ເດືອນກຸມພາມັນສັ້ນ ແປບດຽວກໍກ້າວເຂົ້າສູ່ເດືອນມີນາແລ້ວ. ສຳລັບໃຜທີ່ກຳລັງຊອກຫາ ກິດຈະກຳໃໝ່ໆ ຫຼື ຢາກໜີຈາກວັງວົນຊີວິດເດີມໆ ເພື່ອໄປຊອກຫາພະລັງໃຈໃໝ່ໆ, ມື້ນີ້ muan.space ມີງານມາແນະນຳ.
ອີກພຽງ 1 ເດືອນເທົ່ານັ້ນ ກໍຈະຮອດງານ NewFriend Memory in Melody ງານຄອນເສີດທີ່ຈະມາປ່ຽນພື້ນທີ່ ບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໃຫ້ກາຍເປັນບ່ອນຮວມໂຕຂອງຄົນມັກດົນຕີ ແລະ ມັກສ້າງຄວາມຊົງຈຳດີໆ ໄປພ້ອມກັບສຽງເພງ.
6 ສິລະປິນ 6 ລົດຊາດ ທີ່ພ້ອມຈະມາມອບຄວາມມ່ວນແບບຈັດເຕັມ
ຄວາມພິເສດຂອງງານນີ້ແມ່ນການລວມເອົາ 6 ສິລະປິນທີ່ມີຄາແຣັກເຕີໂດດເດັ່ນມາໄວ້ໃນເວທີດຽວກັນ. ລອງຈິນຕະນາການເບິ່ງວ່າ ມັນຈະດີສຳໃດ ຖ້າເຮົາໄດ້ມ່ວນກັບຄືນນັ້ນດ້ວຍທ່ວງທຳນອງ Indie Pop ສຸດລະມຸນຈາກ Anatomy Rabbit ແລ້ວໄປຕໍ່ກັບບົດເພງທີ່ມີສະເໜ່ ແລະ ພາສາທີ່ກິນໃຈຂອງ ຄະນະຂວັນໃຈ ທີ່ພ້ອມຈະພາເຮົາລ່ອງລອຍໄປກັບຄວາມຮູ້ສຶກ.
ບໍ່ພຽງແຕ່ເທົ່ານັ້ນ, ເຮົາຍັງຈະໄດ້ສຳຜັດກັບພະລັງສຽງ ແລະ ດົນຕີທີ່ມີເອກະລັກຈາກສິລະປິນລາວທີ່ເຮົາຮັກ ບໍ່ວ່າຈະເປັນ ຕີ ອຸດາໄລ ທີ່ມາພ້ອມກັບບົດເພງທີ່ກິນໃຈ, ການຈັບຄູ່ສຸດພິເສດຂອງ Felicia x VIP ທີ່ຈະມາສ້າງສີສັນໃໝ່ໆ ເທິງເວທີ, ລວມໄປເຖິງຄວາມມ່ວນຊື່ນແບບບໍ່ມີພັກຈາກ Palaloy ແລະ ພະລັງຄວາມເດືອດຂອງ Young T ທີ່ຈະມາເຮັດໃຫ້ທຸກຄົນຕ້ອງລຸກຂຶ້ນມາເຕັ້ນ ແລະ ຮ້ອງເພງໄປພ້ອມໆ ກັນ! 6 ສິລະປິນນີ້ຄືສ່ວນປະສົມທີ່ລົງຕົວ ທີ່ຈະເຮັດໃຫ້ຄືນວັນທີ 5 ມີນາ 2026 ຂອງທຸກຄົນບໍ່ຄືເກົ່າອີກຕໍ່ໄປ.
ກຽມໂຕໃຫ້ພ້ອມ ແລ້ວໄປສ້າງ Memory ນຳກັນ
ງານນີ້ຈັດຂຶ້ນພຽງມື້ດຽວເທົ່ານັ້ນ ໃນວັນທີ 5 ມີນາ 2026 ທີ່ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ດ້ວຍລາຄາປີ້ພຽງ 219,000 ກີບ, ຖືວ່າຄຸ້ມແຮງສຳລັບການໄດ້ເບິ່ງ Line-up ລະດັບນີ້! ຕອນນີ້ຍັງມີເວລາໃຫ້ທຸກຄົນໄດ້ຊວນໝູ່ລັອກຄິວ ແລະ ຟ້າວໄປຈັບຈອງປີ້ກັນໄວ້ກ່ອນ ເພາະຂອງດີແບບນີ້ປີ້ມັກຈະໝົດໄວສະເໝີ.
ສາມາດຊື້ປີ້ໄດ້ງ່າຍໆ ຜ່ານເວັບໄຊ ewent.la ຫຼື eventy5 ໄດ້ເລີຍ. ປີ້ລາຄາ 219,000 ກີບ.
ຢ່າລືມ ຊວນໝູ່ມາກອດຄໍຮ້ອງເພງທີ່ເຮົາມັກໄປນຳກັນໃນງານ NewFriend Memory in Melody. ເພາະບາງເທື່ອຄວາມຊົງຈຳທີ່ດີທີ່ສຸດ ກໍເກີດຂຶ້ນທ່າມກາງສຽງເພງ ແລະ ໝູ່ເພື່ອນທີ່ເຂົ້າໃຈກັນ. ແລ້ວພົບກັນໃນງານ.






