ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງເພງ ກຸຫຼາບປາກຊັນ ຈາກ GEMI9PK ເລົ່າເຖິງຮັກທີ່ຕ້ອງຍອມເສຍສະຫຼະ
Muan Listen - ມ່ວນຊວນຟັງ

ຟັງເພງ ກຸຫຼາບປາກຊັນ ຈາກ GEMI9PK ເລົ່າເຖິງຮັກທີ່ຕ້ອງຍອມເສຍສະຫຼະ

ເພງ "ກຸຫຼາບປາກຊັນ" ຮ້ອງ ແລະ ແຕ່ງໂດຍ GEMI9PK ໄດ້ຢືມຄຳວ່າ “ກຸຫຼາບ” ໃນເພງຕົ້ນສະບັບ ແລະ ຄຳວ່າ “ປາກຊັນ” ກໍໝາຍເຖິງຄວາມຮູ້ສຶກທີ່ມີຕໍ່ສາວປາກຊັນທີ່ເປັນແຮງບັນດານໃຈໃນການແຕ່ງເພງນີ້ໃນແບບຂອງລາວເອງ.

ແບ່ງປັນ

ກຸຫຼາບປາກຊັນ ຊື່ນີ້ຫຼາຍຄົນຄົງຄຸ້ນຫູກັນດີ ເພາະຖືວ່າເປັນອີກຜົນງານໜຶ່ງທີ່ເປັນອຳມະຕະໃນຕຳນານເພງລາວ, ເພງນີ້ຖືກແຕ່ງຂຶ້ນໂດຍ ຈຳປາ ລັດຕະນະສະຫວັນ ຫຼື ນາມປາກກາ ສຸລິວັດ (ອາຈານ ຄຳພູ ທະວີວັນ) ແລະ ດ້ວຍເຫດຜົນທີ່ເພງນີ້ມີການໃຊ້ຄຳໃນເນື້ອຮ້ອງທີ່ສວຍງາມກິນໃຈ ເລີຍຖືກນຳໄປຮ້ອງຄືນໃໝ່ໃນຫຼາຍເວີຊັນທັງລາວ ແລະ ໄທ.

ອະທິບາຍມາຍາວແບບນີ້ແລ້ວ, ຫຼາຍຄົນຄົງເຂົ້າໃຈເຖິງທີ່ມາທີ່ໄປຂອງເພງ ກຸຫຼາບປາກຊັນ ໃນເວີຊັນຕົ້ນສະບັບກັນແລ້ວເນາະ ແລະ ມື້ນີ້ ມ່ວນ ຈະພາທຸກຄົນໄປຟັງເພງທີ່ມີຊື່ຄືກັນ ແຕ່ເນື້ອຫາບໍ່ຄືກັນເລີຍ, ນັ້ນກໍຄືເພງ Paksan Rose (ກຸຫຼາບປາກຊັນ) ທີ່ແຕ່ງ ແລະ ຮ້ອງໂດຍ GEMI9PK.

ເນື້ອຫາຂອງເພງນີ້ແມ່ນເລົ່າເຖິງຄວາມຮັກທີ່ບໍລິສຸດ ແລະ ມີແຕ່ຄວາມປາຖະໜາດີຈາກໃຈຈິງທີ່ສະແດງອອກມາໃຫ້ຍິງຄົນຮັກ ເຖິງລາວຕ້ອງການທີ່ຈະຢູ່ຄູ່ກັນກັບສາວງາມຄົນນັ້ນຫຼາຍເທົ່າໃດ ກໍຕ້ອງຝືນໃຈຍອມປ່ອຍໃຫ້ຄົນທີ່ຮັກໄປຢູ່ກັບຄົນອື່ນ ໂດຍບໍ່ຕ້ອງການຄອບຄອງ ເພາະຍ້ອນຄິດວ່າເຂົາຄົງມີຄວາມສຸກ ແລະ ມີອະນາຄົດທີ່ດີຂຶ້ນຖ້າໄດ້ໄປຢູ່ກັບຄົນທີ່ພ້ອມທີ່ຈະດູແລຫຼາຍກວ່າ.

