ພຽງໄດ້ຍິນສຽງດົນຕີອິນໂທຣດັງຂຶ້ນມາ ວິນຍານຕົວແມ່ກໍປະທັບຮ່າງປັບ ຂາຍັບພ້ອມຊີ້ນິ້ວຕົບມືແບບອໍໂຕ້ທັນທີ ກັບຕຳນານທີ່ຍັງມີລົມຫາຍໃຈຢ່າງ “Nobody” ຂອງສາວໆ Wonder Girls ເພງຮິດທີ່ຝັງຢູ່ໃນ DNA ຂອງຄົນ GEN Y (ໃຜເຕັ້ນເປະແມ່ນບອກອາຍຸໄດ້ເລີຍ).
ລ່າສຸດເພງນີ້ກັບມາດັງອີກຄັ້ງ! ເພາະເວທີ Miss Grand Thailand 2026 ໄດ້ຈັບເອົາມາເຮັດດົນຕີໃໝ່ແບບສັບໆ ໃຊ້ໃນຮອບແຂ່ງຂັນ ຄືຟັງແລ້ວແບບຂົນລຸກ! ຟັງຈັກເທື່ອກໍບໍ່ເບື່ອ ແຖມຍັງມ່ວນກວ່າເກົ່າອີກ ໃຜຍັງບໍ່ທັນໄດ້ຟັງແມ່ນພາດ, ມາດຽວມ່ວນຈະເລົ່າໃຫ້ຟັງວ່າເປັນຫຍັງເພງນີ້ມັນຄືເລີດ ຄືເປັນຕຳນານທີ່ຢູ່ໄດ້ມາຈົນຮອດທຸກມື້ນີ້.
ຂໍຍ້ອນຕຳນານໜ້ອຍໜຶ່ງ ສໍາລັບໃຜທີ່ອາດຈະເກີດບໍ່ທັນ, ຕອນປີ 2008 ເພງນີ້ບໍ່ແມ່ນແຕ່ເພງຮິດເພງດັງທຳມະດາ ແຕ່ມັນຄື “ປາກົດການລະດັບໂລກ” ທີ່ເປີດທາງໃຫ້ K-Pop ດັງລະເບີດໄປທົ່ວອາຊີ. “ພັກ ຈິນ-ຢອງ” ຫຼື “ລຸງຜັກ” (J.Y. Park) ທີ່ຕິ່ງເກົາຫຼີມັກເອີ້ນ ລາວໄດ້ນຳເອົາຄວາມເທ່ຂອງດົນຕີເຣໂທຣ (Retro) ຍຸກ 60s ມາປະສົມກັບຄວາມປັອບສະໄໝໃໝ່ ຈົນໄດ້ທ່ອນຮຸກຕິດຫູ “I want nobody, nobody but you~” ທີ່ຟັງເທື່ອດຽວໃຜໆກໍຕ້ອງຮ້ອງຕາມກັນໄດ້ທັງທີ່ແປບໍ່ອອກ! ແລະ ຍັງທ່າເຕັ້ນສຸດຈະໄວຣັລບໍ່ວ່າຈະເປັນທ່າຕົບມື ຫຼື ທ່າເຕັ້ນໜ້າໄມທີ່ແບບໂຄດຈະມີເອກະລັກ ຈົນເດັກນ້ອຍອະນຸບານ ພະນັກງານອັອບຟິດ ຈົນຮອດພວກອ້າຍທະຫານ ຕຳຫຼວດ ເຕັ້ນກັນທົ່ວບ້ານທົ່ວເມືອງ ເຊິ່ງຄວາມດັງລະດັບນີ້ແຫຼະເຮັດໃຫ້ເພງນີ້ຂອງສາວໆ Wonder Girls ໄດ້ໄປເຂົ້າໄປເຈາະຊາດ Billboard Hot 100 ຂອງອາເມຣິກາໄດ້ ແລະ ຍັງເປັນວົງທຳອິດຂອງເກົາຫຼີ ແຖມກວາດລາງວັນແຫ່ງປີມາແບບຈຸກໆ.
