OISHI TEEN IDOL THE FINAL SEASON ນີ້ຄືລາຍການຕາມຫາໄວຫນຸ່ມລາວສຸດຍິ່ງໃຫຍ່ເພື່ອ Debut ເປັນສິລະປິນທີ່ມີຄຸນນະພາບ ແລະ ຊີງເງິນລາງວັນລວມຫຼາຍກວ່າ 200,000,000ກີບ!
ປີນີ້ມີໂຄຊທັງ 4 ທ່ານຄື ຕ່າຍ ອາກາດ, ຕ໋ອດ ລີນ້າ, ເທເລີ້ ສີສົມບັດ ແລະ ຊານົນ ມະນີຜົນ ທີ່ຈະມາຟາດຟັນເພື່ອຍາດຜູ້ເຂົ້າແຂ່ງຂັນທີ່ມີຄວາມສາມາດ ແລະ ຊ່ວຍພັດທະນາພວກເຂົາໃຫ້ພ້ອມທີ່ຈະເປັນໄອດໍ້ທີ່ສຸດຜ່ານການແຂ່ງຂັນທຸກຮອບຈົນເຫຼືອໄອດໍ້ພຽງໜຶ່ງດຽວທີ່ຈະໄດ້ເປັນຜູ້ຊະນະ OISHI TEEN IDOL THE FINAL SEASON

ໃຜທີ່ມີຄວາມໝັ້ນໃຈ ກ້າສະແດງອອກ ແລະ ຄວາມສາມາດບໍ່ວ່າຈະເປັນ ການຮ້ອງເພງ (ບໍ່ຈຳກັດແນວເພງ), ການເຕັ້ນ, ແຣ໋ບ ແລະ ການສະແດງ ບໍ່ຈຳກັດເພດ ແລະ ມີອາຍຸຕັ້ງແຕ່ 14-27 ປີ ກໍ່ສາມາດສະໝັກ ແລະ ພິສູດຄວາມເປັນໄອດໍ້ໄດ້
ສາມາດສະຫມັກໄດ້ແລ້ວຜ່ານ 2 ຊ່ອງທາງ:
1. Oishi Teen idol School Roadshow
ພວກເຮົາຈະລົງຕາມຫາ ແລະ ຮັບສະໝັກນ້ອງໆນັກຮຽນ ຫລາຍກວ່າ 8 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ ສາມາດສະໝັກ ແລະ ຮ່ວມຄັດເລືອກທີ່ໂຮງຮຽນທີ່ເຂົ້າຮ່ວມໄດ້ ເລີ່ມອອກຕາມຫາໄອດໍ້ຈາກໂຮງຮຽນທຳອິດ 04/02/2025ນີ້.
2. Online Audition
ການສະໝັກໄດ້ຜ່ານການສົ່ງວິດີໂອແນະນຳຕົວ ພ້ອມດ້ວຍຄວາມສາມາດພິເສດຂອງທ່ານ(ຄວາມຍາວບໍ່ເກີນ 2ນາທີ) ມາທີ່ແຟນເພສ Oishi Drink Station ເລີ່ມຕັ້ງແຕ່ 04/02/2025 ຫາ 15/02/2025.
ປະກາດຜົນຜູ້ຜ່ານການຄັດເລືອກວັນທີ 16/02/2025 ທີ່ເພຈ Oishi Drink Station
ກຽມຕົວໃຫ້ພ້ອມ ເພາະນີ້ຄືປີສຸດທ້າຍຂອງ OISHI TEEN IDOL!