ເພງນີ້ໄດ້ເລົ່າເຖິງມຸມມອງເລື່ອງລາວຄວາມຮັກທີ່ເຕັມໄປດ້ວຍຄວາມເສຍສະຫຼະຂອງຜູ້ຊາຍຄົນໜຶ່ງ ໂດຍການປຽບຄົນທີ່ຕົນຮັກເປັນດັ່ງ “ກຸຫຼາບທີ່ຢູ່ຕົວເມືອງປາກຊັນ” ທີ່ທັງງົດງາມ ແລະ ສູງຄ່າ, ສ່ວນຕົນເອງນັ້ນກໍເປັນພຽງ “ແມງໄມ້” ທີ່ພຽງແຕ່ບິນເຂົ້າໄປດົມກິ່ນຫອມຫວານ ແຕ່ບໍ່ສາມາດຄອບຄອງກຸຫຼາບດອກນັ້ນໄດ້.

GEMI9PK ໄດ້ຢືມຄຳວ່າ “ກຸຫຼາບ” ໃນເພງຕົ້ນສະບັບ ແລະ ຄຳວ່າ “ປາກຊັນ” ກໍໝາຍເຖິງຄວາມຮູ້ສຶກທີ່ມີຕໍ່ສາວປາກຊັນ ທີ່ເປັນແຮງບັນດານໃຈໃນການແຕ່ງເພງ ກຸຫຼາບປາກຊັນ ໃນແບບຂອງລາວເອງ.

ຫຼັງຈາກທີ່ ມ່ວນ ໄດ້ຟັງເພງນີ້ ແມ່ນຮູ້ສຶກວ່າຄວາມຮັກເປັນສິ່ງທີ່ຄາດເດົາບໍ່ໄດ້ ບໍ່ແມ່ນທຸກຄວາມສຳພັນຈະສົມຫວັງ ແລະ ນີ້ແມ່ນເພງຄວາມຮັກທີ່ມີແຕ່ຄວາມເສຍສະຫຼະ, ມີເສົ້າ, ຊຶ້ງໃຈ ແລະ ຕ້ອງຍອມເຈັບປວດ ເພື່ອເຫັນຄົນທີ່ຮັກມີຄວາມສຸກທີ່ສຸດ ແລະ ໄດ້ແຕ່ຂໍໃຫ້ເຂົາໂຊກດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

VEILED MUSICIAN LAOS: ລາຍການປະກວດຮ້ອງເພງເພື່ອຊອກຫາຕົວແທນໄປແຂ່ງທີ່ປະເທດເົກາຫຼີໃຕ້

VEILED MUSICIAN LAOS ລາຍການປະກວດຮ້ອງເພງທີ່ຄັດເລືອກດ້ວຍ “ສຽງຮ້ອງເພງທີ່ມ່ວນ” ແລະ ດີທີ່ສຸດພຽງ 3 ຄົນ ເພື່ອເປັນຕົວແທນໄປແຂ່ງທີ່ເກົາຫຼີໃຕ້. ໃນຕອນທີ 1...

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

Muan Listen - ມ່ວນຊວນຟັງ

FAZ $F: ສິລະປິນລາວ-ສັນຊາດມາເລເຊຍ ປ່ອຍເພງໃໝ່ “SHOW YOU MY LOVE”

ຜົນງານນີ້ບໍ່ພຽງແຕ່ສະແດງເຖິງຄວາມສາມາດໃນການແຕ່ງເພງທີ່ມີຫຼາຍພາສາຂອງລາວເທົ່ານັ້ນ, ແຕ່ຍັງເປັນການເລີ່ມຕົ້ນການເດີນທາງສາຍດົນຕີຄັ້ງໃໝ່ຂອງ FAZ $F ເພື່ອສ້າງສັນຜົນງານທີ່ມີຄຸນນະພາບສູງໃຫ້ກັບແຟນເພງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.