ດ້ວຍຄວາມທີ່ດົນຕີມັນເປັນເຣໂທຣມາແຕ່ທຳອິດ ບໍ່ວ່າຈະຄົນຍຸກນັ້ນ ຫຼື ຍຸກນີ້ໄດ້ຟັງເພງນີ້ຕ່າງກໍບໍ່ຮູ້ສຶກວ່າ “ເຊີຍ” ແລະ ແຮງເປັນເວີຊັນເທິງເວທີມິສແກຣນໄທປີນີ້ແຮງຈຶ້ງ! ປັບບີດໃຫ້ເປັນ EDM/Dance ໄວຂຶ້ນ ສັບຂຶ້ນ ເໝາະກັບການຍ່າງແບບ ໝຸນຕົວ ຟູເທີນ ໂພສທ່າຈຶ້ງໆ ປ່ຽນຈາກອາລົມສາວນ້ອຍຍຸກ 60s ອ້ອນຄົນຮັກ ກາຍເປັນ “ຕົວແມ່ທີ່ໝັ້ນໃຈເກີນຮ້ອຍ” ຟີວແບບ “ຂ້ອຍເລືອກເອງ ຂ້ອຍຮູ້ວ່າຂ້ອຍແມ່ນໃຜ ແລະຂ້ອຍເຣີດ!”

ແຕ່ໄຮໄລ້ທີ່ຕ້ອງຂໍເມົ້ານຳ! ແມ່ນຕໍ່ໃຫ້ເພງຣີມິກມາດີປານໃດ ຖ້າຄົນເຕັ້ນບໍ່ເຖິງມັນກໍຈືດແມ່ນບໍ່? ແຕ່ “ດາດ້າ ດາຣາທອນ” ຄືຄົນທີ່ມາຈຸດໄຟໃຫ້ເວທີ ແລະ ເພງນີ້ລຸກເປັນໄຟ. ເພາະ ດາດ້າ ບໍ່ແມ່ນແຕ່ເຕັ້ນເປະ ແຕ່ນາງກ້າຈີກ! ໃນຂະນະທີ່ຄົນອື່ນອາດຈະເນັ້ນເຕັ້ນງາມໆ ສັບໆ ແບບສະບັບນາງງາມທົ່ວໄປ ແຕ່ດາດ້າຄືໃສ່ຕົວຕົນລົງໄປແບບສຸດຂີດ ຈັດທ່າເຕັ້ນສະໄຕລ໌ B-Boy ໂຊຄວາມແຂງແຮງ ແລະຄວາມຢູນີກລົງໄປກາງເວທີປະກວດ! ສະຫຼຸບຄືເປັນໄວຣັລແຕກແຕນໄປທົ່ວໂລກ ກະແສໄວຣໍລທັງຕົວເພງແລະຕົວລາວ ກ້າຄິດ ກ້າເຮັດ ກ້າໃຫ້ໂລກຈື່ຂອງແທ້!
ແລະນີ້ໃກ້ຈະຮອດປີໃໝ່ແລ້ວນຳ ມ່ວນຕ້ອງບອກເລີຍວ່າ “Nobody” ເວີຊັນນີ້ຕ້ອງກັບມາຮິດລະເບີດ ເປັນລິສເພງທີ່ທຸກຮ່ອມ ທຸກຖະໜົນຕ້ອງເປີດໃຫ້ພວກເຮົາສາດນ້ຳໄປ ເຕັ້ນແບບມ່ວນໆກັນແນ່ນອນ!
ໃຜຍັງບໍ່ເຄີຍຟັງເວີຊັນນີ້ ຟ້າວໄປຊອກຟັງຊອກເບິ່ງສະເຕັບຂອງດາດ້າດ່ວນໆເລີຍ ແລ້ວມາຊ້ອມເຕັ້ນໄປນຳກັນ ມັນຕ້ອງມີຊີນເຕັ້ນສັບໆຂອງພວກເຮົາໃນສົງການນີ້!