະກິດທີ່ສ້າງຂຶ້ນມາຄົນດຽວໂດຍບໍ່ໄດ້ຮວ່ມທືນກັບຄົນອື່ນ” ເປ່ເລ້ ກ່າວປິດທ້າຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.