ປາກເຊ (Pakse) ຢູ່ໃສໃນແຜນທີ່ໂລກ? ເຈາະເລິກມົນສະເໜ່ “ເມືອງປາກນ້ຳເຊ” ທີ່ນັກທ່ອງທ່ຽວທົ່ວໂລກຫຼົງຮັກ

ແບ່ງປັນ

ປາກເຊ (Pakse) ຢູ່ໃສໃນແຜນທີ່ໂລກ? ເຈາະເລິກມົນສະເໜ່ “ເມືອງປາກນ້ຳເຊ” ທີ່ນັກທ່ອງທ່ຽວທົ່ວໂລກຫຼົງຮັກ

27 March 2026 9

ໃນຂະນະທີ່ກະແສການພິຈາລະນາປ່ຽນຊື່ “ນະຄອນປາກເຊ” ມາເປັນ “ນະຄອນຄຳໄຕ ສີພັນດອນ” ເພື່ອເປັນກຽດແກ່ອະດີດຜູ້ນຳສູງສຸດຂອງ ສປປ ລາວ ກຳລັງເປັນທີ່ສົນໃຈ, ຫຼາຍຄົນກໍເລີ່ມກັບມາຍ້ອນເບິ່ງວ່າ “ປາກເຊ” ໃນມື້ນີ້ ມີຄວາມເປັນມາແນວໃດ? ແລະ ເປັນຫຍັງເມືອງນ້ອຍໆແຫ່ງນີ້ ຈຶ່ງຄອງໃຈນັກທ່ອງທ່ຽວທົ່ວໂລກມາຢ່າງຍາວນານ?

ມື້ນີ້ ມ່ວນຊວນໄປ ຈະພາທຸກຄົນໄປ Deep Dive ເຂົ້າສູ່ຈິດວິນຍານຂອງສູນກາງແຫ່ງພາກໃຕ້ ເມືອງທີ່ຕັ້ງຢູ່ຈຸດພົບກັນຂອງສາຍນ້ຳ ແລະ ປະຫວັດສາດ.

ພູມສາດທີ່ຖືກກຳນົດໂດຍ “ສາຍນ້ຳ”

ປາກເຊ ບໍ່ໄດ້ຖືກສ້າງຂຶ້ນແບບບັງເອີນ. ຕົວເມືອງຕັ້ງຢູ່ທີ່ຈຸດພິກັດ 15°07’N, 105°47’E, ສູງຈາກລະດັບນ້ຳທະເລປະມານ 107 ແມັດ. ແຕ່ສິ່ງທີ່ສຳຄັນກວ່າຕົວເລກ ຄືຄຳວ່າ “Confluence” ຫຼື ຈຸດບັນຈົບ.

ຊື່ “ປາກເຊ” ແປຕົງຕົວວ່າ “ປາກແມ່ນ້ຳເຊ” ເຊິ່ງກໍຄືຈຸດທີ່ “ແມ່ນ້ຳເຊໂດນ” ໄຫຼມາປ່ອງໃສ່ “ແມ່ນ້ຳຂອງ”. ນີ້ຄືຍຸດທະສາດທີ່ເຮັດໃຫ້ປາກເຊເປັນສູນກາງທາງດ້ານເສດຖະກິດ ແລະ ວັດທະນະທຳມາແຕ່ສະໄໝບູຮານ. ມັນຄືຈຸດເຊື່ອມຕໍ່ລະຫວ່າງຊັບພະຍາກອນຈາກພູພຽງບໍລະເວນ ສູ່ເສັ້ນທາງການຄ້າລະດັບສາກົນຂອງແມ່ນ້ຳຂອງ.

ປະຫວັດສາດທີ່ຊ້ອນທັບ: ຈາກອານາຈັກລ້ານຊ້າງ ສູ່ຍຸກອິນໂດຈີນ

ປາກເຊ ເປັນເມືອງທີ່ຂ້ອນຂ້າງໜຸ່ມຖ້າຫາກທຽບກັບເມືອງມໍລະດົກໂລກ ເຊັ່ນ: ເມືອງຈຳປາສັກ. ຕົວເມືອງປາກເຊທີ່ເຮົາເຫັນໃນປັດຈຸບັນ ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໂດຍຝຣັ່ງໃນປີ 1905.

ກ່ອນໜ້ານັ້ນ, ສູນກາງຂອງພາກໃຕ້ແມ່ນຢູ່ “ເມືອງຈຳປາສັກ”. ແຕ່ດ້ວຍຍຸດທະສາດດ້ານການຂົນສົ່ງ, ຝຣັ່ງໄດ້ຍ້າຍສູນກາງມາຢູ່ປາກເຊ ແລະ ວາງຜັງເມືອງແບບ Grid System ພ້ອມສະຖາປັດຕະຍະກຳ Indochinese Colonial ທີ່ເປັນຕຶກແຖວສີພາສເທວ ແລະ ປ່ອງຢ້ຽມໄມ້. ສິ່ງເຫຼົ່ານີ້ຍັງຄົງເປັນມົນສະເໜ່ທີ່ດຶງດູດນັກທ່ອງທ່ຽວເອີຣົບໃຫ້ມາຍ່າງຊົມວິວເມືອງເກົ່າແບບບໍ່ຮູ້ເບື່ອ.

