ໜ້າຫຼັກ Gadzila NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ
Gadzila

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ, ນັກຂຽນ ແລະ ຜູ້ສ້າງສັນເນື້ອຫາ.

ແບ່ງປັນ
Getting your Trinity Audio player ready...

NotebookLM ເຄື່ອງມືສຸດລໍ້າຈາກ Google ທີ່ຊ່ວຍສະຫຼຸບຂໍ້ມູນ ແລະ ສ້າງສຽງເວົ້າຈາກ Note (ຈົດບັນທຶກ) ໃຫ້ກາຍເປັນ Podcast ທີ່ຟັງໄດ້ເປັນທຳມະຊາດ ແລະ ບໍ່ໄດ້ເປັນພຽງແອັບສະຫຼຸບ Note ທຳມະດາ ແຕ່ມັນຄືຜູ້ຊ່ວຍສ່ວນຕົວທີ່ສາມາດປ່ຽນຂໍ້ມູນຂອງເຮົາໃຫ້ກາຍເປັນເນື້ອຫາທີ່ຟັງໄດ້, ຊ່ວຍປະຢັດເວລາ, ເພີ່ມປະສິດທິພາບໃນການຮຽນ ຫຼື ການເຮັດວຽກໄດ້ຢ່າງດີເລີດ. ມື້ນີ້ເຮົາມາເບິ່ງກັນວ່າ ແອັບ NotebookLM ນີ້ຈະມີຄວາມສາມາດພິເສດ ແລະ ສະຫຼາດໃນການໃຊ້ງານແນວໃດແດ່.

ຈຸດເດັ່ນທີ່ໜ້າສົນໃຈຂອງ NotebookLM

  • ສະຫຼຸບຂໍ້ມູນໄດ້ຢ່າງຄົບຖ້ວນ (Audio Overviews): ສາມາດອັບໂຫຼດເອກະສານ, ບົດບັນທຶກຫຼື ຂໍ້ມູນຕ່າງໆ ເຂົ້າໄປໃນແອັບ, ແລ້ວ NotebookLM ຈະສະຫຼຸບເນື້ອຫາທີ່ສຳຄັນໃຫ້ຢ່າງລະອຽດ ເຮັດໃຫ້ເຂົ້າໃຈງ່າຍຂຶ້ນໂດຍບໍ່ຕ້ອງອ່ານເອກະສານຍາວໆ.
  • ສ້າງສຽງເວົ້າແບບ Podcast: ນີ້ຄືຈຸດທີ່ໂດດເດັ່ນທີ່ໜ້າສົນໃຈທີ່ສຸດ ເພາະ AI ສາມາດປ່ຽນຂໍ້ຄວາມຈາກ Note ຂອງໃຫ້ກາຍເປັນສຽງເວົ້າທີ່ເປັນທຳມະຊາດຄືກັບມີນັກຈັດລາຍການ Podcast ມືອາຊີບ ຊາຍ-ຍິງ ມາເລົ່າໃຫ້ຟັງ. ເຮົາສາມາດສ້າງ Podcast ສ່ວນຕົວຈາກບົດຮຽນ ຫຼື ບົດບັນທຶກໄດ້ຢ່າງງ່າຍດາຍ.
  • ການເຊື່ອມໂຍງຂໍ້ມູນອັດຕະໂນມັດ: NotebookLM ມີຄວາມສາມາດໃນການເຊື່ອມຕໍ່ຂໍ້ມູນທີ່ກ່ຽວຂ້ອງໃນເອກະສານຂອງເຮົາ, ເຮັດໃຫ້ເຫັນພາບລວມ ແລະ ຄວາມສຳພັນຂອງຂໍ້ມູນໄດ້ດີຂຶ້ນ ເໝາະສຳລັບການເຮັດໂຄງການ ຫຼື ການຄົ້ນຄວ້າ.
  • ໃຊ້ງານໄດ້ງ່າຍຂຶ້ນ: ດ້ວຍການປັບປຸງໃນເວີຊັນຫຼ້າສຸດໃຫ້ໃຊ້ງານງ່າຍດ້ວຍໂຄງສ້າງສາມສ່ວນຄື Source, Chat, Studio ຊ່ວຍໃຫ້ຈັດການແຫຼ່ງຂໍ້ມູນ, ສົນທະນາກັບ AI ແລະ ສ້າງເນື້ອຫາໃໝ່ໄດ້ສະດວກຍິ່ງຂຶ້ນ. ນອກຈາກນີ້, ແອັບກໍມີໜ້າຕາທີ່ໃຊ້ງານງ່າຍຂຶ້ນ ເໝາະກັບການໃຊ້ງານໃນມືຖືທີ່ເຮັດໃຫ້ສາມາດເຮັດວຽກໄດ້ທຸກທີ່ທຸກເວລາ.
  • ສາມາດໂຕ້ຕອບກັບຂໍ້ຄວາມ AI (ຖາມ-ຕອບ): ສາມາດປັບແຕ່ງການສົນທະນາ (Chat) ເພື່ອຖາມແບບເຈາະເລິກ ຫຼື ກຳນົດທິດທາງການນຳສະເໜີເນື້ອຫາໄດ້ຕາມຕ້ອງການເຊັ່ນ ການປັບໂຟກັສ (Focus)ໄປທີ່ສ່ວນໃດສ່ວນໜຶ່ງຂອງເອກະສານ.
  • ຮອງຮັບພາສາໄດ້ຫຼາຍກວ່າ 70 ພາສາ: ມີຟີເຈີ Discover Sources ທີ່ຊ່ວຍຄົ້ນຫາ ແລະ ສະຫຼຸບແຫຼ່ງຂໍ້ມູນຈາກເວັບຕາມຫົວຂໍ້ທີ່ຜູ້ໃຊ້ສົນໃຈ.
ອ່ານຕື່ມ:  ລັດຖະທຳມະນູນລາວອັບເກຣດ ເພີ່ມຄຳວ່າ ປັນຍາປະດິດ (AI) ເຂົ້າໃນສະບັບປັບປຸງ 2025

ສິ່ງທີ່ຮູ້ສຶກວ່າຍັງຫຍຸ້ງຍາກ

  • ໃຊ້ເວລາໃນການປະມວນຜົນດົນເຖິງ 10 ນາທີ.
  • ແອັບຍັງບໍ່ຮອງຮັບສຽງເປັນພາສາລາວ.
  • ແອັບມັກຄ້າງຍັງໃຊ້ງານບໍ່ຫຼຽນໄຫຼຕາມທີ່ Claim ໄວ້.
  • ມີຟີເຈີຣທີ່ໜ້າສົນໃຈຫຼາຍຢ່າງແຕ່ຍັງທົດລອງໃຊ້ບໍ່ຄົບ ເພາະຖືກຈຳກັດການໃຊ້ງານ (ສຳລັບຜູ້ທີ່ໃຊ້ງານຟຣີ)

ທຸກຄົນສາມາດດາວໂຫຼດໃນ Google Play Store ແລະ App Store ໄດ້ແລ້ວເດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.