ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຊວນມາ “ຕົກຂຸມຮັກ” ນຳກັນກັບໜຸ່ມຫຼໍ່ນ້ອງໃໝ່ ນ້ອຍ ພົງສັກ ສິລະປິນຈາກຄ້າຍ miracle music
Muan Listen - ມ່ວນຊວນຟັງ

ຊວນມາ “ຕົກຂຸມຮັກ” ນຳກັນກັບໜຸ່ມຫຼໍ່ນ້ອງໃໝ່ ນ້ອຍ ພົງສັກ ສິລະປິນຈາກຄ້າຍ miracle music

ແບ່ງປັນ
Getting your Trinity Audio player ready...

ເພງ “ຕົກຂຸມຮັກ” ຜົນງານທຳອິດຂອງສິລະປິນໜ້າໃໝ່ຢ່າງ ນ້ອຍ ພົງສັກ ທີ່ໄດ້ປ່ອຍເພງອອກມາໃນຊ່ວງເດືອນ ທັນວາ 2024 ທີ່ຜ່ານມາ ແລະ ໃນເອັມວີເພງນັ້ນຍັງເຮັດອອກມາໄດ້ໜ້າຮັກເປັນທຳມະຊາດ ຈົນເຮັດໃຫ້ໃຜໄດ້ເບິ່ງໄດ້ຟັງເພງກໍອົດທີ່ຈະຍິ້ມ ແລະ ຕົກຂຸມຮັກໃນສະເໜ່ໄດ້ງ່າຍໆກັບຄວາມ Freshy ນີ້ຂອງ ນ້ອຍ ພົງສັກ.

ບັນຍາກາດໃນເອັມວີນັ້ນຊວນເຮັດໃຫ້ຄິດຮອດບັນຍາກາດດີໆ ຂອງເຂດນອກເມືອງທີ່ຊາວບ້ານໄດ້ເຮັດກະສິກຳ ແລະ ຍັງຮູ້ສຶກເຖິງຄວາມຜ່ອນຄາຍໃນບັນຍາກາດຂອງເອັມວີທີ່ໄດ້ສື່ສານອອກມາ. ເພງມີຈັງຫວະຟັງງ່າຍສະບາຍໆ, ເນື້ອຫາຂອງເພງກໍບໍ່ມີຫຍັງຊັບຊ້ອນ ເໝາະກັບການເປີດຟັງໄດ້ທຸກສະຖານະການ.

ໃນເອັມວີເພງກໍໄດ້ເລົ່າເຖິງຜູ້ບ່າວຄົນໜຶ່ງ (ນ້ອຍ ພົງສັກ) ທີ່ຕົກຂຸມຮັກຜູ້ຍິງ (ເນດດາວ) ຕັ້ງແຕ່ທຳອິດທີ່ພົບເຫັນ ແລະ ທັງສອງກໍໄດ້ມີເວລາໃນການທຳຄວາມຮູ້ຈັກກັນ, ໄດ້ໃຊ້ເວລາດ້ວຍກັນ ເຊິ່ງພາບທີ່ີໄດ້ສະແດງອອກມາມັນທັງໜ້າຮັກ ແລະ ເຮັດໃຫ້ຕ້ອງເອົາໃຈຊ່ວຍທັງສອງໃຫ້ສົມຫວັງ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຂ້ອຍຫຼົງເຈົ້າແລ້ວ ຢາກໄດ້ເຈົ້າມາເປັນ "Gravity" ຟັງເພງຈາກ ຖິ່ນລຳພອນ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.