ອ່ານຕື່ມ:  ທ່ຽວຂອນແກ່ນ 2026: ສູນກາງອີສານ ແລະ ພື້ນທີ່ສ້າງສັນຂອງຄົນຮຸ່ນໃໝ່

ນອກຈາກນັ້ນ, ປາກເຊຍັງເປັນທີ່ຕັ້ງຂອງ ວັງເຈົ້າບຸນອູ້ມ ຫຼື ໂຮງແຮມ ຈຳປາສັກ ພາເລດ ໃນປັດຈຸບັນ ເຊິ່ງເປັນສັນຍາລັກຂອງຄວາມຮຸ່ງເຮືອງໃນຍຸກອານາຈັກຈຳປາສັກ ກ່ອນການປ່ຽນແປງການປົກຄອງ.

3 ເຫດຜົນທີ່ນັກທ່ອງທ່ຽວທົ່ວໂລກຫຼົງຮັກປາກເຊ

1. ວັດທະນະທຳກາເຟ ແລະ ພູພຽງບໍລະເວນ

ປາກເຊ ຄືປະຕູສູ່ ດິນແດນແຫ່ງກາເຟ. ດ້ວຍດິນພູເຂົາໄຟທີ່ອຸດົມສົມບູນ, ພາກໃຕ້ຂອງລາວສາມາດຜະລິດກາເຟ Arabica ທີ່ດີທີ່ສຸດໃນໂລກໄດ້ປະມານ 20,000 ໂຕນຕໍ່ປີ. ນັກທ່ອງທ່ຽວມັກມາໃຊ້ປາກເຊເປັນບ່ອນພັກເພື່ອອອກໄປຄາເຟ່, ສວນກາເຟ, ຍ່າງປ່າ ແລະ ຊົມນ້ຳຕົກຕາດ ເຊັ່ນ: ຕາດຟານ ແລະ ຕາດເຍືອງ ເປັນຕົ້ນ.

2. ຄວາມສັກສິດທີ່ມາພ້ອມວິວຫຼັກລ້ານ
  • ວັດຫຼວງປາກເຊ: ໂຮງຮຽນສົງຂະໜາດໃຫຍ່ທີ່ມີສິລະປະການຄວັດສະຫຼັກອັນງົດງາມ.
  • ວັດພູສ່າເຫຼົ້າ: ທີ່ຕັ້ງຂອງພະພຸດທະຮູບສີຄຳອົງໃຫຍ່ ທີ່ແນມເບິ່ງເມືອງປາກເຊຈາກເທິງພູ. ຈຸດນີ້ຄື ຈຸດເບິ່ງຕາເວັນຕົກດິນທີ່ງາມທີ່ສຸດ ທີ່ໃຜກໍຕ້ອງມາຖ່າຍຮູບ.
3. ວິຖີຊີວິດທີ່ຊ້າ ແຕ່ຈິງໃຈ

ຕະຫຼາດດາວເຮືອງ ຄືຫົວໃຈຂອງການຄ້າ. ຄວາມວຸ່ນວາຍທີ່ເຕັມໄປດ້ວຍຮອຍຍິ້ມ, ໝົກປານ້ຳຂອງຮ້ອນໆ ແລະ ເຄື່ອງຫັດຖະກຳຈາກຊົນເຜົ່າຕ່າງໆ ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກເຖິງຄວາມເປັນ Authentic Asia ທີ່ຫາໄດ້ຍາກໃນເມືອງໃຫຍ່.

ຕຳນານຮັກ ແລະ ບົດເພງ “ປາກເຊແດນງາມ”

ຄວາມຜູກພັນຂອງຄົນລາວທີ່ມີຕໍ່ປາກເຊ ຖືກຖ່າຍທອດຜ່ານບົດເພງ “ປາກເຊແດນງາມ”. ມັນບໍ່ແມ່ນພຽງແຕ່ເພງພັນລະນາຄວາມງາມ ແຕ່ມັນຄືການຢືນຢັນເຖິງເອກະລັກຂອງໄທໃຕ້. ບວກກັບຕຳນານຮັກ ທ້າວຈຽງ-ນາງມະໂລງ ທີ່ກາຍເປັນຊື່ພູຜາ ຍິ່ງເຮັດໃຫ້ເມືອງນີ້ມີມິຕິຂອງຄວາມເປັນມະນຸດ ແລະ ຄວາມຊົງຈຳຍິ່ງຂຶ້ນໄປອີກ.

ບໍ່ວ່າໃນອະນາຄົດຊື່ຂອງເມືອງຈະປ່ຽນເປັນ “ນະຄອນຄຳໄຕ ສີພັນດອນ” ຫຼື ຍັງຄົງເປັນ “ນະຄອນປາກເຊ”, ແຕ່ສິ່ງໜຶ່ງທີ່ຈະບໍ່ປ່ຽນແປງຄື ຈິດວິນຍານຂອງເມືອງປາກແມ່ນ້ຳແຫ່ງນີ້.

ປາກເຊ ຈະຍັງຄົງເປັນປະຕູທີ່ສຳຄັນ, ເປັນສູນກາງຂອງກິ່ນຫອມຂອງກາເຟ ແລະ ເປັນເມືອງທີ່ຕ້ອນຮັບແຂກບ້ານແຂກເມືອງດ້ວຍຄວາມອົບອຸ່ນສະເໝີມາ.

ອ່ານຕື່ມ:  ປາກເຊ (ຈະ) ປ່ຽນຊື່? ຍ້ອນຮອຍ "ສະບາຍດີ 2" ໜັງຮັກໃນຕຳນານທີ່ເຮັດໃຫ້ເຮົາຫຼົງຮັກເມືອງນີ້

ເຈົ້າເດ? ມີຄວາມຊົງຈຳຫຍັງແດ່ກັບ “ປາກເຊ”?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.